ຫວຽດນາມ ຍາມໃດກໍ່ຖືມະນຸດແມ່ນໃຈກາງ, ແມ່ນກໍາລັງໜູນຂອງວິວັດການປ່ຽນແປງໃໝ່ ແລະກິດຈະການພັດທະນາປະເທດຊາດ,  ຍາມໃດກໍ່ມານະພະຍາຍາມ ເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່, ສິດຊົມໃຊ້ຂອງປະຊາຊົນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ບັນດາສິດເສລີໂດຍພື້ນຖານຂອງມະນຸດໄດ້ລະບຸໃນລັດຖະທໍາມະນູນຂອງຫວຽດນາມ, ອັນໄດ້ຮັບການປົກປ້ອງ ແລະຊຸກຍູ້ຜ່ານກົດໝາຍສະບັບຕ່າງໆ ແລະໄດ້ຮັບການຜັນຂະຫຍາຍໃນພຶດຕິກຳຕົວຈິງ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn

ຢູ່ຫວຽດນາມ, ໝົດທຸກຄົນລ້ວນແຕ່ສະເໝີພາບຕໍ່ໜ້າກົດໝາຍ ແລະມີພັນທະປະຕິບັດຂໍ້ກໍານົດຂອງກົດໝາຍ. ທຸກໆການກະທຳລະເມີດກົດໝາຍລ້ວນແຕ່ຖືກພິພາກສາ ເພື່ອແນໃສ່ຮັບປະກັນຄວາມເຄັ່ງຄັດຂອງກົດໝາຍ ແລະຮັບປະກັນການຊົມໃຊ້ສິດເສລີຢ່າງຄົບຖ້ວນຂອງປະຊາຊົນທຸກຄົນ ໃນສັງຄົມທີ່ປອດໄພ, ມີຄວາມລະບຽບຮຽບຮ້ອຍ ແລະຍຸຕິທໍາ. ບໍ່ມີຜູ້ໃດຖືກກັກຂັງ, ພິພາກສາ ຍ້ອນປະຕິບັດບັນດາສິດຂອງມະນຸດແບບຖືກຕ້ອງ.

ຫວຽດນາມ  ຮູ້ສຶກເສຍດາຍ ຍ້ອນບົດລາຍງານຂອງ EP ມີຂໍ້ມູນ, ການສັງເກດຂາດພາວະວິໄສ, ຍຸຕິທໍາ, ອີງຕາມບາງຂໍ້ມູນທີ່ຜິດເຂວ, ບໍ່ມີຫຼັກຖານ, ສ່ອງແສງບໍ່ຖືກກັບສະພາບຕົວຈິງຢູ່ຫວຽດນາມ. ຫວຽດນາມ ຖືເປັນສໍາຄັນສາຍພົວພັນຄູ່ຮ່ວມມືຮອບດ້ານກັບສະຫະພາບເອີລົບ (EU), ພ້ອມແລ້ວທີ່ຈະແລກປ່ຽນກັບ EU ແລະ EP ກ່ຽວກັບສິດທິມະນຸດ ບົນຈິດໃຈສ້າງສັນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ.

ສອງຝ່າຍ ກໍ່ໄດ້ມີກົນໄກເຈລະຈາກ່ຽວກັບສິດທິມະນຸດປະຈໍາປີ ເພື່ອແລກປ່ຽນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ເລື່ອງເພີ່ມທະວີການແລກປ່ຽນ, ການເຈລະຈາ ຜ່ານບັນດາກົນໄກທີ່ມີຢູ່ແລ້ວ ຈະຊ່ວຍໃຫ້ EP ມີຂໍ້ມູນພາວະວິໄສຢ່າງຄົບຖ້ວນ ແລະມີຄວາມເຂົ້າໃຈຖືກຕ້ອງກວ່າ ກ່ຽວກັບສະພາບຕົວຈິງຂອງການຊຸກຍູ້ ແລະຮັບປະກັນສິດຂອງມະນຸດ ຢູ່ຫວຽດນາມ, ຜ່ານນັ້ນພ້ອມກັນຊຸກຍູ້ການພົວພັນສອງຝ່າຍ, ພິເສດແມ່ນການຜັນຂະຫຍາຍສັນຍາ EVFTA ເຊິ່ງພວມດໍາເນີນໄປໄດ້ດີ.

ໂດຍ: ທູຈາງ