ກ່ອນໜ້ານັ້ນ, ໃນວັນທີ 24 ກັນຍາ, ໃນຂອບເຂດການເຄື່ອນໄຫວຂອງການປະຕິບັດງານເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ຢູ່ ນະຄອນນິວຢອກ, ທ່ານ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານ Frank-Walter Steinmeier ປະທານາທິບໍດີເຢຍລະມັນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສິ້ນສຸດການປະຕິບັດງານຢູ່ ສະມັດຊາໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ປະທານປະເທດໄດ້ຂອບໃຈລັດຖະບານເຢຍລະມັນ ໄດ້ໜູນຊ່ວຍວັກຊິນໃຫ້ຫວຽດນາມ ແບບໂດຍກົງ ແລະຜ່ານໂຄງການໂຄແວັກ, ພ້ອມກັບວັດຖຸອຸປະກອນການແພດທີ່ຈໍາເປັນເພື່ອໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານປະທານປະເທດ ສະເໜີ ເຢຍລະມັນ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ເຢຍລະມັນ ເຊື່ອມຕົວຢ່າງເລິກເຊິ່ງກວ້າງຂວາງເຂົ້າສັງຄົມປະເທດນີ້.

ການນໍາສອງທ່ານເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ, ຜ່ານນັ້ນປະກອບສ່ວນຮັກສາສັນຕິພາບ, ຊຸກຍູ້ການເຄົາລົບກົດໝາຍສາກົນ. ໃນວັນດຽວກັນ, ທ່ານ ຫງວຽນຊວນຟຸກ ໄດ້ວາງພວງມາລາທີ່ອະນຸສາວະລີແຫ່ງຊາດ 11 ກັນຍາ-ກິດຈະການອາໄລຫາຜູ້ຖືກເຄາະຮ້າຍຈາກການບຸກໂຈມຕີກໍ່ການຮ້າຍໃສ່ຕຶກອາຄານຂອງສູນການຄ້າໂລກທີ່ນະຄອນນິວຢອກໃນ ວັນທີ 11 ກັນຍາ 2001.

ໂດຍ: ເກື່ອງດັ້ງ