ການເຈລະຈາແມ່ນເພື່ອແນໃສ່ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ວຽກງານຂົນຂວາຍປະຊາຊົນຂອງແຕ່ລະພັກ; ການພົວພັນຮ່ວມມືລະຫວ່າງສອງຄະນະຂົນຂວາຍປະຊາຊົນສູນກາງພັກຂອງສອງປະເທດໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນເພີ່ມພູນຄູນສ້າງ ແລະປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ໄມຕີຈິດມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງຫວຽດນາມ-ກຳປູເຈຍ.

leftcenterrightdel
ບັນຍາກາດທ່ີການພົບປະເຈລະຈາຜ່ານລະບົບທາງໄກ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ. ໃນນັ້ນ, ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານຂົນຂວາຍປະຊາຊົນ; ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນກ່ຽວກັບບັນຫາສາກົນ ແລະພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເປັນເສນາທິການສົມທົບກັນຢ່າງແໜ້ນແຟ້ນໃນການຊີ້ນຳ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ຄະນະຂົນຂວາຍປະຊາຊົນຂອງສອງພັກ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນ, ແລກປ່ຽນບົດຮຽນ ແລະຮ່ວມມືໃນວຽກງານຂົນຂວາຍປະຊາຊົນ.

ໂດຍ: ແສງເດືອນ