ເຂົ້າຮ່ວມວາລະປະຊຸມ, ຝ່າຍກູບາ ມີ: ເລຂາຜູ້ທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດ Miguel Díaz-Canel Bermúdez; ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນກູບາ Esteban Lazo Hernández ແລະສະມາຊິກສະພາແຫ່ງຊາດ ກູບາ ທຸກຖ້ວນໜ້າ.

ເປີດສາກບົດກ່າວປາໄສ, ຕາງໜ້າການນຳພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສົ່ງເຖິງການນຳ, ບັນດາສະມາຊິກສະພາແຫ່ງຊາດ ແລະປະຊາຊົນ ກູບາ ອ້າຍນ້ອງພອນໄຊອັນປະເສີດ ແລະຄວາມສາມັກຄີ, ມິດຕະພາບ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະແດງຄວາມເປັນກຽດທີ່ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ກູບາ ຢ່າງເປັນທາງການກົງກັບໂອກາດສອງປະເທດມີຫຼາຍເຫດການປະຕິວັດສຳຄັນ: ສະເຫຼີມສະຫຼອງ 62 ປີແຫ່ງວັນໄຊຊະນະຫາດຊາຍທະເລ Giron ແລະຖະແຫຼງການລັກສະນະສັງຄົມນິຍົມ ຂອງການປະຕິວັດກູບາ, 70 ປີແຫ່ງວັນບຸກໂຈມຕີຄ້າຍທະຫານ Moncada; ສະເຫຼີມສະຫຼອງ 60 ປີແຫ່ງວັນ ກູບາ ສ້າງຕັ້ງຄະນະກຳມະການສາມັກຄີກັບພາກໃຕ້ຫວຽດນາມ, ຕົ້ນກຳເນີດຂອງສະມາຄົມມິດຕະພາບ ກູບາ-ຫວຽດນາມ ໃນປະຈຸບັນ; ແລະສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນຳ Fidel Castro Ruz ຢ້ຽມຢາມຫວຽດນາມ ຄັ້ງທໍາອິດ ແລະມາເຂດປົດປ່ອຍພາກໃຕ້ຫວຽດນາມ ໃນໄລຍະສົງຄາມຢ່າງດຸເດືອດ.

ທ່ານ ເວືອງດິ່ງເຫວ້ ສົ່ງຄຳຊົມເຊີຍອັນອົບອຸ່ນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປະທານປະເທດ ຫວໍວັນເຖືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຊົມເຊີຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ຂອງ ກູບາ ໄດ້ປະສົບຜົນສຳເລັດ; ຊົມເຊີຍສະຫາຍ Miguel Díaz-Canel Bermúdez ໄດ້ຮັບເລືອກຕັ້ງໃຫ້ດຳລົງຕ່ຳແໜ່ງປະທານປະເທດ, ສະຫາຍ Manuel Marrero Cruz ໄດ້ຮັບເລືອກຕັ້ງໃຫ້ດຳລົງຕ່ຳແໜ່ງນາຍົກລັດຖະມົນຕີ ແລະສະຫາຍ Esteban Lazo Hernández ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍ່າແໜ່ງປະທານສະພາແຫ່ງຊາດ ກູບາ ດ້ວຍບັດສະໜັບສະໜູນສູງ; ຊົມເຊີຍບັນດາສະຫາຍໃນຄະນະການນຳໃໝ່ຂອງລັດ ກູບາ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ກ່າວປາໄສທີ່ວາລະປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ການນຳພັກ, ລັດ ແລະປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສຂອງບັນດາສະຫາຍ, ປະເທດ ກູບາ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະນັບມື້ນັບພັດທະນາຢ່າງວັດທະນາຖາວອນ; ການພົວພັນສອງປະເທດຫວຽດນາມ, ກູບາ ນັບມື້ນັບສະໜິດຕິດພັນເລິກເຊິ່ງກວ່າ.

