leftcenterrightdel
ທ່ານ Baloghdi Tibor ເອກອັກຄະລັດຖະທູດ ຮຸງກາຣີ ປະຈໍໍາ ຫວຽດນາມ. ພາບ: Vietnam+

ກ່າວຄໍາເຫັນທີ່ເຫດການ, ທ່ານ ຫວູຮວ່າງລິງ ຮອງປະທານສະມາຄົມຫວຽດນາມ-ຮຸງກາຣີ ໃຫ້ຮູ້ວ່າ ການພົບປະແມ່ນໂອກາດເພື່ອໃຫ້ບັນດາສະມາຊິກພ້ອມກັນຫວນຄືນອານຸສອນກ່ຽວກັບໄລຍະທີ່ເຄີຍຮໍ່າຮຽນ ແລະດໍາລົງຊີວິດຢູ່ ຮຸງກາຣີ. ແບ່ງປັນກ່ຽວກັບທິດທາງການເຄື່ອນໄຫວຂອງສະມາຄົມໃນໄລຍະຈະມາເຖິງ, ທ່ານ ຫວູຮວ່າງລິງ ໃຫ້ຮູ້ວ່າ ເສີມຂະຫຍາຍບົດບາດຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ສະມາຄົມຈະຍູ້ແຮງການຮ່ວມມື ແລະແລກປ່ຽນ ກ່ຽວກັບວິທະຍາສາດ, ການສຶກສາ-ກໍ່ສ້າງ, ວັດທະນະທໍາ, ເສດຖະກິດ, ການຄ້າລະຫວ່າງສອງປະເທດ. ພ້ອມກັນນັ້ນ, ປະຕິບັດບັນດາການເຄື່ອນໄຫວມິດຕະພາບທີ່ເປັນມູນເຊື້ອ, ປ່ຽນແປງໃໝ່ຮູບການເພື່ອໃຫ້ສະມາຄົມມີການ ເຄື່ອນໄຫວທີ່ນັບມື້ນັບອຸດົມສົມບູນ, ຫຼາຍຮູບຫຼາຍແບບ, ແທດຈິງ ແລະມີປະສິດທິຜົນກວ່າ, ດຶງດູດຄວາມສົນໃຈຂອງສະມາຊິກ ແລະປະຊາຊົນເປັນຈໍານວນຫຼວງຫຼາຍ.

ໂດຍ: ໄຊນີດາ