ກາລະໂອກາດຕິດພັນແບບຍືນຍົງຈາກການພົວພັນພິເສດ
ນັກຂ່າວ: ຂໍຮຽນສະຫາຍເອກອັກຄະລັດຖະທູດ, ຫວຽດນາມ, ກຳປູເຈຍ ແລະລາວ ແມ່ນສາມປະເທດຢູ່ແຫຼມອິນດູຈີນ ທີ່ມີການພົວພັນສະໜິດແໜ້ນດ້ານປະຫວັດສາດ ແລະວັດທະນະທຳມາແຕ່ດົນນານ. ໃນການຕໍ່ສູ້ປົດປ່ອຍຊາດ, ສາມປະເທດໄດ້ຄຽງບ່າຄຽງໄຫຼ່ຕ້ານສັດຕູໂຕດຽວກັນ ແລະຍາດມາໄດ້ໄຊຊະນະອັນໃຫຍ່ຫຼວງຫຼາຍຢ່າງ, ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການພົວພັນຍືນຍົງຍາວນານ. ການພົວພັນພິເສດນີ້ໄດ້ສ້າງກາລະໂອກາດໃດແດ່ໃຫ້ປະຊາຊົນສາມປະເທດ?
    |
 |
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮັບປະທານອາຫານເຊົ້າ, ເຮັດວຽກກັບສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແລະສະຫາຍ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງການພົວພັນອາຊຽນ-ອີຢູ ຢູ່gບຣຸກແຊນ, ລາຊະອານາຈັກ ແບນຊິກ. ພາບ: ສຳນັກຂ່າວສານຫວຽດນາມ. |
ສະຫາຍເອກອັກຄະລັດຖະທູດ Chay Navuth: ຫວຽດນາມ, ກຳປູເຈຍ ແລະລາວ ແມ່ນສາມປະເທດຢູ່ແຫຼມອິນດູຈີນ, ມີພູຜາປ່າດົງ, ແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ພ້ອມກັນອີງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ມີປະຫວັດສາດ-ວັດທະນະທຳທີ່ຄ້າຍຄືກັນ. ຜ່ານການເວລາແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນນັ້ນສາມຊາດໄດ້ຕິດພັນກັນຢ່າງສະໜິດແໜ້ນ.
    |
 |
ທະຫານອາສາສະໝັກຫວຽດນາມ ກັບຄືນປະເທດພາຍຫຼັງປະຕິບັດສຳເລັດພັນທະສາກົນອັນສູງສົ່ງດ້ວຍການຮູ້ບຸນຄຸນຂອງປະຊາຊົນກຳປູເຈຍ, ເດືອນກັນຍາ 1989. ພາບ: GETTY |
ຍ້ອນມີຖານະທີ່ຕັ້ງພິເສດຂອງຫວຽດນາມ, ກຳປູເຈຍ, ລາວ ເຊິ່ງປະຫວັດສາດທັງສາມປະເທດລ້ວນແຕ່ແມ່ນເປົ້າໝາຍຂອງພວກສັດຕູຕ່າງດ້າວ. ປະຫວັດສາດກໍ່ຮັບຮູ້ວ່າ ຖ້າວ່າໜຶ່ງໃນສາມປະເທດຖືກຮຸກຮານ, ຢູ່ພາຍໃຕ້ແອກປົກຄອງ, ສອງປະເທດຍັງເຫຼືອກໍ່ບໍ່ສາມາດຮັກສາເອກະລາດ, ຜືນແຜ່ນດິນອັນຄົບຖ້ວນໄວ້ໄດ້, ຖືກພວກສັດຕູຕ່າງດ້າວຮຸກຮານ. ເພາະສະນັ້ນ, ແຕ່ດົນນານມາແລ້ວ, ປະຊາຊົນສາມປະເທດໄດ້ຄຽງບ່າຄຽງໄຫຼ່, ພ້ອມກັນຕ້ານສັດຕູໂຕດຽວ ເພື່ອເອກະລາດ, ອິດສະຫຼະພາບຂອງແຕ່ລະຊາດ.
