ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບຜູ້ອໍານວຍການໃຫຍ່ຮັບຜິດຊອບດ້ານການເງິນບໍລິສັດ Samsung Electronics
ກປ.ອອນໄລ - ຕອນບ່າຍວັນທີ 28 ກຸມພາ, ທ່ີຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕ້ອນຮັບທ່ານ Park Hark Kyu ຜູ້ອໍານວຍການໃຫຍ່ຮັບຜິດຊອບດ້ານການເງິນບໍລິສັດ Samsung Electronics.
ທີ່ການພົບປະ, ທ່ານ Park Hark Kyu ແບ່ງປັນຜົນການເຄື່ອນໄຫວຂອງ Samsung ຢູ່ຫວຽດນາມ ແລະຍົກອອກຂໍ້ສະເໜີຂອງ Samsung, ໃນນັ້ນມີບັນດາບັນຫາທີ່ກ່ຽວຂ້ອງເຖິງຂໍ້ກຳນົດກ່ຽວກັບພາສີຕ່ຳສຸດທົ່ວໂລກ.
ທ່ານ ເວືອງດິ່ງເຫວ້ ຕີລາຄາສູງ Samsung ສືບຕໍ່ເອົາໃຈໃສ່ລົງທຶນຢູ່ຫວຽດນາມ; ເອົາໃຈໃສ່ພັດທະນາບັນດາຄູ່ຮ່ວມມືອຸດສາຫະກໍາສໍາຮອງ Samsung ຢູ່ຫວຽດນາມ; ສຳເລັດການກໍ່ສ້າງສູນຄົ້ນຄວ້າ ແລະພັດທະນາ (R&D) ຢູ່ຮ່າໂນ້ຍ. ປະທານສະພາແຫ່ງຊາດ ສະເໜີ Samsung ສືບຕໍ່ເອົາໃຈໃສ່ລົງທຶນຄົ້ນຄວ້າ, ພັດທະນາເຕັກໂນໂລຢີເຄື່ອງເຄິ່ງຊັກນຳໄຟຟ້າຢູ່ຫວຽດນາມ.
    |
 |
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Park Hark Kyu ຜູ້ອໍານວຍການໃຫຍ່ຮັບຜິດຊອບດ້ານການເງິນບໍລິສັດ Samsung Electronics. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ, ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ປະຕິຮູບສະພາບການລົງທຶນດໍາເນີນທຸລະກິດ, ເພີ່ມທະວີຄວາມສາມາດໃນການແກ່ງແຍ້ງ ແລະສ້າງທຸກເງື່ອນໄຂສະດວກທີ່ສຸດໃຫ້ບັນດານັກລົງທຶນທໍາມາຫາກິນ ແລະຄວາມສະດວກຢູ່ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ 4 ບັນຫາທີ່ມີລັກສະນະຫຼັກການເມື່ອປັບປຸງຂອບນິຕິບັນຍັດ, ກວດກາຄືນບັນດາມາດຕະການບຸລິມະສິດເພີ່ມເຕີມໃຫ້ບັນດານັກລົງທຶນ. ນັ້ນແມ່ນຫວຽດນາມ ຕ້ອງເຄົາລົບຄໍາໝັ້ນສັນຍາກ່ຽວກັບພາສີຕ່ຳສຸດຂອງ OECD, ຮັບປະກັນລັກສະນະເປີດເຜີຍ, ປອດໃສ, ຍຸຕິທໍາເພື່ອກໍານົດກ່ຽວກັບພາສີຕໍ່າສຸດທົ່ວໂລກພຽງນໍາໃຊ້ໃຫ້ບັນດາບໍລິສັດນາໆຊາດທີ່ມີລາຍຮັບໃຫຍ່...; ບໍ່ໃຫ້ເກີດຄວາມສ່ຽງລະເມີດຂໍ້ກຳນົດກ່ຽວກັບພາສີຕ່ຳສຸດໃຫ້ລັດຖະບານຫວຽດນາມ; ກໍານົດຂອງກົດໝາຍຕ້ອງຮັບປະກັນງ່າຍດາຍ ແລະປະຕິບັດງ່າຍຢ່າງເດັດຊາດ.
ໂດຍ: ໄຊນີດາ