ກ່າວຄໍາເຫັນທີ່ການພົບປະ, ທ່ານນາງ ເຈືອງທິມາຍ ຊົມເຊີຍເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ 28 ຄົນທີ່ພັກ, ລັດ ແລະປະຊາຊົນເຊື່ອໝັ້ນມອບໝາຍໜ້າທີ່ໃຫ້ເປັນຜູ້ຕາງໜ້າຫວຽດນາມ ປະຈຳຢູ່ຕ່າງປະເທດ, ພ້ອມກັນນັ້ນ, ນີ້ກໍ່ແມ່ນການແຕ່ງຕັ້ງເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ຄັ້ງທໍາອິດຂອງອາຍຸການກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

leftcenterrightdel
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວຄໍາເຫັນທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ເຈືອງທິມາຍ ອວຍພອນເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ປະຕິບັດສຳເລັດໜ້າທີ່, ຄວາມຮັບຜິດຊອບອັນໃຫຍ່ຫຼວງໃນອາຍຸການທີ່ໄດ້ຮັບມອບໝາຍໃຫ້. ທ່ານນາງໄດ້ເນັ້ນໜັກວ່າ ການເຄື່ອນໄຫວທາງການທູດກໍາລັງດໍາເນີນໄປດ້ວຍຈັ່ງຫວະທີ່ນັບມືນັບເພີ່ມຂຶ້ນສູງ, ຫວຽດນາມ ມີການພົວພັນກັບປະເທດຕ່າງໆ ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ເສີມຂະຫຍາຍບົດບາດນໍາໜ້າໃນການທູດ, ປຸກລະດົມແຫຼ່ງກໍາລັງພາຍນອກຢ່າງແຮງ, ພິເສດແມ່ນເຊື່ອມຕໍ່, ຊ່ວຍເຫຼືອ, ຂົນຂວາຍພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 5 ລ້ານຄົນໃຫ້ເຊື່ອມຕົວເຂົ້າກັບສະພາບແວດລ້ອມຢູ່ປະເທດປະຈໍາຖິ່ນ, ຜ່ານຜ່າຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19, ມີການປະກອບສ່ວນເຂົ້າວິວັດການສ້າງສາ, ພັດທະນາປະເທດຊາດຫຼາຍກວ່າອີກ.

ໂດຍ: ກວຽດເຕີມ