ເຂົ້າຮ່ວມເວທີປາໄສ, ການນຳ 3 ແຂວງໄດ້ແນະນຳໃຫ້ອໍານາດການປົກຄອງ ແລະວິສາຫະກິດແຂວງ Kanagawa ບັນດາທ່າແຮງຂອງທ້ອງຖິ່ນ, ບັນດາບຸລິມະສິດຂອງລັດຖະບານ ຫວຽດນາມ ເວົ້າລວມ ແລະອໍານາດການປົກຄອງທ້ອງຖິ່ນເວົ້າສະເພາະທີ່ມີຕໍ່ກັບບັນດານັກລົງທຶນ ຍີ່ປຸນ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: baolongan.vn

ໃນນັ້ນ, ທ່ານ ຫງວຽນແທັງຫາຍ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ລອງອານ ເນັ້ນໜັກວ່າ: “ຈົ່ງມາ ຫວຽດນາມ ແລະປະສົບຜົນສຳເລັດພ້ອມກັບພວກຂ້າພະເຈົ້າ!”.

ສ່ວນຝ່າຍວິສາຫະກິດແຂວງ Kanagawa, ທ່ານ Ando Mitsuru, ຜູ້ອຳນວຍການບໍລິສັດ AIC ຫວຽດນາມ ສາຂາຢູ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນ ເພື່ອຊອກຫາກາລະໂອກາດພົບປະກັບຄູ່ຮ່ວມມື ຫວຽດນາມ ກໍ່ຄືແນະນຳບໍລິການໜູນຊ່ວຍໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມີຄວາມຫວັງຢາກ ຫຼື ພວມເຄື່ອນໄຫວລົງທຶນຢູ່ຫວຽດນາມ.  ນອກຈາກນັ້ນ, ທ່ານ  Ando Mitsuru ກໍ່ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າລັດຖະບານຫວຽດນາມ  ໄດ້ ແລະກໍາລັງຜັນຂະຫຍາຍຫຼາຍນະໂຍບາຍທີ່ມີປະສິດທິຜົນເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະປະຈຸບັນວິສາຫະກິດຍີ່ປຸ່ນນັບມື້ນັບມີຄວາມສົນໃຈເຖິງການລົງທຶນຢູ່ ຫວຽດນາມ.

ໂດຍ: ໄຊນີດາ