ຄະນະປະຕິບັດງານແຂວງສະຫວັນນະເຂດ ອວຍພອນປີໃໝ່ປະຈໍາຊາດອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນແຂວງຮ່າຕິງ
ກປ.ອອນໄລ - ຕອນເຊົ້າວັນທີ 9 ມັງກອນ, ຄະນະປະຕິບັດງານຂອງແຂວງສະຫວັນນະເຂດ, ລາວ ນໍາໂດຍສະຫາຍ ລໍາທອງ ຂອບສີລາວົງ ຄະນະປະຈຳພັກແຂວງ ປະທານຄະນະກຳມະການກວດກາພັກ-ລັດແຂວງສະຫວັນນະເຂດ ພ້ອມດ້ວຍບັນດາສະຫາຍການນໍາບັນດາພະແນກ, ຂະແໜງການຂອງແຂວງສະຫວັນນະເຂດ ມາຢ້ຽມຢາມ ແລະອວຍພອນປີໃໝ່ປະຈໍາຊາດຢູ່ແຂວງຮ່າຕິງ.
ສະຫາຍ ເຈິ່ນເທຢູງ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ສະຫາຍ ຮ່າວັນຈ້ອງ ປະທານຄະນະກໍາມະການກວດກາພັກແຂວງຮ່າຕິງ ຕ້ອນຮັບຄະນະ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: baohatinh.vn |
ໃນທ່າມກາງບັນຍາກາດທີ່ເບີກບານມ່ວນຊື່ນ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ສະຫາຍ ລໍາທອງ ຂອບສີລາວົງ ອວຍພອນໃຫ້ການນໍາພັກ, ລັດ ແລະປະຊາຊົນແຂວງຮ່າຕິງ ຕ້ອນຮັບປີໃໝ່ປະຈໍາຊາດຢ່າງອົບອຸ່ນ, ມີຄວາມຜາສຸກ. ອວຍພອນໃຫ້ແຂວງສືບຕໍ່ບັນລຸໄດ້ຫຼາຍຜົນງານໃນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນປີ 2023; ບັນລຸ ແລະລື່ນກາຍບັນດາເປົ້າໝາຍ, ໜ້າທີ່ກອງປະຊຸມໃຫຍ່ພັກກອມມູນິດ ໄດ້ວາງອອກ; ອວຍພອນໃຫ້ສາຍພົວພັນມິດຕະພາບລະຫວ່າງ 2 ແຂວງສະຫວັນນະເຂດ ແລະແຂວງຮ່າຕິງ ກໍ່ຄື 2 ປະເທດລາວ ແລະຫວຽດນາມ ສືບຕໍ່ບືນຕົວຂຶ້ນສູ່ລະດັບສູງໃໝ່.
    |
 |
ຄະນະປະຕິບັດງານແຂວງສະຫວັນນະເຂດ ອວຍພອນປີໃໝ່ ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນຮ່າຕິງ. ພາບ: baohatinh.vn |
ພ້ອມດຽວກັນນັ້ນ, ການນໍາແຂວງສະຫວັນນະເຂດ ກໍ່ໄດ້ຢັ້ງຢືນເຖິງນໍ້າໃຈສາມັກຄີ, ສະໜິດຕິດພັນກັບແຂວງຮ່າຕິງ. ພິເສດ, ໃນໄລຍະຜ່ານມາ 2 ແຂວງ, 2 ປະເທດໄດ້ຈັດຕັ້ງຫຼາຍການເຄື່ອນໄຫວແທດຈິງໃນການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962/5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ (18-7-1977/18-7-2022).
ຕໍ່ກັບອາລົມຈິດອັນລໍ້າຄ່າຂອງແຂວງສະຫວັນນະເຂດ, ລາວ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງຮ່າຕິງ ເຈິ່ນເທຢູງ ໄດ້ສົ່ງຄໍາຂອບໃຈ, ຄຳອວຍພອນປີໃໝ່ 2023 ມາຍັງອົງຄະນະພັກ, ປະຊາຊົນແຂວງສະຫວັນນະເຂດ.
    |
 |
ສະຫາຍ ເຈິ່ນເທຢູງ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ຕາງໜ້າການນໍາແຂວງຂອບໃຈອາລົມຈິດອັນລໍ້າຄ່າຂອງແຂວງສະຫວັນນະເຂດ. ພາບ: baohatinh.vn |
ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ກໍ່ປາດຖະໜາຢາກໃຫ້ 2 ແຂວງສືບຕໍ່ຍູ້ແຮງການພົວພັນຮ່ວມມືຮອບດ້ານໃນບັນດາຂົງເຂດເພື່ອຮັກສາ, ປັບປຸງ ແລະພັດທະນາສາຍພົວພັນລະຫວ່າງຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ້າງຂວາງ; ລະຫວ່າງແຂວງຮ່າຕິງ ແລະສະຫວັນນະເຂດ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ; ຈັດຕັ້ງການຊາບຊຶມ ແລະປະຕິບັດບັນດາເນື້ອໃນເອກະສານຮ່ວມມືລະຫວ່າງ 2 ແຂວງທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາກົມກອງ, ທ້ອງຖິ່ນເພີ່ມທະວີວຽກງານແລກປ່ຽນຄະນະຜູ້ແທນ, ຖອດຖອນບົດຮຽນໃນບັນດາຂົງເຂດ...
ໂດຍ: ໄຊນີດາ