ທ່ານນາງ Meritxell Batet ຢັ້ງຢືນວ່າ ແອັດສະປາຍ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຍູ້ແຮງການພົວພັນດ້ານຕ່າງໆກັບຫວຽດນາມ ກໍ່ຄືການພົວພັນຄູ່ຮ່ວມມື ແລະຮ່ວມມືຮອບດ້ານລະຫວ່າງອີຢູ-ຫວຽດນາມ, ໂດຍສະເພາະແມ່ນແອັດສະປາຍ ເປັນປະທານໝູນວຽນ ອີຢູ ໃນ 6 ເດືອນທ້າຍປີ 2023.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີ ແລະທ່ານນາງ Meritxell Batet ປະທານສະພາຕໍ່າ ແອັດສະປາຍ. ພາບ: baochinhphu.vn

ທ່ານນາງ Meritxell Batet ຊົມເຊີຍຂໍ້ສະເໜີຂອງຝ່າຍຫວຽດນາມ ກ່ຽວກັບການເພີ່ມທະວີການພົບປະແລກປ່ຽນລະຫວ່າງສະມາຊິກລັດຖະສະພາສອງປະເທດເພື່ອເປີດກວ້າງຄວາມເຂົ້າໃຈ ແລະຍູ້ແຮງການຮ່ວມມືລັດຖະສະພາ.

ທ່ານ ເຈິ່ນລືວກວາງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນ ແລະຕັດສິນໃຈພ້ອມກັບແອັດສະປາຍ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດມຸ່ງໄປເຖິງອະນາຄົດລະຫວ່າງສອງປະເທດໄປສູ່ໄລຍະພັດທະນາໃໝ່, ເຂົ້າສູ່ລວງເລິກ, ແທດຈິງ. ທ່ານ ເຈິ່ນລືວກວາງ ຂອບໃຈລັດຖະສະພາແອັດສະປາຍ ທີ່ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ແລະສະເໜີແອັດສະປາຍ ຊຸກຍູ້ລັດຖະສະພາບັນດາປະເທດທີ່ຍັງເຫຼືອໃນອີຢູ ໃຫ້ສັດຕະຍາບັນສັນຍານີ້ໂດຍໄວ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຢູ່ທຸກຊ່ອງທາງ, ສະໜັບສະໜູນຍູ້ແຮງການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ; ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາແອັດສະປາຍ ຈະສືບຕໍ່ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ. ສອງຝ່າຍກໍ່ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງເສົາຄໍ້າການລົງທຶນ-ການຄ້າ, ພ້ອມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ວັດທະນະທໍາ, ກິລາ, ການທ່ອງທ່ຽວ, ການສຶກສາ-ກໍ່ສ້າງ, ກະສິກໍາ ແລະພ້ອມກັນຮັບມືກັບບັນດາບັນຫາທົ່ວໂລກ, ຄື: ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ. ເນື່ອງໃນໂອກາດນີ້, ທ່ານ ເຈິ່ນລືວກວາງ ສະເໜີໃຫ້ແອັດສະປາຍສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ແອັດສະປາຍ ເຊື່ອມໂຍງໃຫ້ສໍາເລັດຜົນ.

ໂດຍ: ໄຊນີດາ