ທີ່ການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕີລາຄາວ່າຄວາມສາມາດບົ່ມຊ້ອນຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະໂອມານ ຍັງໃຫຍ່ຫຼວງຢູ່, ພິເສດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ກະສິກໍາ, ສິນໃນນໍ້າ, ທ່າກໍາປັ່ນທະເລ... ພ້ອມທັງແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ຫຼາຍມາດຕະການເພື່ອປັບປຸງ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງກວ່າອີກຄືເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວເປັນປະຈໍາ ແລະມີປະສິດທິຜົນຄືຄະນະກໍາມະການລະຫວ່າງລັດຖະບານ, ກອງປະຊຸມປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ໂອ້ລົມສົນທະນາກັບທ່ານ Sayyid Badr bin Hamad bin Hamood Al Busaidi. ພາບ: baochinhphu.vn

ເພື່ອສ້າງບຸກທະລຸໃຫ້ການຮ່ວມມືດ້ານເສດຖະກິດ, ສອງຝ່າຍເນັ້ນໜັກເຖິງຄວາມຈໍາເປັນຕ້ອງການສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ເຊື່ອມຕໍ່ວິສາຫະກິດສອງຝ່າຍ; ຍູ້ໄວການປຶກສາຫາລືເຊັນຂໍ້ຕົກລົງຮ່ວມມືທີ່ສໍາຄັນສະບັບຕ່າງໆ... ເພື່ອແນໃສ່ປັບປຸງຂອບນິຕິກໍາໃຫ້ແກ່ການຮ່ວມມືສອງຝ່າຍ.

ໂດຍ: ໄຊນີດາ