ການພົວພັນດ້ານການເມືອງ-ການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງຫວຽດນາມ ແລະອິນເດຍ ໄດ້ຮັບການກໍ່ສ້າງ ແລະພັດທະນາ, ບັນລຸບາດກ້າວສໍາຄັນ, ໂດຍສະເພາະແມ່ນນັບແຕ່ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານປີ 2016. ປະຈຸບັນ, ອິນເດຍນອນໃນສາມປະເທດທີ່ມີການພົວພັນຍຸດທະສາດຮອບດ້ານກັບຫວຽດນາມ, ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງການພົວພັນນີ້.

leftcenterrightdel
ທ່ານ ຫງວຽນແທງຫ໋າຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນເດຍ ກ່າວຄໍາເຫັນທີ່ເວທີປາໄສ ສົ່ງເສີມການທ່ອງທ່ຽວຫວຽດນາມ-ອິນເດຍ, ວັນທີ 14 ທັນວາ 2022. ພາບ: ລານແອັງ

ບັນດາການຢ້ຽມຢາມ ແລະການເຄື່ອນໄຫວທາງການທູດຂັ້ນສູງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນການພົວພັນສາມັກຄີ, ມິດຕະພາບລະຫວ່າງສອງປະເທດ. ຄວາມໄວ້້ເນື້ອເຊື່ອໃຈຍຸດທະສາດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການນໍາອິນເດຍ ຍາມໃດກໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນເສົາຄ້ຳສໍາຄັນໃນນະໂຍບາຍການກະທໍາມຸ່ງໄປເຖິງທິດຕາເວັນອອກ ແລະຄູ່ຮ່ວມມືຫຼັກແຫຼ່ງໃນວິໄສທັດ ອິນເດຍ-ປາຊີຟິກ ຂອງອິນເດຍ, ສະແດງຄວາມປາດຖະໜາຢາກໃຫ້ສອງຝ່າຍຮ່ວມມືກັນເປັນຢ່າງດີເພື່ອປະຕິບັດຖະແຫຼງການຮ່ວມກ່ຽວກັບວິໄສທັດວ່າດ້ວຍສັນຕິພາບ, ວັດທະນາຖາວອນ  ແລະປະຊາຊົນໂດຍທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ແລະທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຊັນເມື່ອເດືອນ ທັນວາ 2020 ໃຫ້ປະສົບຜົນສຳເລັດ.

ກົນໄກການຮ່ວມມືສອງຝ່າຍລະຫວ່າງສອງປະເທດໄດ້ ແລະກໍາລັງເສີມຂະຫຍາຍມີປະສິດທິຜົນໃນການກໍານົດບັນດາມາດຕະການລະອຽດເພື່ອຊຸກຍູ້ການພົວພັນໃນບັນດາຂົງເຂດ. ສອງປະເທດໄດ້ຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນໃນປີ 2021 ໃນເວລາທີ່ສອງປະເທດເປັນກໍາມະການບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ.

ການຮ່ວມມືດ້ານປ້ອງກັນຊາດສືບຕໍ່ແມ່ນເສົາຄ້ໍາສໍາຄັນໃນການພົວພັນສອງຝ່າຍ. ສອງຝ່າຍໄດ້ປະຕິບັດສໍາເລັດບ້ວງສິນເຊື່ອປ້ອງກັນຊາດ 100 ລ້ານໂດລາສະຫະລັດ, ບັນລຸໄດ້ຄວາມຄືບໜ້າໃນການຊຸກຍູ້ບ້ວງສິນເຊື່ອ 500 ລ້ານໂດລາສະຫະລັດ, ການຮ່ວມມືທີ່ນັບມືີ້ນັບຮັດແໜ້ນໃນການເຄື່ອນໄຫວຝຶກຊ້ອມລວມ, ຮັກສາສັນຕິພາບ, ຝຶກແອບ ແລະບໍາລຸງສ້າງນາຍທະຫານ, ຍົກສູງກຳລັງຄວາມສາມາດໃນການເດີນທະເລ.

ການພົວພັນເສດຖະກິດ-ການຄ້າ-ການລົງທຶນມີການພັດທະນາຢ່າງກະໂດດຂັ້ນ. ການຄ້າສອງຝ່າຍເພີ່ມຂຶ້ນແຕ່ລະດັບ 200 ລ້ານໂດລາສະຫະລັດ ໃນຕົ້ນປີ 2000 ຂຶ້ນມາຢູ່ລະດັບ 13,2 ຕື້ໂດລາສະຫະລັດໃນປີ 2021 ແລະ 13,4 ຕື້ໂດລາສະຫະລັດ ໃນ 10 ເດືອນຕົ້ນປີ 2022, ໃກ້ຈະຮອດເປົ້າໝາຍ 15 ຕື້ໂດລາສະຫະລັດ ເຊິ່ງການນໍາສອງປະເທດວາງອອກ. ບັນດາການເຄື່ອນໄຫວຊຸກຍູ້, ສົ່ງເສີມການຄ້າ, ພົວພັນແລກປ່ຽນການຄ້າໄດ້ຈັດຕັ້ງຢ່າງເປັນປະຈໍາເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ສິນຄ້າ, ຕະຫຼາດ, ວິສາຫະກິດ.

