ວັນທີ 26 ກຸມພາ ຜ່ານມາ ເປັນຂີດໝາຍແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອົດສະຕາລີ ຄົບຮອບ 50 ປີ (26/2/1973-26/2/2023). ໃນ 5 ທົດສະວັດຜ່ານມາ, ການພົວພັນລະຫວ່າງສອງປະເທດໄດ້ຜ່ານຫຼາຍໄລຍະພັດທະນາ ແລະບັນລຸໄດ້ຜົນງານປະທັບໃຈຫຼາຍຢ່າງ. ບົນພື້ນຖານການພົວພັນຍືນຍົງ ແລະໄວ້ເນື້ອເຊື່ອໃຈໃນ 50 ປີຜ່ານມາ, ສອງປະເທດສືບຕໍ່ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ, ເໝາະສົມກັບຄວາມຕ້ອງການຂອງແຕ່ລະປະເທດ ກໍ່ຄືໃນສະຖານະການຂອງພາກພື້ນ ແລະໂລກ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ແລະອົດສະຕາລີ ສ້າງຕັ້ງການພົວພັນທາງການທູດໃນວັນທີ 26-2-1973, ພາຍຫຼັງເຊັນສັນຍາປາຣີ ວ່າດ້ວຍການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ  ເປັນເວລາສອງສາມວັນ. ນັບແຕ່ນັ້ນມາຮອດປະຈຸບັນ, ການພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະບັນລຸໄດ້ຜົນງານຫຼາຍຢ່າງ, ພິເສດໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ.

ຜົນການຮ່ວມມືປະທັບໃຈໃນ 50 ປີຜ່ານມາ

ປີ 2009, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະເຖິງປີ 2018, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ເປີດໄລຍະໃໝ່ໃຫ້ການພົວພັນສອງຝ່າຍ. ຜ່ານ 5 ທົດສະວັດແຫ່ງການພັດທະນາດ້ວຍບັນດາກາລະໂອກາດ ກໍ່ຄືຄວາມຫຍຸ້ງຍາກ ແລະສິ່ງທ້າທາຍສະຫຼັບກັນ, ໃນການຜັນແປຢ່າງບໍ່ຢຸດຢັ້ງຂອງສະພາບການພາກພື້ນ ແລະສາກົນ, ຫວຽດນາມ ແລະອົດສະຕາລີ ໄດ້ກາຍເປັນບັນດາຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງກັນທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ. ຈຸດພົ້ນເດັ່ນໃນການພົວພັນສອງປະເທດ ແມ່ນການເພີ່ມຜົນປະໂຫຍດຄ້າຍຄືກັນ ແລະໄວ້ເນື້ອເຊື່ອໃຈກັນ. ໃຫ້ຂໍ້ສັງເກດກ່ຽວກັບການພົວພັນສອງປະເທດໃນປະຈຸບັນ, ທ່ານ Andrew Goledzinowski  ເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ  ຢັ້ງຢືນວ່າ: “ບໍ່ມີໄລຍະໃດໃນປະຫວັດສາດທີ່ການພົວພັນລະຫວ່າງສອງປະເທດພວກເຮົາພັດທະນາອັນດີງາມ ແລະໝັ້ນແກ່ນ ຄືໃນປະຈຸບັນ. ການພົວພັນສອງຝ່າຍໄດ້ຮັບການກໍ່ສ້າງບົນຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ ກໍ່ຄືການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນຫຼາຍຂົງເຂດ. ນັ້ນແມ່ນການຮ່ວມມືດ້ານປ້ອງກັນຊາດ, ການສຶກສາ, ການຄ້າ ຫຼືການພົບປະແລກປ່ຽນປະຊາຊົນ-ການເຊື່ອມຕໍ່ສຳຄັນລະຫວ່າງປະຊາຊົນສອງປະເທດ”.

leftcenterrightdel
ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ ແລະພວມຕັ້ງໜ້າຜັນຂະຫຍາຍທຸກເສົາຄ້ຳຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດໃນທອັບ 10 ຂອງກັນ, ດ້ວຍວົງເງິນການຄ້າສອງສົ້ນປີ 2022 ບັນລຸ 15,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ໄລຍະກ່ອນທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ການຮ່ວມມື, ສົມທົບກັນລະຫວ່າງສອງປະເທດນັບມື້ນັບມີປະສິດທິຜົນ, ແທດຈິງທີ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະສາກົນ, ຄື: ສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC)… ບໍ່ພຽງແຕ່ເປັນຄູ່ຮ່ວມມືຫຼັກແຫຼ່ງຂອງຫວຽດນາມ ຢູ່ພາກພື້ນປາຊີຟິກໃຕ້ ເທົ່ານັ້ນ, ອົດສະຕາລີ ກໍ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງອາຊຽນ ອີກດ້ວຍ.

ສຳລັບອົດສະຕາລີ, ຫວຽດນາມ ເປັນເພື່ອນມິດ, ເປັນຄູ່ຮ່ວມມືສະໜິດສະໜົມໃນອາຊຽນ ແລະພາກພື້ນ. ແບ່ງປັນຫຼາຍຜົນປະໂຫຍດ ແລະທັດສະນະລວມ, ຫວຽດນາມ ແລະອົດສະຕາລີ ໃຫ້ຄຳໝັ້ນສັນຍາປັບປຸງບົດບາດໃຈກາງຂອງອາຊຽນ ເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນ.