ປະຈຸບັນ, ປະເທດພວກເຮົາລ້ວນແຕ່ໄດ້ດຳລົງຊີວິດຢູ່ໃນສັນຕິພາບ, ສະຖຽນລະພາບ, ປະຊາຊົນມີຊີວິດທີ່ສວຍງາມ, ອີ່ມໜຳສຳລານ, ພວກເຮົາກໍ່ປັບປຸງ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ...; ສົມທົບກັນຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນລວມ, ປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາດ; ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ ແລະສິນຄ້າຜ່ານດ່ານຊາຍແດນ... ພິເສດໃນໄລຍະຜ່ານມາ ເມື່ອພະຍາດໂຄວິດ-19 ແຜ່ລະບາດ, ອີກເທື່ອໜຶ່ງສາມປະເທດພວກເຮົາໄດ້ເສີມຂະຫຍາຍມູນເຊື້ອສາມັກຄີ, ຊ່ວຍເຫຼືອກັນທາງດ້ານວັດຖຸ ແລະຈິດໃຈໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຍ້ອນເຫດນັ້ນພວກເຮົາໄດ້ເປີດປະຕູປະເທດໂດຍໄວ, ຟື້ນຟູທຸກດ້ານເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຫາເງິນລ້ຽງຊີບຂອງປະຊາຊົນ...
ໃນເວທີສາກົນ, ຫວຽດນາມ, ກຳປູເຈຍ, ລາວ ເພີ່ມທະວີການສະໜັບສະໜູນ ເຊິ່ງກັນ ແລະກັນ, ສົມທົບກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສອະນຸພາກພື້ນ, ພາກພື້ນ ແລະສາກົນ; ຢັ້ງຢືນຄຳໝັ້ນສັນຍາພ້ອມກັບບັນດາປະເທດສະມາຊິກອື່ນ ຍູ້ແຮງວິວັດທະນາການສ້າງປະຊາຄົມອາຊຽນ, ສົມທົບກັນຊຸກຍູ້ການຮ່ວມມືອະນຸພາກພື້ນໃນອາຊຽນ, ກໍ່ຄືຕິດພັນການຮ່ວມມືແມ່ນ້ຳຂອງກັບບັນດາຍຸດທະສາດ, ແຜນການຮ່ວມມືຂອງອາຊຽນ.
ພິເສດ, ຫວຽດນາມ, ລາວ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ກຳປູເຈຍ ໃນບົດບາດປະທານອາຊຽນ ປີ 2022 ໃນສະພາບການໂລກ ແລະພາກພື້ນມີການຜັນແປຫຼາຍຢ່າງ, ພົ້ນເດັ່ນແມ່ນບັນດາການຜັນແປຢ່າງສັບສົນຢູ່ມຽນມາ, ສະພາບການຢູ່ທະເລຕາເວັນອອກ, ຊ່ອງແຄບທະເລໄຕຫວັນ, ການປະທະກັນຢູ່ ຢູແກນ...; ກຽມພ້ອມກັບກຳປູເຈຍ ແລະບັນດາປະເທດອາຊຽນ ອື່ນຊຸກຍູ້ຜັນຂະຫຍາຍບັນດາໂຄງການດຳເນີນງານຂອງອາຊຽນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໂລກ.
ດ້ວຍບັນດາພື້ນຖານໝັ້ນແກ່ນຂອງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສາມຊາດພວກເຮົາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົວພັນຫວຽດນາມ, ກຳປູເຈຍ, ລາວ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດ ທະນາຢູ່ພາກພື້ນ ແລະໃນໂລກ.
