ນັກຂ່າວ: ບັນດາກອງປະຊຸມຄັ້ງນີ້ມີຄວາມໝາຍ ແລະໝາກຜົນຄືແນວໃດ, ຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ ຫວູໂຮ່: ນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມ AMM ໄດ້ຈັດຕັ້ງໂດຍກົງພາຍຫຼັງສອງປີຖືກຕັດຕອນຍ້ອນພະຍາດໂຄວິດ-19. ກອງປະຊຸມ AMM ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນທີ່ສຸດຂອງອາຊຽນ ໃນປີ, ກອງປະຊຸມເຕົ້າໂຮມຄົບໜ້າຄົບຕາລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືທັງພາຍໃນ ແລະນອກພາກພື້ນ. ສິ່ງເຫຼົ່ານີ້ສ່ອງແສງໃຫ້ເຫັນຄວາມປາດຖະໜາຢາກເຊື່ອມຕໍ່ຄືນໃໝ່ການແລກປ່ຽນ, ການຮ່ວມມືກັບພາກພື້ນຂອງບັນດາປະເທດຢ່າງໄວ, ສະແດງໃຫ້ເຫັນບົດບາດຂອງອາຊຽນ ສືບຕໍ່ໄດ້ຮັບການສະໜັບສະໜູນ ແລະຖືເປັນສໍາຄັນຈາກບັນດາປະເທດ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫວູໂຮ່. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາກອງປະຊຸມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ບັນດາປະເທດຕີລາຄາຄືນໃໝ່ວິວັດການຮ່ວມມືທັງໝົດຂອງອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນປີຜ່ານມາ, ຈາກນັ້ນ, ພ້ອມກັນວາງອອກການກໍານົດທິດໃນອະນາຄົດຈະມາເຖິງ.

ເນື້ອໃນໄດ້ຮັບການແລກປ່ຽນຢູ່ບັນດາກອງປະຊຸມມີຫຼາຍຮູບຫຼາຍແບບ, ຈາກການຮ່ວມມືຮັບມືກັບພະຍາດ, ຍົກສູງຄວາມສາມາດດ້ານການແພດ, ຊຸກຍູ້ການຟື້ນຟູ, ຕະຫຼອດຮອດການຄ້າ, ການລົງທຶນ, ຄວາມໝັ້ນຄົງໃນລະບົບສະໜອງ, ການຮ່ວມມືອະນຸພາກພື້ນ, ເຊື່ອມຕໍ່. ບັນດາປະເທດກໍ່ປຶກສາຫາລືເພີ່ມທະວີການສົມທົບກັນຮັບມືກັບສິ່ງທ້າທາຍນາໆປະການ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ໄລຍະຫ່າງໃນການພັດທະນາ, ສິ່ງແວດລ້ອມ, ພະຍາດ, ຄວາມໝັ້ນຄົງດ້ານພະລັງງານ ແລະສະບຽງອາຫານ...

ບົນຈິດໃຈການເຈລະຈາທີ່ກົງໄປກົງມາ ແລະແທດຈິງ, ອາຊຽນ ແລະບັນດາຄູ່ຮ່ວມມືໄດ້ແລກປ່ຽນຢ່າງເລິກເຊິ່ງ ແລະກວ້າງຂວາງຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ ແລະໃນໂລກ. ຜ່ານນັ້ນ, ຢັ້ງຢືນບົດບາດ ແລະຄຸນຄ່າຍຸດທະສາດຂອງບັນດາກົນໄກໂດຍອາຊຽນ ຊັກນໍາໃນການຊຸກຍູ້ການເຈລະຈາ ແລະການຮ່ວມມື, ສ້າງເວທີປາໄສເພື່ອໃຫ້ບັນດາປະເທດແລກປ່ຽນທັດສະນະ, ປະກອບສ່ວນຍົກສູງຄວາມເຂົ້າໃຈ, ຮັດແຄບຄວາມແຕກຕ່າງກັນ ແລະຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ.

ສິ້ນສຸດກອງປະຊຸມ, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ AMM-55 ສ່ອງແສງໃຫ້ເຫັນເນື້ອໃນປຶກສາຫາລື, ຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະຄວາມຮັບຜິດຊອບຂອງອາຊຽນ, ຖືກກັບເນື້ອໃນຈິດໃຈຫົວຂໍ້ຂອງປີປະທານ ອາຊຽນ 2022 ແມ່ນ “ອາຊຽນ ກະທໍາ: ພ້ອມກັນຮັບມືກັບສິ່ງທ້າທາຍລວມ”. ອາຊຽນ ແລະບັນດາຄູ່ຮ່ວມມືໄດ້ຮັບຮອງເອົາເອກະສານຮ່ວມມືສໍາຄັນຫຼາຍສະບັບ, ເປັນພື້ນຖານເພື່ອສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ.

ນັກຂ່າວ: ສະເໜີທ່ານເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບການເຂົ້າຮ່ວມ ແລະການປະກອບສ່ວນຂອງຫວຽດນາມ ຢູ່ບັນດາກອງປະຊຸມຄັ້ງນີ້?

