leftcenterrightdel
ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາຫວຽດນາມ ມອບລາງວັນພິເສດໃຫ້ແກ່ນັກສຶກສາ ໂງກວາງຈູງ. ພາບ: ຫວູແອງ.

ພາຍຫຼັງການປຸກລະດົມການປະກວດອອກແບບໂລໂກມາເປັນເວລາ 2 ເດືອນ ຢູ່ຫວຽດນາມ ແລະສ.ເກົາຫຼີ, ຄະນະຈັດຕັ້ງໄດ້ຮັບເອົາ 775 ໂລໂກ. ຜົນປະກົດວ່າ, ນັກຮຽນ ໂງກວາງຈູງ (ມາຈາກມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ) ຍາດໄດ້ລາງວັນພິເສດດ້ວຍໂລໂກທີ່ນໍາໃຊ້ຮູບພາບທຸງຊາດ ແລະບັນດາສະຖານທີ່ທີ່ມີຊື່ສຽງຂອງສອງປະເທດ, ພ້ອມດ້ວຍຕົວເລກ 30  ສະແດງໃຫ້ເຫັນ 30 ປີແຫ່ງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະສ.ເກົາຫຼີ. ບັນດາໂລໂກໄດ້ຮັບລາງວັນຈະນໍາໃຊ້ໃນບັນດາສື່ສິ່ງພິມສື່ມວນຊົນ ແລະເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ-ສ.ເກົາຫຼີ ໃນປີ 2022.

ໂດຍ: ທູຈາງ