ພ້ອມກັນແບກຫາບ, ເຮັດລ້ອນພາລະກຳ
ນັກຂ່າວ: ປະຈຸບັນ, ສະຖານະການຂອງໂລກ, ພາກພື້ນພວມ ແລະຈະມີການຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນໄດ້ຍາກ. ບັນດາອິດທິກຳລັງປໍລະປັກພວມຊອກຫາທຸກກົນອຸບາຍ, ວິທີການເພື່ອທຳລາຍ, ແບ່ງແຍກນ້ຳໃຈສາມັກຄີຂອງສາມປະເທດຢູ່ແຫຼມອິນດູຈີນ, ທຳລາຍກຳລັງແຮງສາມັກຄີຂອງສາມຊາດ. ສະຫາຍເອກອັກຄະລັດຖະທູດ ໃຫ້ຮູ້ການສົມທົບກັນລະຫວ່າງສາມປະເທດໃນການແກ້ໄຂບັນດາບັນຫານີ້ຄືແນວໃດ?
    |
 |
ບັນຍາກາດທີ່ການພົບປະລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດຫວຽດນາມ, ລາວ ແລະກຳປູເຈຍ. ພາບ: nhandan.vn |
    |
 |
ກຳລັງລາດຕະເວນຮ່ວມຂອງ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ. |
ສະຫາຍເອກອັກຄະລັດຖະທູດ Chay Navuth: ຄືຂ້າພະເຈົ້າເວົ້າມາຂ້າງເທິງແລ້ວ, ນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອແມ່ນຄຸນຄ່າອັນດີງາມ, ຍືນຍົງທີ່ໄດ້ຫຼໍ່ ຫຼອມມາຈາກປະຫວັດສາດອັນຍາວນານຂອງສາມປະເທດຫວຽດນາມ, ກຳປູເຈຍ, ລາວ ແລະໄດ້ທົດສອບຜ່ານໄລຍະຕ່າງໆຂອງປະຫວັດສາດ. ແຕ່ວ່າບັນດາອິດທິກຳລັງປໍລະປັກຍາມໃດກໍ່ຊອກຫາທຸກກົນອຸບາຍ, ເລ່ລ່ຽມກໍ່ກວນຍຸແຍ່, ທໍາລາຍສາຍພົວພັນອັນດີງາມ, ໃສແຈ້ງດັ່ງກ່າວ.
ປະຈຸບັນ, ພວກເຮົາໄດ້ດຳລົງຊີວິດໃນຍຸກສະໄໝຂອງການປະຕິວັດສື່ສານເຕັກນິກດີຈີຕອນພັດທະນາຢ່າງແຮງ, ສິ່ງດັ່ງກ່າວນຳມາເຊິ່ງຄຸນຄ່າອັນໃຫຍ່ຫຼວງໃຫ້ຄວາມ ກ້າວໜ້າລວມຂອງສັງຄົມ. ເຖິງຢ່າງໃດກໍ່ຕາມ, ກົງກັນຂ້າມເຂົາເຈົ້າສວຍໃຊ້ທ່າແຮງຂອງເຄືອຂ່າຍອິນເຕີແນັດ, ຂອງເຕັກໂນໂລຢີທັນສະໄໝ ເພື່ອໂຄສະນາຂ່າວປອມ, ປະຕິການເຮັດໃຫ້ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມເຂົ້າໃຈຜິດກ່ຽວກັບປະຫວັດສາດ, ສັງຄົມ ແລະແຜນນະໂຍບາຍ, ແນວທາງຂອງແຕ່ລະປະເທດ, ຈາກນັ້ນຈະບໍ່ເຊື່ອໝັ້ນ ແລະມີການກະທຳຝືນກັບຜົນປະໂຫຍດຂອງປະເທດ, ຂອງຊາດ. ພ້ອມກັນນັ້ນ, ບັນດາອິດທິກຳລັງປໍລະປັກໄດ້ນຳໃຊ້ເລ່ລ່ຽມ, ກົນອຸບາຍທຳລາຍ, ແບ່ງແຍກນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງສາມປະເທດພວກເຮົາ.
    |
 |
ລາຍການພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 1. ພາບ: PV |
ເພື່ອຍູ້ຖອຍ, ສະກັດກັ້ນບັນດາກົນອຸບາຍ, ເລ່ລ່ຽມດັ່ງກ່າວ, ພ້ອມກັບການສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ມິດຕະພາບອັນລ້ຳຄ່າທີ່ຮຸ່ນພໍ່ຮຸ່ນອ້າຍກໍ່ຕັ້ງຂຶ້ນ, ພວກເຮົາຕ້ອງຮັກສາໄດ້ຄວາມຢຶດໝັ້ນໃນແນວທາງພົວພັນຕ່າງປະເທດ, ຮ່ວມມືຢ່າງແໜ້ນແຟ້ນ, ລະວັງຕົວຕໍ່ກົນອຸບາຍແບ່ງແຍກຂອງບັນດາອິດທິກຳລັງປໍລະປັກ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງອຳນາດການປົກຄອງ ແລະປະຊາຊົນສາມປະເທດ. ພິເສດ, ຕ້ອງເຮັດວຽກງານໂຄສະນາ, ສຶກສາອົບຮົມຄົນຮຸ່ນໜຸ່ມຂອງແຕ່ລະປະເທດໃຫ້ມີິຄຸນທາດການເມືອງ, ຮັບຮູ້ໃຫ້ໄດ້ບັນດາຖ້ອຍທໍານອງເສກສັນປັ້ນແຕ່ງ, ເຂົ້າໃຈປະຫວັດສາດ ແລະການພົວພັນສາມປະເທດ ເພື່ອຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອຂອງສາມຊາດພວກເຮົາໃຫ້ຍືນຍົງຂຶ້ນຕື່ມ.
ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບດ້ວຍວຽກເຮັດທີ່ແທດຈິງ
ນັກຂ່າວ: ຂໍຮຽນສະຫາຍເອກອັກຄະລັດຖະທູດ, ແຕ່ປີ 2012, ສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ໄດ້ປຸກລະດົມຂະບວນການດ້ວຍຫົວຂໍ້ວ່າ “ເສີມສ້າງນ້ຳໃຈມິດຕະພາບ” ດ້ວຍເນື້ອໃນອຸປະກາລະ, ຊ່ວຍເຫຼືອນັກສຶກສາກໍາປູເຈຍ ທີ່ຮ່ຳຮຽນຢູ່ຫວຽດນາມ ປະສົບຄວາມຫຍຸ້ງຍາກ. ຂະບວນການນີ້ໄດ້ດຳເນີນໃນ 10 ປີຜ່ານມາ, ສະຫາຍເອກອັກຄະລັດຖະທູດຕີລາຄາແນວໃດກ່ຽວກັບແຜນນະໂຍບາຍ, ຄວາມໝາຍ ແລະປະສິດທິຜົນຂອງຂະບວນການນີ້?
    |
 |
ສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ນະຄອນຮ່າໂນ້ຍ ເຂົ້າອວຍພອນສະຖານທູດກຳປູເຈຍ ເນື່ອງໃນໂອກາດວັນຊາດ. ພາບ: ມິງທື. |
ສະຫາຍເອກອັກຄະລັດຖະທູດ Chay Navuth: ຂ້າພະເຈົ້າຮູ້ຈັກຂະບວນການ “ເສີມສ້າງນ້ຳໃຈມິດຕະພາບ” ນັບແຕ່ການປຸກລະດົມໃນມື້ທໍາອິດ ປີ 2012 ຜ່ານທ່ານ ຫວູໝາວ ອະດີດປະທານສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ - ຜູ້ກໍ່ຕັ້ງຂະບວນການທີ່ມີຄວາມໝາຍນີ້. ຂ້າພະເຈົ້າຈື່ວ່າລຸງຫວູໝາວ ເຄີຍແບ່ງປັນວ່າ: “ຂະບວນການນີ້ແມ່ນເພື່ອແນໃສ່ຊ່ວຍພວກນ້ອງມີບ່ອນອີງດ້ານຈິດໃຈໃນເວລາຮຽນຢູ່ຫ່າງໄກ; ບັນດານັກຮຽນ, ນັກສືກສາ ກຳປູເຈຍ ຍາມໃດກໍ່ຈື່ຈຳ ແລະເຄົາລົບນັບຖືນ້ຳໃຈອັນດີງາມ, ຄວາມຮັກແພງເຊິ່ງພໍ່ແມ່ຮັກຄົນຫວຽດນາມ-ແມ່ນບັນດາອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເຄີຍສູ້ຮົບ ແລະຊ່ວຍເຫຼືອກຳປູເຈຍ, ເຂົ້າໃຈກໍາປູເຈຍ ໄດ້ສະຫງວນໃຫ້ຕົນ. ຫຼັງຈາກນີ້, ເມື່ອກັບຄືນບ້ານເກີດເມືອງນອນພວກນ້ອງຈະແມ່ນກຳລັງສຳຄັນປະກອບສ່ວນເພີ່ມພູນຄູນສ້າງ ແລະປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຄົນຮຸ່ນໜຸ່ມຂອງສອງປະເທດກຳປູເຈຍ ແລະຫວຽດນາມ ກວ່າອີກ”.
