ຕາມນັ້ນແລ້ວ, ສອງພັກໄດ້ເຫັນດີເປັນເອກະພາບເພີ່ມທະວີ ແລະຍົກສູງການແລກປ່ຽນຄະນະ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຢ່າງມີປະສິດທິຜົນ ແລະໂຄສະນາກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສົມທົບກັນຢູ່ເວທີປາໄສຫຼາຍຝ່າຍພັກການເມືອງໃນພາກພື້ນ ແລະສາກົນ; ຜັນຂະຫຍາຍການຮ່ວມມືບໍາລຸງສ້າງພະນັກງານຕາມຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍຢ່າງມີໄຫວພິບ; ຕັ້ງໜ້າຊຸກຍູ້, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງປະເທດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ບົດບັນທຶກຮ່ວມມືລະຫວ່າງສອງພັກແມ່ນເພື່ອແນໃສ່ເພີ່ມທະວີ, ຊຸກຍູ້ ແລະນໍາການພົວພັນຫວຽດນາມ-ໂດມີນິກາ ນັບມື້ນັບເປີດກວ້າງ ແລະເຂົ້າສູ່ລວງເລິກ, ມີປະສິດທິຜົນ.

leftcenterrightdel
ທ່ານ ເລຮວ່າຍຈູງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ແລະທ່ານ Miguel Mejía ເລຂາທິການໃຫຍ່ພັກ MIU. ພາບ: ທຸ່ຍລິງ

ຕອນເຊົ້າວັນດຽວກັນ, ໂດຍໄດ້ຮັບການມອບສິດຈາກຜູ້ຮັກສາການປະທານປະເທດ, ທ່ານ ເລຮວ່າຍຈູງ ໄດ້ປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ໃຫ້ທ່ານ Miguel Mejía ເລຂາທິການໃຫຍ່ພັກ MIU, ລັດຖະມົນຕີນະໂຍບາຍເຊື່ອມໂຍງເຂົ້າກັບພາກພື້ນ ສ. ໂດມີນິກາ.

leftcenterrightdel
ທ່ານ ເລຮວ່າຍຈູງ ໄດ້ປະດັບຫຼຽນໄຊມິດຕະພາບຂອງລັດຫວຽດນາມ ໃຫ້ທ່ານ Miguel Mejía. ພາບ: ທຸ່ຍລິງ

ທ່ານ Miguel Mejía ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນໄຊມິດຕະພາບ, ລາງວັນອັນສູງສົ່ງຂອງລັດຫວຽດນາມ, ຖືນີ້ແມ່ນກໍາລັງຜັກດັນສໍາຄັນໃຫ້ພັກ MIU, ໃນນາມສ່ວນຕົວ ແລະຊາດຕ່າງໆຢູ່ໃນໂລກກໍາລັງຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະພັດທະນາປະເທດ; ທ່ານຢັ້ງຢືນວ່າລັດຖະບານ, ສະພາແຫ່ງຊາດ ແລະບັນດາພັກການເມືອງຫຼັກແຫຼ່ງຢູ່ ສ.ໂດມີນິກາ ຖືເປັນສໍາຄັນ ແລະໃຫ້ບູລິມະສິດສູງໃນການເພີ່ມທະວີການພົວພັນກັບຫວຽດນາມ, ພ້ອມທັງສະແດງຄວາມປາດຖະໜາຢາກສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະຜັນຂະຫຍາຍຫຼາຍການເຄື່ອນໄຫວປະກອບສ່ວນສໍາຄັນເຂົ້າໃນການພັດທະນາການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະຮ່ວມມືດ້ານຕ່າງໆລະຫວ່າງສອງປະເທດໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ໂດຍ: ໄຊນີດາ