ກ່ຽວກັບການທູດ, ທ່ານ ເຈິ່ນແທັ່ງກົງ ເນັ້ນໜັກວ່າ ຫວຽດນາມ ພັດທະນາຢ່າງແຮງໃນການພົວພັນການທູດ, ຕັ້ງໜ້າເຂົ້າຮ່ວມໃນການດຳລົງຊີວິດຂອງປະຊາຄົມສາກົນ. ຫວຽດນາມ ມີຄວາມກ້າວໜ້າພໍສົມຄວນໃນການນໍາບັນດາການພົວພັນນີ້ເຂົ້າສູ່ລວງເລິກ, ຄວາມເຊື່ອໝັ້ນດ້ານການເມືອງໄດ້ຍົກສູງຂຶ້ນຢ່າງຈະແຈ້ງ, ຜົນປະໂຫຍດໄດ້ສະຫຼັບກັນໄປ ແລະກົນໄກຮ່ວມມືໄດ້ຮັບການປັບປຸງ. ການພົວພັນສອງຝ່າຍ ແລະຫຼາຍຝ່າຍໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການປັບປຸງສະພາບແຫ່ງສັນຕິພາບ, ສະຖຽນລະພາບ ແລະສ້າງທຸກເງື່ອນໄຂສາກົນຢ່າງບໍ່ຢຸດຢັ້ງເພື່ອຄວາມສະດວກໃຫ້ແກ່ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel

ທ່ານ ເຈິ່ນແທັ່ງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເອຢິບ ໄດ້ເຂົ້າຮ່ວມລາຍການ “ສະບາຍດີປີໃໝ່ 2022” ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດເອຢິບ. ພາບ: vov.vn

ກ່ຽວກັບການພົວພັນສອງປະເທດ, ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນຄືນໃໝ່ວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະເອຢິບ ໄດ້ມີບາດກ້າວພັດທະນາຢ່າງແຮງໃນທຸກຂົງເຂດ. ສອງຝ່າຍໄດ້ແລກປ່ຽນທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ແລະມີການຮ່ວມມືຢ່າງແໜ້ນແຟ້ນໃນຂອບເຂດບັນດາອົງການຈັດຕັ້ງສາກົນຢ່າງເປັນປະຈໍາ ເພື່ອຜົນປະໂຫຍດລວມ. ທ່ານ ເຊື່ອໝັ້ນວ່າ ດ້ວຍການພົວພັນອັນດີງາມ, ການພົວພັນສອງປະເທດຈະນັບມື້ນັບຍາດໄດ້ຫຼາຍຜົນສໍາເລັດກວ່າ, ມີການຮ່ວມມືຢ່າງແທ້ຈິງ ແລະມີປະສິດທິຜົນກວ່າ. ພາຍຫຼັງຄວບຄຸມພະຍາດໄດ້ແລ້ວ, ສອງປະເທດຈະສືບຕໍ່ປະຕິບັດຫຼາຍການເຄື່ອນໄຫວແລກປ່ຽນດ້ານການຄ້າ, ການທ່ອງທ່ຽວ ແລະລົງທຶນ.

ໂດຍ: ໄຊນີດາ