ພື້ນຖານໝັ້ນແກ່ນໃຫ້ການພົວພັນພິເສດຫວຽດນາມ-ກູບາ

ຂອບອົກຂອບໃຈພັກ, ລັດ ກູບາ ທີ່ໄດ້ໃຫ້ກຽດແກ່ທ່ານເປັນແຂກຕ່າງປະເທດຜູ້ທຳອິດໄດ້ກ່າວປາໄສຕໍ່ໜ້າສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ, ພາຍຫຼັງສະພາແຫ່ງຊາດ ກູບາ ເລືອກຕັ້ງຄະນະການນຳ ອາຍຸການໃໝ່ຂອງລັດ ກູບາ, ໃນບັນຍາກາດໄວ້ເນື້ອເຊື່ອໃຈ, ເຕັມໄປດ້ວຍນ້ຳໃຈສະຫາຍອ້າຍນ້ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແບ່ງປັນຄຳເຫັນກ່ຽວກັບການພົວພັນຂອງສອງປະເທດ ແລະສອງສະພາແຫ່ງຊາດ.

ຫວຽດນາມ ແລະກູບາ ພ້ອມກັນແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດດ້ວຍບັນດາເຫດການປະຫວັດສາດສຳຄັນຍິ່ງ, ເຮັດໃຫ້ຊາຕະກຳຂອງແຕ່ລະປະເທດປ່ຽນແປງ ແລະກາຍເປັນແຫຼ່ງປຸກລະດົມອັນໃຫຍ່ຫຼວງສຳລັບບັນດາຊາດທີ່ຖືກກົດຂີ່ຂຸດຮີດໃນທົ່ວໂລກ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວາລະປະຊຸມພິເສດຂອງສະພາແຫ່ງຊາດຊຸດທີ X ແລະພິທີສະເຫຼີມສະຫຼອງ 62 ປີແຫ່ງວັນໄຊຊະນະ Giron. ພາບ: ສຳນັກຂ່າວສານຫວຽດນາມ

ຫວຽດນາມ ຍາດໄດ້ໄຊຊະນະ ດ້ຽນບຽນຝູ ດັງກ້ອງກັງວານທົ່ວໂລກ ໃນວັນທີ 7 ພຶດສະພາ 1954; ກູບາ ຍາດໄດ້ໄຊຊະນະປະຕິວັດ ໃນວັນທີ 1 ມັງກອນ 1959, ແມ່ນເຫດການມີຜົນສະທ້ອນອັນໃຫຍ່ຫຼວງໃນສັດຕະວັດທີ 20 ແລະເຮັດໃຫ້ສະຖານະການການເມືອງຢູ່ ອາເມລິກາ ລາຕິນ ປ່ຽນແປງ.

ຊຸມປີ 60 ຂອງສັດຕະວັດກ່ອນ, ເມື່ອປະຊາຊົນຫວຽດນາມ ພວມສຸມໃສ່ມານະພະຍາຍາມປະຕິບັດສອງໜ້າທີ່ຍຸດທະສາດພ້ອມກັນນັ້ນແມ່ນສ້າງສັງຄົມນິຍົມຢູ່ພາກເໜືອ ແລະຕໍ່ສູ້ທ້ອນໂຮມປະເທດຊາດເປັນເອກະພາບຢູ່ພາກໃຕ້, ຢູ່ເຄິ່ງໜ່ວຍໂລກ, ປະຊາຊົນ ກູບາ ກໍ່ທັງສ້າງສາປະເທດ, ທັງປະເຊີນໜ້າກັບບັນດາກົນອຸບາຍມ້າງເພ ແລະການກະທຳມ້າງທຳລາຍຂອງອິດທິກຳລັງ ຈັກກະພັດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ “ບົນເສັ້ນທາງສະຫງ່າລາສີກວ່າ 64 ປີຜ່ານມາຂອງການປະຕິວັດ ກູບາ (ແຕ່ເດືອນມັງກອນ 1959) ມາຮອດປະຈຸບັນ, ຫວຽດນາມ ເອກອ້າງທະນົງໃຈທີ່ໄດ້ສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ກັບເພື່ອນມິດ ກູບາ ເປັນເວລາ 63 ປີ. ວັນທີ 2 ທັນວາ 1960, ອຳນາດການປົກຄອງທີ່ໜຸ່ມນ້ອຍຫາກໍ່ສ້າງຕັ້ງໂດຍຜູ້ນຳ Fidel ນໍາພາໄດ້ນໍາ ກູບາ ກາຍເປັນລັດທໍາອິດຢູ່ຕາເວັນຕົກເຄິ່ງໜ່ວຍໂລກສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ”. ທ່ານ ເວືອງດິ່ງເຫວ້ ຖືວ່າ ບັນດາຈຸດຄ້າຍຄືກັນຂອງສອງປະເທດໃນວິວັດທະນາການປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ ແລະຄວາມມຸ່ງຫວັງ, ອຸດົມການປະຕິວັດ, ພ້ອມກັບມູນເຊື້ອອັນອົງອາດກ້າຫານຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບ, ເພື່ອອະທິປະໄຕ ແລະສິດຕັດສິນຂອງຊາດໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ການພົວພັນອັນສະໜິດສະໜົມບໍລິສຸດຜຸດຜ່ອງພິເສດ ຫວຽດນາມ-ກູບາ.

