ທີ່ການເຮັດວຽກ, ທ່ານ ໂຮ່ດຶກເຝີກ ເນັ້ນໜັກວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນ ແລະແມ່ນປະເທດໜູນຊ່ວຍທຶນ ODA ຫຼາຍທີ່ສຸດຂອງຫວຽດນາມ  ນັບແຕ່ກ່ອນມາຮອດປະຈຸບັນ. ຄຽງຂ້າງນັ້ນ, ບັນດາວິສາຫະກິດຍີ່ປຸ່ນ ພວມສືບຕໍ່ເປີດກວ້າງການລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານ ໂຮ່ດຶກເຝີກ ລັດຖະມົນຕີກະຊວງການເງິນ ເຮັດວຽກກັບທ່ານ Nakajima Junichi ຜູ້ອໍານວຍການອົງການບໍລິການການເງິນຍີ່ປຸ່ນ (JFSA). ພາບ: Vietnam+

ແບ່ງປັນກ່ຽວກັບສະພາບເສດຖະກິດມະຫາພາກຂອງຫວຽດນາມ, ທ່ານ ໂຮ່ດຶກເຝີກ ໃຫ້ຮູ້ວ່າໂອກາດພັດທະນາເສດຖະກິດຂອງຫວຽດນາມ ໃນປະຈຸບັນສະດວກທີ່ສຸດ.

ຫວຽດນາມ ບັນລຸໄດ້ຫຼາຍຜົນງານສໍາຄັນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ. ການເຕີບໂຕເສດຖະກິດຫວຽດນາມ ປີ 2022 ບັນລຸກວ່າ 8% ວົງເງິນນໍາເຂົ້າ-ສົ່ງອອກ ບັນລຸປະມານ 730 ຕື້ໂດລາສະຫະລັດ, ການສົ່ງອອກເກີນດຸນ 11,2 ຕື້ໂດລາສາຫະລັດ.

ກ່າວຄໍາເຫັນທີ່ການເຮັດວຽກ. ທ່ານ Nakajima Junichi ຕີລາຄາສູງຫວຽດນາມ ເມື່ອກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດບັນລຸລະດັບເຕີບໂຕບວກ, ຄວບຄຸມໄຟເງິນເຝີ້ ແລະຮັກສາພື້ນຖານເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງໃນສະພາບຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19.

leftcenterrightdel
ສອງຝ່າຍແລກປ່ຽນບັນດາບັນຫາຂຶ້ນກັບຕະຫຼາດການເງິນລະຫວ່າງຫວຽດນາມ-ຍີ່ປຸ່ນ. ພາບ: Vietnam+

ທ່ານ Nakajima Junichi ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຝ່າຍ JFSA ຈະໜູນຊ່ວຍກະຊວງການເງິນໃນການເຂົ້າຮ່ວມເວທີປາໄສສາກົນຂອງບັນດານັກຄຸ້ມຄອງຕໍ່ກັບການເຄື່ອນໄຫວກວດສອບເອກະລາດ (ຍີ່ປຸ່ນແມ່ນຄະນະເລຂາທິການຂອງເວທີປາໄສ). ທ່ານກໍ່ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ການຮ່ວມມື, ຈາກນັ້ນ ຊ່ວຍຫວຽດນາມ ຫັນເປົ້າໝາຍພັດທະນາຕະຫຼາດການເງິນ, ຕະຫຼາດທຶນແບບຍືນຍົງ, ກໍ່ໍຄືຕະຫຼາດປະກັນໄພສັງຄົມ, ຕະຫຼາດຫຼັກຊັບໃຫ້ປະກົດຜົນເປັນຈິງໂດຍໄວ.

ໂດຍ: ໄຊນີດາ