ອາດສາມາດສັງເຂບບັນດາຜົນປະໂຫຍດຕົ້ນຕໍ ເມື່ອ ຫວຽດນາມ ເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ໃນສາມດ້ານ.

ທີໜຶ່ງແມ່ນ, ການເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ຈະໜູນຊ່ວຍ, ເພີ່ມທະວີກໍາລັງແຮງສັງລວມຂອງຫວຽດນາມ ໃນການຮັບມືກັບໄພພິບັດ. ເມື່ອເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການລະດົມແຫຼ່ງກໍາລັງພາຍໃນ ແລະແຫຼ່ງກໍາລັງສາກົນ, ການສົມທົບກໍາລັງແຮງຂອງຊາດ ກັບກໍາລັງແຮງຂອງຍຸກສະໄໝ ໃນການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ, ໂລກລະບາດ ແລະຍ້ອນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈຂອງມະນຸດ ກໍ່ຂຶ້ນໃນການເຄື່ອນໄຫວເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ພຶດຕິກໍາຕົວຈິງໄດ້ສະແດງໃຫ້ເຫັນວ່າ, ໃນຍຸກປັດຈຸບັນ, ຫຼາຍບັນຫາທີ່ທົ່ວໂລກວາງອອກຮຽກຮ້ອງໃຫ້ມີຄວາມພະຍາຍາມລວມຂອງປະຊາຄົມສາກົນຈຶ່ງແກ້ໄຂໄດ້, ຄື: ສົງຄາມນິວເຄຼຍ, ສົງຄາມເຄມີ, ຊີວະສາດ, ການກໍ່ການຮ້າຍ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ມົນລະພິດທາງສິ່ງແວດລ້ອມ... ສໍາລັບຫຼາຍປະເທດ, ໃນນັ້ນມີ ຫວຽດນາມ, ການຮ່ວມມືສາກົນ ໄດ້ນໍາມາເຊິ່ງປະສິດທິຜົນແທດຈິງ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເກັບກູ້ລະເບີດບໍ່ທັນແຕກ, ທາດພິດສີສົ້ມ/ດີໂອຊິນ...; ປະສິດທິຜົນໃນການສະກັດກັ້ນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທາງທໍາມະຊາດ, ໂລກລະບາດ ຄື ພາຍຸນໍ້າຖ້ວມ, ແຜ່ນດິນໄຫວ, ຄື້ນຍັກ, ອຸບັດຕິເຫດນິວເຄຼຍ, ພົ້ນເດັ່ນແມ່ນ “ຍຸດທະສາດການທູດວັກຊິນ” ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ທີ່ຜ່ານມາ.

leftcenterrightdel
ກໍາລັງກູ້ຊີບກອງທັບປະຊາຊົນຫວຽດນາມ ສົມທົບກັບກໍາລັງກູ້ຊີບບັນດາປະເທດ ນໍາໃຊ້ພາຫະນະສະເພາະ ເພື່ອຊອກຫາບ່ອນຜູ້ປະສົບເຄາະຮ້າຍໃນຊາກເພພັງ ຢູ່ແຂວງ Hatay, ຕວກກີ.  ພາບ: ວັນຮ໊ຽວ.

