ນີ້ແມ່ນຂໍ້ສັງເກດຂອງທ່ານ Hwang Hee ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວສ.ເກົາຫຼີ ເມື່ອຕອບສໍາພາດຕໍ່ນັກນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ເຊີອູນ ເນື່ອງໃນໂອກາດປີ 2022, ສອງປະເທດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (22-12-1992/22-12-2022).

leftcenterrightdel
ທ່ານ Hwang Hee ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານລັດຖະມົນຕີ Hwang Hee ແລ້ວ, ບັນດານະໂຍບາຍຂອງຫວຽດນາມ ທີ່ເຜີຍແຜ່ ແລະອັບເດດນັ້ນ, ໄດ້ສົມທົບໃສ່ກັບມູນເຊື້ອ, ຫຼັກການຂອງຊາວຫວຽດນາມ, ສ້າງເປັນເອກະລັກສະເພາະຂອງຫວຽດນາມ. ທ່ານ ໃຫ້ຮູ້ຕື່ມອີກວ່າ ທັງສອງປະເທດລ້ວນແຕ່ມີຄວາມສາມາດບົ່ມຊ້ອນ ແລະມີຄວາມສຸດໃຈດັ່ງນັ້ນແງ່ຫວັງການຮ່ວມມືສອງຝ່າຍຈຶ່ງໃຫຍ່ຫຼວງ. ສອງປະເທດມີຄວາມເຫັນດີເຫັນພ້ອມສະນັ້ນການພົວພັນແລກປ່ຽນວັດທະນະທໍາຈຶ່ງສວມບົດບາດສໍາຄັນ, ປະກອບສ່ວນສ້າງພື້ນຖານ ແລະແຫຼ່ງກໍາລັງໃຫ້ແກ່ການພັດທະນາແບບຍືນຍົງ.

ທ່ານລັດຖະມົນຕີ ຖືວ່າສອງຝ່າຍມີພື້ນຖານວັດທະນະທໍາທີ່ຄ້າຍຄືກັນ, ຊາວ ສ.ເກົາຫຼີ ມີຄວາມລື້ງເຄີຍກັບວັດທະນະທໍາຫວຽດນາມ ແລະຊາວຫວຽດນາມ ກໍ່ມີຄວາມຮູ້ກ່ຽວກັບວັດທະນະທໍາສ.ເກົາຫຼີ ຫຼາຍພໍສົມຄວນ. ໃນຈໍານວນ 32 ສູນວັດທະນະທໍາສ.ເກົາຫຼີທີ່ເປີດຢູ່ 27 ປະເທດ, ສູນວັດທະນະທໍາທີ່ເປີດຢູ່ຫວຽດນາມ ແມ່ນສູນວັດທະນະທໍາແຫ່ງທໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະສວມບົດບາດແມ່ນທູດວັດທະນະທໍາລະຫວ່າງສອງປະເທດ. ສ.ເກົາຫຼີ ກໍ່ຈະມານະພະຍາຍາມເພື່ອແນະນໍາວັດທະນະທໍາຫວຽດນາມ ຢູ່ສ.ເກົາຫຼີ.

ໂດຍ: ໄຊນີດາ