ຍູ້ແຮງການຮ່ວມມືທ້ອງຖິ່ນລະຫວ່າງຝະລັ່ງ ແລະຫວຽດນາມ
ກປ.ອອນໄລ - ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງຄູ່ຮ່ວມມືຍຸດທະສາດຝະລັ່ງ-ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 24 ມີນາ ຢູ່ນະຄອນ Poitiers, ຂຶ້ນກັບເຂດ Nouvelle-Aquitaine, ຝະລັ່ງ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ໂດຍເປັນປະທານພິທີ, ທ່ານນາງ Eléonore Moncond’huy ເຈົ້າຄອງນະຄອນ Poitiers ຕີລາຄາສູງການພົວພັນແຮກສ່ຽວລະຫວ່າງສອງນະຄອນ Poitiers ແລະເຫວ້ ເວົ້າສະເພາະ, ກໍ່ຄືມູນເຊື້ອການຮ່ວມມືລະຫວ່າງສອງປະເທດຝະລັ່ງ ແລະຫວຽດນາມ ເວົ້າລວມ. ທ່ານນາງ Eléonore Moncond’huy ຮຽກຮ້ອງບັນດາຄູ່ຮ່ວມມືຂອງເຂດ Nouvelle-Aquitaine, ໃນນັ້ນມີນະຄອນ Poitiers, ສືບຕໍ່ເປັນເຈົ້າການ ແລະເຮັດໃໝ່ບັນດາການພົວພັນທີ່ມີຢູ່ແລ້ວ, ຄື: ຫັນປ່ຽນພະລັງງານ, ຫັນປ່ຽນດີຈີຕອນ, ພັດທະນາສີຂຽວ, ຍືນຍົງ.
ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝະລັ່ງ ຮຽກຮ້ອງບັນດາຄູ່ຮ່ວມມືທ້ອງຖິ່ນຢູ່ຝະລັ່ງ ສືບຕໍ່ຮ່ວມມື ແລະຊຸກຍູ້ການພົບປະແລກປ່ຽນກັບບັນດາແຂວງ ແລະນະຄອນຂອງຫວຽດນາມ.
ນະຄອນ Poitiers ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ, ພ້ອມກັບເຫວ້ ສ້າງຕັ້ງ ແລະພັດທະນາຮູບແບບ Festival ເຫວ້ ສໍາເລັດຜົນໃນໄລຍະຜ່ານມາ. ນະຄອນ Poitiers ເວົ້າສະເພາະ ແລະເຂດ Nouvelle-Aquitaine ເວົ້າລວມໄດ້ ແລະກໍາລັງມີຫຼາຍໂຄງການຮ່ວມມືກັບບາງທ້ອງຖິ່ນຫວຽດນາມ, ຄື: ເທື່ອທຽນ-ເຫວ້, ລາວກາຍ... ເປັນຕົ້ນແມ່ນໃນບັນດາຂົງເຂດກະສິກໍາ, ວັດທະນະທໍາ, ຄົ້ນຄວ້າ, ປົກປັກຮັກສາສິ່ງແວ້ດລ້ອມ, ຮັບມືກັບການປ່ຽນແປງໃໝ່ຂອງດິນຟ້າອາກາດ.
ໂດຍ: ໄຊນີດາ