ຢູ່ຫວຽດນາມ, ປະຊາຊົນຍາມໃດກໍ່ຈົດຈຳຄຳເວົ້າອະມະຕະຂອງອະດີດຜູ້ນຳ Fidel “ເພື່ອຫວຽດນາມ, ກູບາ ພ້ອມແລ້ວທີ່ຈະອຸທິດເລືອດເນື້ອຂອງຕົນ!” ກໍ່ຄືຮູບພາບຂອງ Fidel, ຜູ້ນຳຕ່າງປະເທດຜູ້ທຳອິດ ແລະໜຶ່ງດຽວ ທີ່ບໍ່ຫົວຊາຕໍ່ຄວາມອັນຕະລາຍ, ອົງອາດກ້າຫານຢ້ຽມຢາມເຂດປົດປ່ອຍ “ແຜ່ນດິນໄຟ” ກວາງຈິ້ ໃນວັນທີ 16 ກັນຍາ 1973.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ “ສິ່ງດັ່ງກ່າວພິສູດໃຫ້ເຫັນນ້ຳໃຈເລືອດເນື້ອ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດ, ການແບ່ງປັນຂອງ ກູບາ ຕໍ່ກັບສະຫາຍ, ອ້າຍນ້ອງຫວຽດນາມ. ໃນໄລຍະຕໍ່ຕ້ານອັນດຸເດືອດຂອງປະຊາຊົນ ຫວຽດນາມ, ຜູ້ນຳ Fidel ໄດ້ມີການເຄື່ອນໄຫວສາກົນຫຼາຍເທື່ອເພື່ອຂົນຂວາຍລັດຖະບານ, ປະຊາຊົນບັນດາປະເທດໃນໂລກສາມັກຄີ, ສະໜັບສະໜູນຫວຽດນາມ”.

ປະທານ ໂຮ່ຈີມິນ ເຄີຍຢັ້ງຢືນວ່າ “ຫວຽດນາມ ແລະກູບາ ຫ່າງໄກກັນຫຼາຍພັນຫຼັກແຕ່ນ້ຳໃຈປະຊາຊົນສອງປະເທດສະໜິດຕິດພັນຄືອ້າຍນ້ອງໃນຄອບຄົວດຽວ”. ປະຕິບັດຕາມພິໃນກຳຂອງປະທານ ໂຮ່ຈີມິນ, ການນຳ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຢັ້ງຢືນວ່າ “ສາມັກຄີ, ສະໜັບສະໜູນ ກູບາ ແມ່ນມະໂນທຳ ແລະຄວາມຮັບຜິດຊອບ ຂອງນັກກອມມູນິດ ແລະປະຊາຊົນຫວຽດນາມ!”. ນັ້ນແມ່ນສິນທໍາ, ແມ່ນມູນເຊື້ອກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳຂອງຊາດຫວຽດນາມ ທີ່ຈົ່ງຮັກພັກດີກັບສະຫາຍ ແລະເພື່ອນມິດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ “ພວກຂ້າພະເຈົ້າ ບໍ່ອາດຫຼົງລື່ມ ແລະຍາມໃດກໍ່ຈົດຈຳການຊ່ວຍເຫຼືອບໍ່ເຫັນແກ່ຕົວ, ປອດໃສ, ເຕັມໄປດ້ວຍນ້ຳໃຈອ້າຍນ້ອງຂອງກູບາ”.

