ທີ່ການຕ້ອນຮັບ, ທ່ານ ຫງວຽນມິງຫວູ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Sanan Angubolkul ໃນການຊຸກຍູ້ການພົວພັນມິດຕະພາບຮ່ວມມືລະຫວ່າງ ຫວຽດນາມ-ໄທ ໃນທັງ 3 ຖານະຕໍາແໜ່ງປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ, ຫົວໜ້າຫ້ອງການການຄ້າ ໄທ ແລະເປັນປະທານກຸ່ມບໍລິສັດ Srithai ເຊິ່ງເປັນຫົວໜ່ວຍທີ່ມາລົງທຶນຢູ່ຫວຽດນາມ ໃນຕະຫຼອດ 20 ປີນີ້.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Sanan Angubolkul ປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ. ພາບ: ແອັງເຊີນ

ທ່ານ ຫງວຽນມິງຫວູ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍອິດທິພົນຊື່ສຽງ ແລະບົດຮຽນປະສົບການຂອງທ່ານ Sanan Angubolkul, ສະມາຄົມມິດຕະພາບ ໄທ-ຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນເຂົ້າໃນການປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ, ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ໄທ-ຫວຽດນາມ ກວ່າອີກ.

ໃນສະພາບການທີ່ສອງປະເທດ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 47 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023, ທ່ານ Sanan Angubolkul ຢືນຢັນວ່າ, ສະມາຄົມ ຈະເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ສືບຕໍ່ປະຕິບັດບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ຄື: ເສດຖະກິດ, ວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ,... ພິເສດແມ່ນມີບັນດາການເຄື່ອນໄຫວພົບປະແລກປ່ຽນເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດຂອງສອງປະເທດ ເພື່ອພົບປະ, ຊອກຫາກາລະໂອກາດຮ່ວມມືດໍາເນີນທຸລະກິດຮ່ວມມືລົງທຶນ.

ທີ່ການຕ້ອນຮັບ, ທ່ານ ຫງວຽນມິງຫວູ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການຮ່ວມມືລະຫວ່າງ 2 ປະເທດ ພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການເຕີບໂຕດ້ານການຄ້າ ແລະການລົງທຶນຢ່າງຕັ້ງໜ້າ.

ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ສະມາຄົມມິດຕະພາບ ຫວຽດນາມ - ໄທ ຍູ້ແຮງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບສະມາຄົມມິດຕະພາບໄທ - ຫວຽດນາມ, ສົມເປັນຂົວຕໍ່ມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ໄຊນີດາ