ເຊື່ອມຕໍ່ການບິນ ແລະການເດີນທະເລໄດ້ຮັບການເພີ່ມທະວີ. ປີ 2019, ເປັນຄັ້ງທໍາອິດທີ່ສອງປະເທດໄດ້ສ້າງຕັ້ງສາຍການບິນໂດຍກົງ, ໄດ້ຮັບການຕ້ອນຮັບຢ່າງຕັ້ງໜ້າຈາກວົງການວິສາຫະກິດ ແລະປະຊາຊົນສອງປະເທດ. ມາຮອດປະຈຸບັນ, ບັນດາບໍລິສັດການບິນໄດ້ເຊື່ອມຕໍ່ຫຼາຍສະຖານທີ່ຂອງສອງປະເທດ, ຄື: ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່າໜັງ ແລະຝູກວກ ກັບ Delhi, Mumbai, Kolkata và Ahmedabad.

leftcenterrightdel
ທ່ານ ຫງວຽນແທງຫ໋າຍ ແລະຜູ້ແທນເຂົ້າຮ່ວມເວທີປາໄສຫວຽດນາມ ຄັ້ງທີ 2 ຢູ່ New Delhi ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ມຸ່ງໄປເຖິງປີ 2030”, ວັນທີ 21 ທັນວາ 2022. ພາບ: ສໍານັກຂ່າວສານຫວຽດນາມ

ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືການທ່ອງທ່ຽວ, ການສຶກສາ-ບໍາລຸງສ້າງໄດ້ເປີດກວ້າງຢ່າງປະທັບໃຈ. ອິນເດຍ ແມ່ນສະຖານທີ່ນັດພົບນັບມື້ນັບດຶງດູດກ່ຽວກັບການທ່ອງທ່ຽວທາງຈິດວິນຍານ, ທ່ອງທ່ຽວມໍລະດົກ ແລະທ່ອງທ່ຽວທິວທັດທໍາມະຊາດຕໍ່ກັບນັກທ່ອງທ່ຽວຫວຽດນາມ. ພາຍຫຼັງພະຍາດ, ຈຳນວນນັກທ່ອງທ່ຽວຫວຽດນາມ ໄປອິນເດຍ ຫຼາຍທີ່ສຸດ. ນັບມື້ນັບມີປະຊາຊົນອິນເດຍ ສົນໃຈບັນດາສະຖານທີ່ທ່ອງທ່ຽວຫວຽດນາມ.

ສອງປະເທດພວມສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງກໍ່ສ້າງ. ສິ່ງທີ່ໜ້າເອົາໃຈໃສ່ນັ້ນແມ່ນການເຄື່ອນໄຫວຮ່ວມມືທີ່ເຄີຍໄປຕາມທິດອິນເດຍ ໜູນຊ່ວຍຫວຽດນາມ ນັ້ນແຕ່ ປະຈຸບັນ ໄດ້ເປີດກວ້າງເປັນສອງສົ້ນເຊິ່ງມີນັກສຶກສາອິນເດຍ ລຸ້ນທໍາອິດໄດ້ມາຮຽນແພດສາດຢູ່ນະຄອນໂຮ່ຈີມິນ ເມື່ອເດືອນ ເມສາ 2022.

ອິນເດຍ ພວມມີທ່າບືນຕົວຂຶ້ນກາຍເປັນປະເທດມະຫາອຳນາດ ແລະພື້ນຖານເສດຖະກິດແຖວໜ້າໂລກ. ປີ 2022 ເປັນປີທີ່ສ້າງຂີດໝາຍໃຫ້ອິນເດຍ ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ຂອງໂລກ ແລະອາດຈະສືບຕໍ່ເພີ່ມຂຶ້ນກາຍເປັນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຂອງໂລກ ໃນ 5-6 ປີຕໍ່ໜ້າ. ຫວຽດນາມ ພວມມານະພະຍາຍາມຫັນເປົ້າໝາຍໃຫ້ປະກົດຜົນເປັນຈິງນັ້ນແມ່ນປະເທດອຸດສາຫະກໍາທັນສະໄໝ, ຕາມການກໍານົດທິດສັງຄົມນິຍົມ, ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045. ໃນສະພາບການໂລກ ແລະພາກພື້ນກໍາລັງມີການຫັນປ່ຽນຢ່າງເລິກເຊິ່ງ, ຫວຽດນາມ ແລະອິນເດຍ ມີກຳລັງຄວາມສາມາດບົ່ມ ຊ້ອນຮ່ວມມືຫຼາຍຢ່າງ, ແບ່ງປັນຄວາມຄ້າຍຄືກັນໃນເປົ້າໝາຍພັດທະນາ ແລະຜົນປະໂຫຍດຍຸດທະສາດ.

ເມື່ອສືບທອດຜົນງານຂອງກວ່າ 50 ປີແຫ່ງການພົວພັນທາງການທູດໂດຍການນໍາ ແລະປະຊາຊົນສອງປະເທດລຸ້ນຕ່າງໆເພີ່ມພູນຄູນສ້າງ, ສະຖານທູດຫວຽດນາມ ປະຈໍາ ອິນເດຍ ໄດ້ຢັ້ງຢືນຄໍາໝັ້ນສັນຍາ ແລະມານະພະຍາຍາມເພື່ອສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ ເລິກເຊິ່ງຂຶ້ນຕື່ມ; ຊຸກຍູ້ການຮ່ວມມືແທດຈິງໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ...; ເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະການສຶກສາ, ແລກປ່ຽນວັດທະນະທໍາ ແລະພົບປະແລກປ່ຽນປະຊາຊົນ; ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