ໃນການແລກປ່ຽນ, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການທີ່ຂາດສະຖຽນລະພາບຢູ່ມຽນມາ, ເນັ້ນໜັກວ່າ ບູລິມະສິດແຖວໜ້າ ແລະຮີບດ່ວນໃນປະຈຸບັນແມ່ນຢຸດຕິການໃຊ້ຄວາມຮຸນແຮງ, ເພີ່ມທະວີການໜູນຊ່ວຍໃຫ້ແກ່ຊາວມຽນມາ, ພ້ອມທັງຊຸກຍູ້ການເຈລະຈາ ແລະສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອຊອກຫາມາດຕະການສັນຕິພາບ, ຮອບດ້ານ ແລະຍືນຍົງ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນມຽນມາ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ ຕ້ອງມີວິທີສໍາພັດຮອບດ້ານ ແລະຄ່ອຍໆກ້າວໄປເຖິງ, ບໍ່ໃຈຮ້ອນ, ທຸກມາດຕະການຕ້ອງຖືເອົາປະຊາຊົນເປັນໃຈກາງ; ພ້ອມທັງປາດຖະໜາຢາກໃຫ້ປະຊາຄົມສາກົນ ແລະສປຊ ສ້າງທຸກເງື່ອນໄຂສະດວກໃຫ້ການເຈລະຈາ ແລະໄກ່ເກ່ຍຢູ່ມຽນມາ, ກໍ່ຄືສືບຕໍ່ສະໜັບສະໜູນບົດບາດໃຈກາງ ແລະຄວາມມານະພະຍາຍາມຂອງອາຊຽນ. ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອໜູນຊ່ວຍ ມຽນມາ ກັບຄືນສະພາບປົກກະຕິ, ມີສະຖຽນລະພາບຢ່າງໄວ, ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ ກໍ່ຄືສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາລວມຂອງພາກພື້ນ.

ໂດຍ: ໄຊນີດາ