ການນຳສອງປະເທດຕີລາຄາສູງກິດຈະກຳທີ່ມີຄວາມໝາຍນີ້. ສາມາດຢັ້ງຢືນໄດ້ວ່າ ຂະບວນການ “ເສີມສ້າງນ້ຳໃຈມິດຕະພາບ” ແມ່ນກິດຈະກໍາທີ່ມີຄວາມໝາຍ, ມີລັກສະນະມະນຸດສະທຳ, ມະນຸດຊາດຢ່າງເລິກເຊິ່ງ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການທູດປະຊາຊົນລະຫວ່າງສອງປະເທດພວກເຮົາ, ຊ່ວຍປະຊາຊົນສອງປະເທດພວກເຮົາຍິ່ງສະໜິດຕິດພັນ, ໝັ້ນແກ່ນກວ່າອີກ.
    |
 |
ສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ, ສະມາຄົມມິດຕະພາບຫວຽດນາມ-ລາວ ມາຢ້ຽມຢາມ ແລະເຮັດວຽກກັບກອງພັນນັກສຳມະນາກອນສາກົນໂຮງຮຽນນາຍທະຫານຊ່າງແສງ. ພາບ: bufo.org.vn |
    |
 |
ສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ແຂວງບິ່ງເຢືອງ ມອບທຶນການສຶກສາໃຫ້ນັກສຶກສາລາວ ແລະກຳປູເຈຍ. ພາບ: bufo.org.vn |
ນັກຂ່າວ: ຄືການຕີລາຄາຂອງສະຫາຍເອກອັກຄະລັດຖະທູດ ຂະບວນການ “ເສີມສ້າງນ້ຳໃຈມິດຕະພາບ” ໃນ 10 ປີຜ່ານມາຍາດມາໄດ້ຜົນງານຫຼາຍຢ່າງ ແລະມີກຳລັງແຜ່ຂະຫຍາຍຫຼາຍ. ເພາະສະນັ້ນ, ຕາມສະຫາຍເອກອັກຄະລັດຖະທູດ, ເພື່ອໃຫ້ລາຍການນີ້ນັບມື້ນັບມີປະສິດທິຜົນ, ຖືກຕາມຄວາມໝາຍ “ເສີມສ້າງນ້ຳໃຈມິດຕະພາບ”, ເພື່ອປະກອບສ່ວນເພີ່ມທະວີ ແລະເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບໝັ້ນແກ່ນ, ພວກເຮົາຕ້ອງເຮັດຫຍັງແດ່?
ສະຫາຍເອກອັກຄະລັດຖະທູດ Chay Navuth: ຄືຂ້າພະເຈົ້າໄດ້ເວົ້າມານັ້ນ, ນີ້ແມ່ນຂະບວນການມີຄວາມໝາຍມະນຸດສະທຳ ແລະ 10 ປີຜ່ານມານັບແຕ່ປຸກລະດົມຂະ ບວນການນີ້ມາໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ມູນເຊື້ອຊ່ວຍເຫຼືອກັນລະຫວ່າງສາມຊາດພວກເຮົາ. ຕາມຂ້າພະເຈົ້າ ແລ້ວ, ການສືບຕໍ່ຮັກສາ, ແຜ່ຂະຫຍາຍຂະບວນການນີ້ກວ່າອີກແມ່ນມີຄວາມຈຳເປັນ, ເໝາະສົມກັບຄວາມປາດຖະໜາ, ກໍ່ຄືແຜນນະໂຍບາຍຊຸກຍູ້ການທູດປະຊາຊົນລະຫວ່າງສອງຊາດພວກເຮົາ.