ທີສອງແມ່ນ, ການເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ. ການຮ່ວມມືກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ ຢ່າງມີປະສິດທິຜົນ ຈະປະກອບສ່ວນສ້າງສັນ, ກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນໂດຍກົງ. ວິວັດການເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ທີ່ຜ່ານມາໃຫ້ເຫັນວ່າ, ເມື່ອຄວາມໄວ້ເນື້ອເຊື່ອໃຈຂອງຫວຽດນາມ ກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ ໄດ້ຮັບການເພີ່ມທະວີກໍ່ຈະສ້າງຄວາມເປີດອົກເປີດໃຈ, ຮັດແຄບຄວາມບໍ່ລົງລອຍກັນ, ເພີ່ມທະວີຄວາມເຫັນດີເຫັນພ້ອມກ່ຽວກັບທັດສະນະ, ຫຼັກໝັ້ນ, ຜົນປະໂຫຍດຕໍ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປ້ອງກັນ, ຕ້ານສົງຄາມ, ຮັບມືກັບໄພພິບັດ, ອຸບັດຕິເຫດຍ້ອນໄພພິບັດ ທາງທໍາມະຊາດ ຫຼື ຍ້ອນບັນດາການເຄື່ອນໄຫວເສດຖະກິດ-ສັງຄົມຂອງມະນຸດ ກໍ່ຂຶ້ນ; ຜ່ານນັ້ນປະກອບສ່ວນຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ.

ທີສາມແມ່ນ, ການເຊື່ອມໂຍງເຂົ້າກັບສາກົນດ້ານປ້ອງກັນພົນລະເຮືອນປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນ. ກ່ຽວກັບທາດແທ້, ການປ້ອງກັນພົນລະເຮືອນກັບເສດຖະກິດ, ວັດທະນະທໍາ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະບັນດາຂົງເຂດອື່ນຂອງຊີວິດສັງຄົມມີການພົວພັນສັດຈະວິພາກ. ນັ້ນແມ່ນການພົວພັນສະໜັບສະໜູນ, ການພົວພັນລະຫວ່າງຈຸດປະສົງ ແລະພາຫະນະ. ການປ້ອງກັນພົນລະເຮືອນ ແນໃສ່ສະກັດກັ້ນ, ຫຼຸດຜ່ອນຜົນເສຍຫາຍຈາກໄພພິບັດ, ອຸບັດຕິເຫດທີ່ເກີດຂຶ້ນຕໍ່ກັບບັນດາຂົງເຂດອື່ນຂອງຊີວິດສັງຄົມ, ສ້າງເງື່ອນໄຂໃຫ້ແກ່ບັນດາຂົງເຂດອື່ນຂອງຊີວິດສັງຄົມ ມີສະຖຽນລະພາບ, ພັດທະນາ. ໃນສະຖານະການຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ຊ້ອນແຝງຄວາມສ່ຽງທີ່ສັບສົນ, ຄາດເດົາໄດ້ຍາກນັ້ນ ການເຊື່ອມໂຍງ ແມ່ນສິ່ງທີ່ຈໍາເປັນ, ປະກອບສ່ວນຮັກສາສະພາບແວດລ້ອມປອດໄພ, ສ້າງເງື່ອນໄຂຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ ກັບປະເທດຕ່າງໆ.

ເພື່ອໃຫ້ການເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນຂອງຫວຽດນາມ ນໍາມາເຊິ່ງປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດສ້າງສາ, ພັດທະນາປະເທດ, ປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງນັ້ນ ແມ່ນຕ້ອງຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຫຼັກການຢ່າງແນ່ນອນ. ສິ່ງດັ່ງກ່າວກໍາລັງຫັນເປັນກົດໝາຍໃນຮ່າງກົດໝາຍວ່າການປ້ອງກັນພົນລະເຮືອນ. ນີ້ແມ່ນການຫັນແນວທາງ, ນະໂຍບາຍຂອງພັກ ແລະລັດຫວຽດນາມ ກ່ຽວກັບການເຊື່ອມໂຍງ, ຮ່ວມມືສາກົນໃນການເຄື່ອນໄຫວປ້ອງກັນພົນລະເຮືອນເປັນລະບອບລະບຽບການ, ກົດໝາຍ.