ພ້ອມກັນຄວາມມານະພະຍາຍາມປະຕິບັດຄວາມມຸ່ງຫວັງພັດທະນາປະເທດ

ທ່ານ ເວືອງດິ່ງເຫວ້ ເນັ້ນໜັກວ່າ ປະຊາຊົນຫວຽດນາມ ໄດ້ຜ່ານວິວັດທະນາການຕໍ່ສູ້ປະຕິວັດອັນຍາວນານ, ຫຍຸ້ງຍາກ, ລຳບາກ, ເສຍສະຫຼະຊີວິດ ເພື່ອຕ້ານແອກປົກຄອງ ແລະການຮຸກຮານຂອງພວກລ່າເມືອງຂຶ້ນ, ຈັກກະພັດ ຕາມສັດຈະທຳ “ບໍ່ມີສິ່ງໃດປະເສີດກວ່າເອກະລາດ, ເສລີພາບ”. ເອກະລາດຊົນຊາດຕິດພັນກັບສັງຄົມນິຍົມແມ່ນແນວທາງພື້ນຖານ, ຊອດທະລຸຂອງການປະຕິວັດຫວຽດນາມ ແລະກໍ່ແມ່ນປັດໄຈສຳຄັນໃນມໍລະດົກແນວຄິດຂອງປະທານໂຮ່ຈີມິນ.

ໃນກິດຈະການປ່ຽນແປງໃໝ່ 35 ປີກວ່າທີ່ຜ່ານມາ, ຈາກການສະຫຼຸບພຶດຕິກຳຕົວຈິງ ແລະການຄົ້ນຄວ້າທິດສະດີິ, ພັກກອມມູນິດຫວຽດນາມ ໄດ້ຮັບຮູ້ນັບມື້ນັບຖືກຕ້ອງກວ່າ, ເລິກເຊິ່ງກວ່າກ່ຽວກັບສັງຄົມນິຍົມ ແລະໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ.

leftcenterrightdel
ທ່ານ Miguel Díaz-Canel ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດແຫ່ງ ສ. ກູບາ ແລະທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ວາລະປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແບ່ງປັນພ້ອມກັບບັນດາສະຫາຍ ກູບາ ບາງເນື້ອໃນຕົ້ນຕໍກ່ຽວກັບການຄົ້ນຄວ້າ, ປັບປຸງທິດສະດີກ່ຽວກັບລັດທິສັງຄົມນິຍົມ, ນັ້ນແມ່ນ: “ສັງຄົມ ສັງຄົມນິຍົມ ເຊິ່ງປະຊາຊົນຫວຽດນາມ ພວມສູ້ຊົນກໍ່ສ້າງແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ; ໂດຍປະຊາຊົນເປັນເຈົ້າຂອງ; ມີພື້ນຖານເສດຖະກິດພັດທະນາສູງ, ອີງໃສ່ກຳລັງຜະລິດທັນສະໄໝ ແລະການພົວພັນຜະລິດກ້າວໜ້າເໝາະສົມ; ມີພື້ນຖານວັດທະນະທຳກ້າວໜ້າເຂັ້ມຂຸ້ນໄປດ້ວຍສີສັນຊາດ; ປະຊາຊົນມີຊີວິດອີ່ມໜຳສຳລານ, ອິດສະຫຼະພາບ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຮອບດ້ານ; ບັນດາເຜົ່າໃນວົງຄະນະຍາດຫວຽດນາມ ມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະຊ່ວຍເຫຼືອກັນພັດທະນາ; ມີລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນໂດຍພັກກອມມູນິດນຳພາ; ມີການພົວພັນ ມິດຕະພາບ ແລະການຮ່ວມມືກັບບັນດາປະເທດໃນໂລກ”. ບັນດາເນື້ອໃນຕົ້ນຕໍນີ້ແມ່ນໄດ້ສະຫຼຸບ, ລະບຸໄວ້ໃນບັນດາບົດປະພັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ “ບາງບັນຫາທິດສະດີ ແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ”. (ພິມຈໍາໜ່າຍໃນເດືອນພຶດສະພາ 2022).

