ຫວ່າງແລ້ວນີ້, ທີ່ເຮືອນຮັບແຂກລັດຖະບານ, ທ່ານ ໂດຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານພິທີສະເຫຼີມສະຫຼອງວັນສາກົນ ຝະລັ່ງໂກໂຟນີ (OIF) ວັນທີ 20 ມີນາ.

ດ້ວຍຫົວຂໍ້ “321 ລ້ານຄົນເວົ້າພາສາຝະລັ່ງ, ເນື້ອໃນວັດທະນະທໍານັບຫຼາຍຕື້”, ພິທີສະເຫຼີມສະຫຼອງປີນີ້ແມ່ນມຸ່ງໄປເຖິງການເຊີດຊູຄວາມຫຼາກຫຼາຍຂອງວັດທະນະທໍາ ແລະພາສາຂອງປະຊາຄົມຝະລັ່ງໂກໂຟນີ ໃນທົ່ວໂລກ, ພ້ອມທັງເພີ່ມທະວີ ແລະຊຸກຍູ້ການເຂົ້າເຖິງເນື້ອໃນວັດທະນະທໍາ ຝະລັ່ງໂກໂຟນີໃນຂົງເຂດດີຈີຕອນ.

leftcenterrightdel
ທ່ານ ໂດຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂດຮຸ່ງຫວຽດ ຢັ້ງຢືນວ່າ ຫວຽດນາມ ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນສະມາຊິກຂອງປະຊາຄົມ ຝະລັ່ງໂກໂຟນີ; ຍາມໃດກໍ່ຖືເປັນສໍາຄັນ, ສາມັກຄີກັບປະຊາຄົມ ຝະລັ່ງໂກໂຟນີ ແລະບັນດາປະເທດ, ຄູ່ຮ່ວມມືສະມາຊິກດ້ວຍບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະມີຄວາມໝາຍໄດ້ຈັດຕັ້ງໃນທົ່ວປະເທດຫວຽດນາມ ເນື່ອງໃນໂອກາດວັນສາກົນຝະລັ່ງໂກໂຟນີ ໂດຍກະຊວງການຕ່າງປະເທດສົມທົບກັບອົງການຈັດຕັ້ງສາກົນຝະລັ່ງໂກໂຟນີ ຈັດຕັ້ງ, ໄດ້ກາຍເປັນໜຶ່ງວັນບຸນຂອງຄົນເວົ້າພາສາຝະລັ່ງ ແລະຮັກພາສາຝະລັ່ງ ຢູ່ຫວຽດນາມ.

ສ່ວນທ່ານ Edgar Doerig ຕາງໜ້າ OIF ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ຕີລາຄາສູງບັນດາຜົນງານທີ່ບັນລຸ ໄດ້ໃນການພົວພັນລະຫວ່າງຫວຽດນາມ ແລະປະຊາຄົມຝະລັ່ງໂກໂຟນີ; ທ່ານຢັ້ງຢືນວ່າບັນດາຄໍາໝັ້ນສັນຍາ ແລະໂຄງການດໍາເນີນງານຂອງ OIF ໃນໄລຍະຈະມາເຖິງແມ່ນກ່ຽວຂ້ອງເຖິງຫົວຂໍ້: ຊາວໜຸ່ມ, ຄວາມສະເໝີພາບລະຫວ່າງຍິງ ແລະຊາຍ, ເຕັກນິກດີຈີຕອນ ແລະພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