ອະນາຄົດເປີດກວ້າງດ້ວຍຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ

5 ທົດສະວັດແຫ່ງການຮ່ວມມືຜ່ານມາໄດ້ພິສູດໃຫ້ເຫັນວ່າການພົວພັນອັນດີງາມລະຫວ່າງຫວຽດນາມ ແລະອົດສະຕາລີ ນຳມາເຊິ່ງຜົນປະໂຫຍດທີ່ເຫັນໄດ້ຊັດ, ລະອຽດ ແລະແທດຈິງໃຫ້ທັງສອງປະເທດ. ປະຈຸບັນພວມສ້າງບັນດາກາລະໂອກາດ ເຊິ່ງສອງປະເທດຄວນກຳແໜ້ນເພື່ອນຳການພົວພັນຮ່ວມມືຫຼາຍດ້ານພັດທະນາຂຶ້ນສູ່ໄລຍະໃໝ່.

ສອງປະເທດໄດ້ແບ່ງປັນຜົນປະໂຫຍດຍຸດທະສາດກ່ຽວກັບສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ. ພື້ນຖານເສດຖະກິດສອງປະເທດມີລັກສະນະເພີ່ມເຕີມສູງ, ໂດຍສະເພາະແມ່ນຊັບພະຍາກອນທຳມະຊາດ,  ຊັບພະຍາກອນມະນຸດ, ຄວາມສາມາດດ້ານເຕັກໂນໂລຢີ ແລະການເງິນ. ນອກຈາກ 3 ເສົາຄ້ຳ ໃນການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີຢູ່ແລ້ວ (ເສດຖະກິດ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ພູມປັນຍາ ແລະປ່ຽນແປງໃໝ່), ສອງປະເທດພວມພິຈາລະນາບາງເສົາຄ້ຳໃໝ່ ເພື່ອຕິດພັນກັນສະໜິດແໜ້ນກວ່າ. ບັນດາຂົງເຂດພວມປະກົດຂຶ້ນ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ... ຈະແມ່ນບັນດາຂົງເຂດຮ່ວມມືໃໝ່ລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ທ່ານ Andrew Goledzinowski ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ຖືວ່າ ສອງປະເທດຈະເພີ່ມການເຈລະຈາຍຸດທະສາດ, ສ້າງບາງກົນໄກໃໝ່, ພ້ອມທັງພິຈາລະນາຍົກລະດັບການພົວພັນ: “ຂ້າພະເຈົ້າ ປະເອີບໃຈຕໍ່ຄວາມສາມາດນີ້. ມາຮອດປະຈຸບັນ, ຫາກໍ່ມີ 4 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ- ນັ້ນແມ່ນ ຈີນ, ລັດເຊຍ, ອິນເດຍ ແລະຫຼ້າສຸດແມ່ນ ສ. ເກົາຫຼີ. ເພາະສະນັ້ນ, ຖ້າ ອົດສະຕາລີ ອາດສາມາດແມ່ນປະເທດຕໍ່ໄປສ້າງຕັ້ງການພົວພັນນີ້ກັບຫວຽດນາມ, ຈະເປັນສິ່ງສຸດຍອດ. ຂ້າພະເຈົ້າ ຄິດວ່າ ໃນປີນີ້, ພວກເຮົາຈະແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ນີ້ຈະແມ່ນກາລະໂອກາດທີ່ດີ ເພື່ອແຈ້ງໃຫ້ກັນຮັບຊາບສິ່ງເຫຼົ່ານີ້. ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນລະດັບສູງໃໝ່, ນີ້ຈະແມ່ນກຳລັງໜູນສຳຄັນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ ຫຼື ເຕັກໂນໂລຢີສູງ...”

ຫວຽດນາມ ແລະອົດສະຕາລີ ພວມຢືນຕໍ່ໜ້າການຮ່ວມມືໃໝ່ ເຊິ່ງບັນດາຜົນງານຮ່ວມມືໃນ 5 ທົດສະວັດຜ່ານມາ ໄດ້ພິສູດໃຫ້ເຫັນວ່າ ສອງປະເທດບໍ່ພຽງແຕ່ໃກ້ຊິດເທົ່ານັ້ນ ຫາກຍັງມີຜົນປະໂຫຍດຮ່ວມກັນອີກດ້ວຍ. ປີ 2023 ບໍ່ພຽງແຕ່ແມ່ນກາລະໂອກາດ ເພື່ອໃຫ້ຫວຽດນາມ-ອົດສະຕາລີ ຫວນຄືນບັນດາຜົນງານທີ່ບັນລຸໄດ້ເທົ່ານັ້ນ, ຫາກຍັງມຸ່ງໄປສູ່ອະນາຄົດຂອງການພົວພັນມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດທີ່ນັບມື້ນັບເລກເຊິ່ງກວ່າອີກ.

ໂດຍ: ແສງເດືອນ