ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ນໍາໜ້າໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ໂປໂລຍ ໃນລະຫວ່າງວັນທີ 17-20 ກັນຍາ.

ໃນໄລຍະຢ້ຽມຢາມ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ Ryszard Terlecki ຮອງປະທານສະພາຕໍ່າ, ປະທານກຸ່ມສະມາຊິກລັດຖະສະພາພັກກົດໝາຍ ແລະຍຸຕິທຳ ຢູ່ສະພາຕໍ່າໂປໂລຍ; ພົບປະເຈລະຈາກັບທ່ານ Andrzej Szejna ຮອງປະທານພັກຝ່າຍຊ້າຍໂປໂລຍ ຄົນໃໝ່; ພົບປະ, ແລກປ່ຽນກັບກຸ່ມສະມາຊິກລັດຖະສະພາມິດຕະພາບໂປໂລຍ-ຫວຽດນາມ; ຢ້ຽມຢາມສະຖານທູດຫວຽດນາມ, ພົບປະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ, ຢ້ຽມຢາມສູນວັດທະນະທໍາພຸດທະສາສະໜາຫວຽດນາມ ແລະສະມາຄົມພຸດທະສາສະໜາຫວຽດນາມ ຢູ່ໂປໂລຍ.

leftcenterrightdel
ທ່ານນາງ ບຸ່ຍທິມິງຮວ່າຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ບັນດາການເຮັດວຽກ, ທ່ານນາງ ບຸ່ຍທິມິງຮວ່າຍ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບໂປໂລຍ, ຖື ໂປໂລຍ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນເອີຣົບຕາເວັນອອກກາງ. ການນໍາໂປໂລຍ ກໍ່ຢັ້ງຢືນວ່າ ໂປໂລຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເນັ້ນໜັກວ່າ ເລື່ອງຊຸກຍູ້ການພົວພັນຮ່ວມມື ໂປໂລຍ-ຫວຽດນາມ ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງໃນລັດຖະບານ ແລະສະພາແຫ່ງຊາດໂປໂລຍ.

ໂປໂລຍ ຖືເປັນສໍາຄັນບົດບາດຂອງຫວຽດນາມ ໃນອາຊຽນ ແລະປາດຖະໜາວ່າຫວຽດນາມ ພ້ອມກັບໂປໂລຍ ກາຍເປັນປະຕູຂອງກັນໃນການເຂົ້າຕະຫຼາດອີຢູ ແລະອາຊຽນ; ສະໜັບສະໜູນການອະນຸມັດຜ່ານສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ແລະພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ.

ໂດຍ: ໄຊນີດາ