ມາຮອດປະຈຸບັນ, ໂດຍຜ່ານຄວາມຫຍຸ້ງຍາກຫຼາຍຢ່າງ, ການຂວໍ້າບາດຢ່າງຮ້າຍແຮງ, ໄພທຳມະຊາດ, ໂລກລະບາດ... ກູບາ ກໍ່ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນການປະຕິບັດ “ອັບເດດຮູບແບບເສດຖະກິດ” ຕາມມະຕິບັນດາກອງປະຊຸມໃຫຍ່ ຄັ້ງທີ VII, VIII, ລັດຖະທໍາມະນູນ 2019... ຕາມເປົ້າໝາຍກໍ່ສ້າງສັງຄົມນິຍົມ. ຫວຽດນາມ ກໍ່ພວມປ່ຽນແປງໃໝ່ຮູບແບບເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມທິດຫັນປ່ຽນເປັນພື້ນຖານເສດຖະກິດດີຈີຕອນປະດິດສ້າງ, ເອົາໃຈໃສ່ຄຸນນະພາບການເຕີບໂຕແບບຍືນຍົງດ້ວຍ 3 ບຸກທະລຸຍຸດທະສາດແມ່ນພັດທະນາພື້ນຖານໂຄງລ່າງ, ພັດທະນາຊັບພະຍາກອນມະນຸດ ແລະປະຕິຮູບດ້ານການບໍລິຫານ.

ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຫວຽດນາມ ພວມສູ້ຊົນຕາມບັນດາເປົ້າໝາຍເຖິງປີ 2030 ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ ແລະປີ 2045 ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດ, ມານະພະຍາຍາມຫັນຄວາມມຸ່ງຫວັງຫວຽດນາມ ເຂັ້ມແຂງແຮງກ້າໃຫ້ປະກົດຜົນເປັນຈິງ.

ຊຸກຍູ້ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ໃນການພົວພັນລະຫວ່າງສອງປະເທດ, ຍາມໃດການນຳພັກ, ລັດ ກໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດກູບາ, ສິ່ງດັ່ງກ່າວໄດ້ ແລະພວມປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະພັດທະນາການພົວພັນ, ນ້ຳໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີ. ພາບ: ສຳນັກຂ່າວສານຫວຽດນາມ

ຕີລາຄາສູງຜົນການຢ້ຽມຢາມ ແລະເນື້ອໃນບົດກ່າວປາໄສສຳຄັນຂອງສະຫາຍ Esteban Lazo Hernández ຕໍ່ໜ້າສະພາແຫ່ງຊາດຫວຽດນາມ ໃນວັນທີ 12 ມີຖຸນາ 2017, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຫວນຄືນວັນທີ 25 ມີນາ 2022, ປະທານສະພາແຫ່ງຊາດສອງປະເທດ ໄດ້ມີການພົບປະເຈລະຈາທາງອອນລາຍກ່ຽວກັບການເພີ່ມທະວີການຮ່ວມມືສອງສະພາແຫ່ງຊາດ ແລະຊຸກຍູ້ການຮ່ວມມືສອງປະເທດໃຫ້ນັບມື້ນັບມີປະສິດທິຜົນກວ່າໃນສະພາບການສາກົນໃໝ່ ແລະຍຸກສະໄໝດີຈີຕອນ...

ຕາມນັ້ນແລ້ວ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ປະທານສະພາແຫ່ງຊາດສອງປະເທດ ຈະເຊັນບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງສະພາ ເພື່ອເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ ແລະບົດບັນທຶກວ່າດ້ວຍການຮ່ວມມືຫຼາຍສະບັບອື່ນລະຫວ່າງບັນດາອົງການ, ບັນດາກະຊວງ, ຂະແໜງການ ແລະບັນດາທ້ອງຖິ່ນຂອງຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ອວຍພອນການຮ່ວມມືຢ່າງແຮງຂອງສອງສະພາແຫ່ງຊາດ ແລະອວຍພອນການພົວພັນສາມັກຄີແບບພິເສດ, ເປັນແບບຢ່າງຂອງສອງປະເທດນັບມື້ນັບພັດທະນາ. ປະທານສະພາແຫ່ງຊາດ ເນັ້ນໜັກວ່າ: “Viva ກູບາ! Viva ຫວຽດນາມ! ຫວຽດນາມ-ກູບາ ສາມັກຄີ ຈະຍາດໄດ້ໄຊຊະນະຢ່າງແນ່ນອນ!”.

ໂດຍ: ແສງເດືອນ