ຊົມເຊີຍ 63 ປີແຫ່ງວັນປະຕິວັດກູບາ ປະສົບຜົນສໍາເລັດ, ທ່ານນາງ ເຈືອງທິຮ່ຽນ ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ນະຄອນໂຮ່ຈີມິນ ຢັ້ງຢືນວ່າ ກວ່າເຄິ່ງສະຕະວັດທີ່ຜ່ານມາ, ການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານຫວຽດນາມ-ກູບາ ໄດ້ຮັບການປັບປຸງ, ພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ. ປີ 2022, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ-ກູບາ ນະຄອນໂຮ່ຈີມິນ ຈະສືບຕໍ່ສົມທົບກັບ ກົງສູນໃຫຍ່ກູບາ ຈັດຕັ້ງຫຼາຍກິດຈະກຳສັນຕິພາບ, ສາມັກຄີ, ມິດຕະພາບ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການແພດ, ການສຶກສາ... ເພື່ອແນໃສ່ເພີ່ມທະວີ ແລະພັດທະນານໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ບັນຍາກາດທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ Ariadne Feo Labrada ຕາງໜ້າກົງສູນໃຫຍ່ກູບາ ປະຈໍານະຄອນໂຮ່ຈີມິນ ຖືວ່າ ປີ 2021 ແມ່ນປີສໍາເລັດຜົນໃນການພົວພັນສອງຝ່າຍກູບາ-ຫວຽດນາມ, ດ້ວຍການພັດທະນາຢ່າງແຮງໃນທຸກຂົງເຂດ; ກູບາ ຍາມໃດກໍ່ຈະມານະພະຍາຍາມເພີ່ມທະວີການພົວພັນດ້ານການເມືອງ, ເສດຖະກິດ, ການລົງທຶນລະຫວ່າງສອງປະເທດ ກໍ່ຄືການພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນກູບາ ແລະຫວຽດນາມ.

ໂດຍ: ໄຊນີດາ