ການພົວພັນສາມັກຄີແບບພິເສດ, ສັດຊື່ບໍລິສຸດຫວຽດນາມ ແລະກູບາ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ
ກປ.ອອນໄລ - ເພື່ອນມິດກູບາ ໄດ້, ພວມ ແລະສະໜັບສະໜູນຫວຽດນາມ ຢ່າງສຸດໃຈ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະກູບາ.
ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໃນຕອນບ່າຍວັນທີ 21 ເມສາ (ເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ La Habana, ໃນການພົບປະກັບສະຖາບັນກູບາມິດຕະພາບກັບປະຊາຊາດ (ICAP) ແລະສະມາຄົມມິດຕະພາບກູບາ-ຫວຽດນາມ, ບັນດາໂຮງຮຽນທີ່ມີຊື່ ຫວຽດນາມ ແລະຕາງໜ້າໝູ່ບ້ານເບ໊ນແຈ.
    |
 |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບຂອງຂວັນທີ່ລະນຶກໃຫ້ການນໍາສະຖາບັນມິດຕະພາບກັບປະຊາຊາດ (ICAP). ພາບ: vov.vn |
ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ໃນ 6 ທົດສະວັດຜ່ານມາ, ການພົວພັນຫວຽດນາມ - ກູບາ ນັບມື້ນັບເຂົ້າສູ່ລວງເລິກ ແລະພັດທະນາໃນທຸກຂົງເຂດ. ຄວາມມຸ່ງມາດປາດຖະໜາຢາກໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ ແລະເສລີພາບ ແລະມູນເຊື້ອຕໍ່ສູ້ອັນພິລະອາດຫານເພື່ອຕ້ານສັດຕູຕາງດ້າວແມ່ນບັນດາຄຸນຄ່າລວມເຊິ່ງປະຊາຊົນສອງປະເທດໄດ້ແບ່ງປັນ, ສ້າງເປັນພື້ນຖານອັນໝັ້ນຄົງໃຫ້ແກ່ການພົວພັນແບບພິເສດລະຫວ່າງສອງປະເທດ.
ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ພ້ອມດ້ວຍບັນດາສະມາຊິກໃນຄະນະຫວຽດນາມ ໄດ້ພົບປະກັບເພື່ອນມິດກູບາ ທີ່ໄດ້, ພວມ ແລະສະໜັບສະໜູນຫວຽດນາມ ຢ່າງສຸດຈິດສຸດໃຈ, ສະໜັບສະໜູນການເພີ່ມທະວີການພົວພັນມິດຕະພາບຫວຽດນາມ ແລະກູບາ, ບໍ່ພຽງແຕ່ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນເທົ່ານັ້ນ ຫາກຍັງໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນປະຈຸບັນອີກດ້ວຍ.
ທີ່ການພົບປະ, ທ່ານ ເວືອງດິ່ງເຫວ້ ໄດ້ມອບຂອງຂວັນໃຫ້ການນໍາ ICAP, ສະມາຊິກສ້າງຕັ້ງຄະນະກໍາມະການສາມັກຄີກັບຫວຽດນາມ, ໝູ່ບ້ານເບ໊ນແຈ; ມອບຄອບພິວເຕີ 3 ໜ່ອຍໃຫ້ 3 ໂຮງຮຽນທີ່ມີຊື່ຫວຽດນາມ ລວມມີໂຮງຮຽນມັດທະຍົມຕອນຕົ້ນ Tio ໂຮ່ (ລຸງໂຮ່), ໂຮງຮຽນມັດທະຍົມຕອນຕົ້ນ ຫວໍທິທັ໊ງ ແລະໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນວັນເຈີ້ຍ.
ໂດຍ: ໄຊນີດາ