ຄະນະນັກເຈລະຈາລະຫວ່າງຂະແໜງການຂອງຫວຽດນາມ ແມ່ນທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ນໍາໜ້າຄະນະເຂົ້າຮ່ວມການເຈລະຈາ, ໄດ້ມີຂໍ້ສະເໜີ, ປະກອບສ່ວນຢ່າງແທດຈິງໃສ່ຮ່າງເອກະສານ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາ ແລະບັນຫາທີ່ກ່ຽວຂ້ອງເຖິງສິດ ແລະຜົນປະໂຫຍດຂອງຫວຽດນາມ ໂດຍກົງ, ພ້ອມທັງແນໃສ່ປະກອບສ່ວນອອກສຽງເພື່ອຜົນປະໂຫຍດລວມຂອງບັນດາປະເທດກໍາລັງພັດທະນາ ແລະຊຸກຍູ້ເນື້ອໃນຂອງຮ່າງເອກະສານໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍວ່າດ້ວຍທະເລສາກົນ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄໍາເຫັນທີ່ວາລະປະຊຸມ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ເອກະສານຈະແມ່່ນພື້ນຖານນິຕິກໍາເພື່ອຊຸກຍູ້ການເຄື່ອນໄຫວອະນຸລັກ ແລະຂຸດຄົ້ນແຫຼ່ງ gen ທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ, ພ້ອມທັງຮັບປະກັນຄວາມຍຸຕິທໍາໃນການແບ່ງປັນຜົນປະໂຫຍດຈາກການຂຸດຄົ້ນ ແລະນໍາໃຊ້ແຫຼ່ງ gen ທະເລທີ່ອຸດົມສົມບູນແບບຍືນຍົງຢູ່ເຂດທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ.

ໂດຍ: ໄຊນີດາ