ກ່າວຄໍາເຫັນໄຂລາຍການ, ທ່ານພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ ໄພທຳມະຊາດ ແລະບັນດາບັນຫາທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດໄດ້ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນທົ່ວໂລກ, ໃນນັ້ນມີລາວ, ຫວຽດນາມ ແລະກຳປູເຈຍ. ສະນັ້ນ, ລັດຖະບານ ແລະກໍາລັງປະກອບອາວຸດຂອງ 3 ປະເທດຈຶ່ງໃຫ້ບຸລິມະສິດແກ່ໜ້າທີ່ສະກັດກັ້ນ ແລະຮັບມືກັບໄພຂົ່ມຂູ່ຄວາມໝັ້ນຄົງບໍ່ແມ່ນການທະຫານ, ໂດຍສະເພາະ ແມ່ນໄພພິບັດທໍາມະຊາດ.

leftcenterrightdel
ການຝຶກຊ້ອມກູ້ໄພ, ກູ້ຊີບລະຫວ່າງກອງທັບລາວ-ຫວຽດນາມ-ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມລາຍການມີພະນັກງານ, ນັກຮົບເກືອບ 500 ຄົນທີ່ມາຈາກກອງທັບ 3 ປະເທດ ລາວ - ຫວຽດນາມ - ກໍາປູເຈຍ. ໃນການຝຶກຊ້ອມແຕ່ວັນທີ 10 - 15 ກັນຍາ, ກໍາລັງກູ້ໄພ, ກູ້ຊີບຂອງກອງທັບ 3 ປະເທດໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍ, ລວມມີ: ວຽກງານຊອກຫາ ແລະກູ້ໄພຢູ່ເຂດຖືກໄພນ້ຳຖ້ວມ ແລະວຽກງານຊອກຫາກູ້ຊີບກູ້ໄພຢູ່ເຂດດິນເຊາະເຈື່ອນ; ກິດຈະການຖືກພັງທະລາຍ, ການຮົ່ວທາດເຄມີຮົ່ວໄຫຼອອກສູ່ສິ່ງແວດລ້ອມ.

ໂດຍ: ໄຊນີດາ