leftcenterrightdel
ທ່ານນາງ ຫງວຽນທິເຟືອງງາ ປະທານ VUFO ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: Qdnd.vn

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງ ຫງວຽນທິເຟືອງງາ ປະທານ VUFO ຢັ້ງຢືນວ່າ ພ້ອມກັບກໍາລັງປະຕິບັດວຽກງານການທູດປະຊາຊົນ, VUFO ໄດ້ມານະພະຍາຍາມຢ່າງກະໂດດຂັ້ນ, ເປັນເຈົ້າການຮັບມືກັບສະພາບການໃໝ່, ປ່ຽນແປງໃໝ່ວິທີການ, ຍົກສູງຄຸນນະພາບການເຄື່ອນໄຫວ, ປະຕິບັດເປົ້າໝາຍ, ໜ້າທີ່ວາງອອກ. ປີ 2021, VUFO ໄດ້ປັບປຸງ ແລະສ້າງຕັ້ງການພົວພັນກັບບາງຄູ່ຮ່ວມມືໃໝ່; ປະຕິບັດຫຼາຍການເຄື່ອນໄຫວສະເຫຼີມສະຫຼອງສ້າງຕັ້ງການພົວພັນ ແລະບັນດາເຫດການສໍາຄັນກັບບັນດາປະເທດ; ປຸກລະດົມການບໍລິຈາກໄດ້ກວ່າ 46,7 ຕື້ດົ່ງເຂົ້າກອງທຶນປ້ອງກັນ, ຕ້ານພະຍາດໂຄວິດ-19; ຮັບຮູ້ 57 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດໄດ້ປະກອບສ່ວນ 123 ບ້ວງເງິນອຸປະຖໍາປ້ອງກັນ, ຕ້ານພະຍາດທີ່ມີມູນຄ່າເກືອບ 10,64 ລ້ານໂດລາສະຫະລັດ.

ປີ 2022, VUFO ສືບຕໍ່ປ່ຽນແປງໃໝ່ຢ່າງແຮງທັງຈິນຕະນາການ ແລະການກະທໍາ, ວິທີການເຄື່ອນໄຫວເພື່ອປັບປຸງ, ເປີດກວ້າງການພົວພັນກັບໝູ່ເພື່ອນ, ຄູ່ຮ່ວມມື; ຍົກສູງຄຸນນະພາບ, ປະສິດທິຜົນຂອງໜ້າທີ່ວຽກງານ; ສ້າງ VUFO ໃຫ້ໝັ້ນຄົງເຂັ້ມແຂງ, ສົມເປັນກໍາລັງຫຼັກແຫຼ່ງຂອງການພົວພັນການທູດປະຊາຊົນ.

ໂດຍ: ໄຊນີດາ