ໃນຂໍ້ 8, ຮ່າງກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ “ການຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ” ໄດ້ກໍານົດຢ່າງຈະແຈ້ງຫຼັກການ, ເນື້ອໃນຮ່ວມມືດ້ານປ້ອງກັນພົນລະເຮືອນ. ກ່ຽວກັບຫຼັກການທີ່ໄດ້ກໍານົດໃນມາດຕາ 1 ຂອງກົດໝາຍສະບັບດັ່ງກ່າວ, ລວມມີ 3 ຈຸດ: ທີໜຶ່ງ, ຮັບປະກັນການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເຄົາລົບສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເປັນພາຄີ. ທີສອງ, ສ້າງເງື່ອນໄຂໃຫ້ແກ່ອົງການຈັດຕັ້ງ, ບຸກຄົນພາຍໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ອົງການຈັດຕັ້ງ, ບຸກຄົນຊາວຕ່າງປະເທດ ແລະອົງການຈັດຕັ້ງສາກົນຮ່ວມມືໃນການປ້ອງກັນພົນລະເຮືອນ; ແບ່ງປັນບົດຮຽນຊອກຫາ, ກູ້ໄພ. ທີສາມ, ບຸລິມະສິດແກ່ການເຄື່ອນໄຫວຮ່ວມມືສາກົນໃນຂົງເຂດກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີ; ສົມທົບກັນຊອກຫາກູ້ໄພ; ຮ່ວມມືລົງທຶນ, ກໍ່ສ້າງ, ຍົກລະດັບກິດຈະການປ້ອງກັນພົນ ລະເຮືອນ.

ກ່ຽວກັບເນື້ອໃນຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ, ໃນມາດຕາ 2 ຂອງຂໍ້ 8 ຮ່າງກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ ກໍານົດຢ່າງຈະແຈ້ງ: ທີໜຶ່ງ, ແລກປ່ຽນຂໍ້ມູນຂ່າວສານ, ຄາດຄະເນ, ກ່າວເຕືອນໄພພິບັດ, ອຸບັດຕິເຫດ. ທີສອງ, ຊອກຫາກູ້ໄພ, ໜູນຊ່ວຍໄພພິບັດ. ທີສາມ, ກູ້ຊ່ວຍມະນຸດສະທໍາ. ທີສີ່, ກໍ່ສ້າງ, ອົບຮົມ, ຝຶກຊ້ອມ, ລົງທຶນຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີ. ບັນດາເນື້ອໃນຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ໄດ້ດໍາເນີນບົນພື້ນຖານບັນດາສັນຍາຮ່ວມມືລະອຽດທີ່ກ່ຽວຂ້ອງເຖິງການປ້ອງກັນພົນລະເຮືອນ ເຊິ່ງ ຫວຽດນາມ ເຂົ້າຮ່ວມໃນຖານະຝ່າຍໜຶ່ງ ຫຼື ເປັນພາຄີ...

ໃນໄລຍະຈະມາເຖິງ,  ສະພາແຫ່ງຊາດ ຈະພິຈາລະນາ, ລົງຄະແນນສຽງ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ. ເມື່ອກົດໝາຍສະບັບນີ້ໄດ້ຮັບການຮັບຮອງເອົາ ແລະນໍາໃຊ້ໃນການດໍາລົງຊີວິດ, ພວກເຮົາ ຕ້ອງສ້າງຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນພົນລະເຮືອນ ຢ່າງທັນການ; ໃນນັ້ນມີເນື້ອໃນເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນຂອງຫວຽດນາມ. ພ້ອມກັບກົດໝາຍວ່າດ້ວຍການປ້ອງກັນພົນລະເຮືອນ, ນີ້ຈະແມ່ນພື້ນຖານສໍາຄັນຂອງການປ້ອງກັນພົນລະເຮືອນ ເວົ້າລວມ, ຂອງການເຊື່ອມໂຍງ, ຮ່ວມມືສາກົນດ້ານປ້ອງກັນພົນລະເຮືອນ ເວົ້າສະເພາະລະຫວ່າງ ຫວຽດນາມ ກັບບັນດາປະເທດ ແລະອົງການຈັດຕັ້ງສາກົນ.

ໂດຍ: ໄຊຊະນະ