    |
 |
ບັນດາຜູ້ແທນຖ່າຍຮູບທີ່ລະນຶກ. ພາບ: ແທັ່ງລວນ. |
ທ່ານນາງ Men Sam An ຮອງນາຍົກລັດຖະມົນຕີທັງເປັນປະທານສະມາຄົມມິດຕະພາບກໍາປູເຈຍ-ຫວຽດນາມ ຕີຄາສູງບັນດາກິດຈະກຳ “ເສີມສ້າງນ້ຳໃຈມິດຕະພາບ” ໄດ້ປຸກລະດົມຢູ່ຫວຽດນາມ ແລະປາດຖະໜາຢາກມີນັກຮຽນ, ນັກສຶກສາພວມຮ່ຳຮຽນຢູ່ຫວຽດນາມ ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ, ມີກາລະໂອກາດຊອກຮູ້ວັດທະນະທຳ, ປະຫວັດສາດການພົວພັນມິດຕະພາບຍາວນານລະຫວ່າງສອງປະເທດກວ່າອີກ.
    |
 |
ກອງປະຊຸມສະຫຼຸບລາຍການເສີມສ້າງນ້ຳໃຈມິດຕະພາບໄດ້ດຳເນີນຢູ່ແຂວງບິ່ງເຟືອກ ປະສົບຜົນສຳເລັດ. ພາບ: conglyxahoi.net.vn |
    |
 |
ນັກສຶກສາກຳປູເຈຍ ແລະບັນດາຄອບຄົວອຸປະກາລະ ໃນລາຍການພົບປະສັງສັນ. ພາບ: P.T. |
    |
 |
ນັກສຶກສາຫວຽດນາມ-ລາວ-ກຳປູເຈຍ ຫຼາຍຄົນຢູ່ຫໍພັກນັກສຶກສາລາວ ເມືອງ 3, ນະຄອນໂຮ່ຈີມິນ. ພາບ: P.T. |
ຂ້າພະເຈົ້າ ກໍ່ເຫັນວ່າ ພາຍຫຼັງລຸງ ຫວູໝາວ, ທ່ານປະທານສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ ຜູ້ໃໝ່ ຫງວຽນທິແທັງ ກໍ່ໄດ້ສືບທອດ ແລະຜັນຂະຫຍາຍຫຼາຍກິດຈະກຳຢ່າງຕັ້ງໜ້າ, ແທດຈິງເພື່ອແນໃສ່ເປີດກວ້າງຂອບຂະໜາດ, ຮູບການຂອງຂະບວນການ “ເສີມສ້າງນ້ຳໃຈມິດຕະພາບ”. ເພື່ອໃຫ້ຂະບວນການນີ້ນັບມື້ນັບ ເຄື່ອນໄຫວມີປະສິດທິຜົນກວ່າ, ຂ້າພະເຈົ້າຖືວ່າບົດບາດສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະມາຄົມມິດຕະພາບຫວຽດນາມ-ກຳປູເຈຍ, ບັນດາສຳນັກງານ, ອົງການຈັດຕັ້ງມະຫາຊົນຫວຽດນາມ ກັບສະມາຄົມມິດຕະພາບກຳປູເຈຍ-ຫວຽດນາມ ກໍ່ຄືກັບສະຖານທູດ, ສະຖານກົງສູນກຳປູເຈຍ ປະຈຳ ຫວຽດນາມ ແມ່ນມີຄວາມຈຳເປັນ ເພື່ອເລືອກເອົາ, ໃຫ້ບູລິມະສິດນັກຮຽນ, ນັກສຶກສາທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການອຸປະກາລະ. ພ້ອມກັບຂະບວນການນີ້ຄວນມີການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ບຸກຄົນທີ່ເຮັດວຽກຢ່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ, ມີເງື່ອນໄຂສະດວກ ເພື່ອໃຫ້ຂະບວນການນີ້ມີແຫຼ່ງກຳລັງຊ່ວຍເຫຼືອນັກຮຽນ, ນັກສຶກສາຫຼາຍຄົນກວ່າອີກ.
ນັກຂ່າວ: ຂໍຂອບໃຈ!