ທ່ານເອກອັກຄະລັດຖະທູດ  ຫວູໂຮ່: ການເຂົ້າຮ່ວມຂອງຫວຽດນາມ ຢູ່ບັນດາກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນການສືບທອດບັນດາຄໍາໝັ້ນສັນຍາ ແລະຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບພາກພື້ນ ແລະກັບວຽກງານລວມຂອງອາຊຽນ. ນັບແຕ່ຕົ້ນປີ 2022 ເມື່ອກໍາປູເຈຍ ຮັບດຳລົງຕໍາແໜ່ງເປັນປະທານອາຊຽນ, ຫວຽດນາມໄດ້ມີການກະກຽມໂດຍໄວ ເພື່ອສາມາດເຂົ້າຮ່ວມ, ປະກອບສ່ວນຢ່າງມີປະສິດທິຜົນຕໍ່ການເຄື່ອນໄຫວທັງໝົດຂອງອາຊຽນ ໃນປີນີ້.

ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ທິດນໍາຕະຫຼອດ 27 ປີເຂົ້າຮ່ວມອາຊຽນ, ຫວຽດນາມ ຍາມໃດກໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາປະເທດຜັນຂະຫຍາຍບຸລິມະສິດ ແລະຂໍ້ລິເລີ່ມຂອງອາຊຽນ, ກຽມພ້ອມຮ່ວມແຮງຮ່ວມໃຈພ້ອມກັບອາຊຽນ ຮັບມືກັບສິ່ງທ້າທາຍນາໆປະການ, ຄື: ໃນໄລຍະເກີດພະຍາດໂຄວິດ-19 ຜ່ານມາ. ສືບຕໍ່ເນື້ອໃນຈິດໃຈນັ້ນ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ນໍາໜ້າຄະນະເຂົ້າຮ່ວມ ແລະສືບຕໍ່ມີການປະກອບສ່ວນສໍາຄັນຫຼາຍຢ່າງເຂົ້າໃນຜົນສຳເລັດລວມຂອງກອງປະຊຸມຕ່າງໆ.

ໃນສະພາບການຄວາມເຄັ່ງຕຶງຜັນແປຫວ່າງແລ້ວນີ້, ເປັນຕົ້ນແມ່ນຢູ່ທະເລຕາເວັນອອກ, ມຽນມາ, ສປປ. ເກົາຫຼີ ແລະທົ່ວພາກພື້ນໃກ້ຄຽງອາຊຽນ, ຄືຊ່ອງແຄບທະເລໄຕ້ຫວັນ, ທ່ານ ບຸ່ຍແທັງເຊີນ ໄດ້ພ້ອມກັບບັນດາປະເທດແລກປ່ຽນຢ່າງເປີດອົກເປີດໃຈ ແລະສ້າງສັນ, ເຊີດຊູການຮ່ວມມືຢ່າງມີເຈດຕະນາດີ ແລະປະກອບສ່ວນຮັບຜິດຊອບ, ຖືເອົາການເຈລະຈາ, ປຶກສາຫາລືເປັນເຄື່ອງມືເພືື່ອຊອກຫາມາດຕະການ, ບໍ່ປະໃຫ້ການຂັດແຍ້ງກັນ, ຄວາມແຕກຕ່າງກັນ ແລະບໍ່ລົງຮອຍກັນປີນຂັ້ນໄດກາຍເປັນການປະທະກັນ. ທີ່ບັນດາກອງປະຊຸມທັງໝົດ, ທ່ານ ບຸ່ຍແທັງເຊີນ ລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮຽກຮ້ອງຄວາມລະງັບໃຈ, ແກ້ໄຂການຂັດແຍ້ງ, ບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ກົດບັດ ສປຊ, ສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC). ທ່ານ ບຸ່ຍແທັງເຊີນ ພ້ອມກັບບັນດາປະເທດ ໄດ້ຢັ້ງຢືນຄືນໃໝ່ຫຼັກໝ້ັນ, ຫຼັກການຂອງອາຊຽນ ກ່ຽວກັບທະເລຕາເວັນອອກ, ຮຽກຮ້ອງສ້າງທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ ແລະສະຖຽນລະພາບ, ສືບຕໍ່ປະຕິບັດ DOC ຢ່າງເຂັ້ມງວດ ແລະສ້າງ COC ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທ່ານລັດຖະມົນຕີ ກໍ່ແບ່ງປັນທັັດສະນະຂອງອາຊຽນ ແລະຫວຽດນາມ ກ່ຽວກັບບັນຫາອື່ນໆ.

ແລກປ່ຽນກ່ຽວກັບການຮ່ວມມືໃນອາຊຽນ ແລະບັນດາຄູ່ຮ່ວມມື, ຄະນະຜູ້ແທນຫວຽດນາມ ໄດ້ມີຫຼາຍປະກອບສ່ວນຢ່າງລະອຽດ, ສະເໜີບັນດາຂໍ້ລິເລີ່ມທີ່ກ່ຽວຂ້ອງເຖິງວິວັດການກໍ່ສ້າງປະຊາຄົມອາຊຽນ, ກໍານົດທິດພັດທະນາໃຫ້ອາຊຽນ ຫຼັງປີ 2025, ຊຸກຍູ້ການຟື້ນຟູ, ພັດທະນາອະນຸພາກພື້ນ, ກໍ່ຄືຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່.

ກ່ອນ ແລະໃນກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນຄວາມດຸນດ່ຽງ, ກົມກຽວເຂົ້າໃນເນື້ອໃນເອກະສານ, ປະສົມປະສານຄວາມແຕກຕ່າງກັນລະຫວ່າງບັນດາປະເທດ, ຮັບປະກັນຄວາມສາມັກຄີ, ເຫັນດີເປັນເອກະພາບຂອງອາຊຽນ. ບັນດາຄໍາຄິດເຫັນຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຂອງບັນດາປະເທດ ແລະໄດ້ສ່ອງແສງໃນເອກະສານຂອງກອງປະຊຸມ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊນີດາ