ນັກຂ່າວ: ສະຫາຍຕີລາຄາຄືແນວໃດກ່ຽວກັບຄວາມໝາຍຂອງການພົວພັນປະຫວັດສາດລະຫວ່າງກູບາ ແລະຫວຽດນາມ ກໍ່ຄືຄວາມສຳຄັນຂອງການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ?

ສະຫາຍ Miguel Diaz-Canel Bermudez: ປີກາຍນີ້, ພວກເຮົາໄດ້ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງກູບາ ແລະຫວຽດນາມ. ການພົວພັນແບບພິເສດ ແລະໝັ້ນແກ່ນນັ້ນໄດ້ເຕີບໃຫຍ່ເຂັ້ມແຂງດ້ວຍການເພີ່ມພູນຄູນສ້າງຂອງຜູ້ນຳປະຕິວັດປະຫວັດສາດ ໂຮ່ຈີມິນ, Fidel Castro Ruz, Raul Castro Ruz ໃນຊຸມເດືອນປີທີ່ຫຍຸ້ງຍາກຂອງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະສ້າງສາປະເທດຂອງປະຊາຊົນຫວຽດນາມ. ໂຮງຮຽນ, ສະໜາມຫຼວງ ແລະຮາກຖານສາທາລະນະຫຼາຍແຫ່ງຂອງກູບາ ຫຼາຍແຫ່ງເປັນກຽດທີ່ໄດ້ໃສ່ຊື່ຫວຽດນາມ, ສັນຍາລັກຂອງຍຸກສະໄໝ ແລະອາລົມຈິດຂອງທັງສອງຝ່າຍກ່ຽວກັບຄວາມສາມັກຄີສະໜິດຕິດພັນ, ຍາວນານ ແລະຍືນຍົງລະຫວ່າງສອງຊາດ. ກູບາ ມີຄວາມເອກອ້າງທະນົງໃຈທີ່ເປັນປະເທດທຳອິດຮັບຮອງແນວໂຮມປົດປ່ອຍຊາດພາກໃຕ້ຫວຽດນາມ ແລະອົງການຜູ້ຕາງໜ້າປະຈຳ ລາຮາວານ. ປີ 1967 ແມ່ນປີທີ່ ກູບາ ຕັ້ງຊື່ວ່າ “ປີຫວຽດນາມ ວິລະຊົນ”. ສອງປີຕໍ່ມາກູບາ ແມ່ນປະເທດທຳອິດທີ່ຮັບຮອງລັດຖະບານປະຕິວັດຊົ່ວຄາວ ສ.ພາກໃຕ້ຫວຽດນາມ ແລະຕັ້ງສະຖານທູດໃນປ່າເລິກ. ນັກສຶກສາຫວຽດນາມ ຫຼາຍຄົນໄດ້ຮັບການສຶກສາຢູ່ບັນດາໂຮງຮຽນມະຫາວິທະຍາໄລຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍາມໃດກໍ່ຮູ້ສຶກບໍ່ຢູ່ໂດດດ່ຽວຍ້ອນມີນ້ຳໃຈສາມັກຄີທີ່ໄດ້ຜ່ານການທົດສອບຂອງຫວຽດນາມ. ໃນສະພາບການສັບສົນ, ປະຊາຊົນຫວຽດນາມ ວິລາຊົນຍາມໃດກໍ່ເປັນເພື່ອນມິດຈິງໃຈທີ່ສຸດຂອງກູບາ. ພວກຂ້າພະເຈົ້າ ຮູ້ບຸນຄຸນຕໍ່ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງພວກເພື່ອນຕໍ່ການຕໍ່ສູ້ຂອງພວກຂ້າພະເຈົ້າໃນການຮຽກຮ້ອງຍົກເລີກຄຳສັ່ງປິດລ້ອມ, ຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະການເງິນບໍ່ຍຸຕິທຳ ເຊິ່ງອາເມລິກາ ຈັດວາງຕໍ່ກູບາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະທ່ານ Miguel Diaz-Canel Bermudez ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສ.ກູບາ ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ. ພາບ: ສຳນັກຂ່າວສານຫວຽດນາມ.

ພາຍໃຕ້ການນຳພາຂອງພັກກອມມູນິດກູບາ, ທັງສອງປະເທດໄດ້ຢຶດໝັ້ນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມ ຈາກພຶດຕິກຳຕົວຈິງຂອງແຕ່ລະປະເທດ. ພ້ອມກັນນັ້ນ, ພວກເຮົາກໍ່ແບ່ງປັນບົດຮຽນນຳກັນ-ປະກົດການແຫ່ງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງທີ່ຫາຍາກ, ໄດ້ຊ່ວຍຊູກັນດ້ວຍການພົວພັນຮ່ວມມືສອງຝ່າຍໃນທຸກຂົງເຂດ.

ໃນສະພາບການຮັບມືກັບພະຍາດໂຄວິດ-19 ປະຈຸບັນ, ພວກຂ້າພະເຈົ້າເປັນກຽດທີ່ໄດ້ຕ້ອນຮັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ມາຢ້ຽມຢາມກູບາ ຢ່າງເປັນທາງການ. ສອງຝ່າຍໄດ້ມີການເຈລະຈາທາງການຢ່າງອົບອຸ່ນສະໜິດສະໜົມ, ບັນລຸໄດ້ຄວາມເຫັນດີເຫັນພ້ອມສຳຄັນເພື່ອເປົ້າໝາຍບໍ່ປ່ຽນແປງແມ່ນການພັດທະນາການພົວພັນສອງຝ່າຍຢ່າງຮອບດ້ານ.

ນັກຂ່າວ: ບົນພື້ນຖານການພົວພັນບໍລິສຸດຜຸດຜ່ອງ ເຊິ່ງຜູ້ນຳປະຫວັດສາດ ໂຮ່ຈີມິນ ແລະ Fidel Castro ຕັ້ງພື້ນຖານ ແລະການນໍາ, ປະຊາຊົນຮຸ້ນຕ່າງໆ ເພີ່ມພູນຄູນສ້າງນັ້ນ, ຕາມສະຫາຍແລ້ວ, ຫວຽດນາມ ແລະກູບາ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດໃດແດ່ ເພື່ອໃຫ້ການພົວພັນສອງຝ່າຍນັບມື້ນັບປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາ ຂອງແຕ່ລະປະເທດ ແລະສອງປະເທດອາດສາມາດເພີ່ມທະວີການຮ່ວມມືຄືແນວໃດເພື່ອສາມາດພ້ອມກັນຜ່ານຜ່າພະຍາດໂຄວິດ-19?

ສະຫາຍ Miguel Diaz-Canel Bermudez: ຕ້ອງເນັ້ນໜັກວ່າພະຍາດໂຄວິດ-19 ບໍ່ສາມາດກີດກັ້ນການເຈລະຈາດ້ານການເມືອງຂັ້ນສູງສຸດລະຫວ່າງກູບາ ແລະຫວຽດນາມ. ການນຳສູງສຸດຂອງສອງປະເທດຈະສືບຕໍ່ເອົາໃຈໃສ່ ແລະບູລິມະສິດສູງສຸດໃຫ້ແກ່ການພົວພັນທີ່ເປັນແບບຢ່າງລະຫວ່າງສອງປະເທດພວກເຮົາ. ພວກເຮົາຈະສຸມໃສ່ຄວາມໝັ້ນຄົງດ້ານສະບຽງອາຫານ, ວຽກງານສື່ສານ... ການພົວພັນແບບພິເສດ ແລະປະຫວັດສາດແຫ່ງຄວາມສະໜິດຕິດພັນລະຫວ່າງສອງຊາດ, ສອງພັກ ແລະສອງລັດຖະບານ ແມ່ນພື້ນຖານໝັ້ນຄົງເຂັ້ມແຂງ ເພື່ອໃຫ້ພວກເຮົາຍົກລະດັບການພົວພັນດ້ານເສດຖະກິດ, ການຄ້າ, ການເງິນ ແລະການຮ່ວມມືຂຶ້ນສູ່ລະດັບສູງໃໝ່. ດ້ວຍການເຊັນແຜນການກະທຳຜັນຂະຫຍາຍໂຄງການດຳເນີນງານເສດຖະກິດໄລຍະກາງ  2021-2025, ພວກເຮົາຄາດວ່າຈະຍົກການແລກປ່ຽນດ້ານການຄ້າ ແລະການຮ່ວມມືເສດຖະກິດຂຶ້ນລະດັບສູງກວ່າ.

ດ້ວຍເລື່ອງສະໜອງ ແລະຖ່າຍທອດເຕັກໂນໂລຢີຜະລິດວັກຊິນ Abdala ຂອງກູບາ ໃຫ້ແກ່ປະເທດແຫ່ງ ສສ.ຫວຽດນາມ ອ້າຍນ້ອງ, ທາດແທ້ມະນຸດສະທຳ ແລະມິດຕະພາບຂອງສາຍພົວພັນສອງຝ່າຍນັບມື້ນັບໄດ້ຮັບການປັບປຸງ, ພ້ອມກັນນັ້ນພວກເຮົາກໍ່ສາມາດຮັດແໜ້ນການພົວພັນຮ່ວມມືໃນຂົງເຂດສາທາລະນະສຸກ ແລະເຕັກໂນໂລຢີຊີວະສາດໄດ້. ຫວຽດນາມ ມີຄວາມສາມາດປັບປຸງຖານະບົດບາດເປັນນັກລົງທຶນໃຫຍ່ທີ່ສຸດຂອງພາກພື້ິນອາຊີ ແລະທະວີບມະຫາສະໝຸດຢູ່ປະເທດພວກຂ້າພະເຈົ້າກວ່າອີກ. ສ່ວນ ກູບາ ຈະສືບຕໍ່ສ້າງສະພາບແວດລ້ອມດຳເນີນທຸລະກິດສະດວກມຸ່ງໄປເຖິງເປົ້າໝາຍຄ້າຍຄືກັນ, ອີງໃສ່ຄວາມສາມາດບົ່ມຊ້ອນຂອງວິສາຫະກິດຫວຽດນາມ ທີ່ພວມເຄື່ອນໄຫວຢູ່ກູບາ. ກໍ່ມີຄວາມສາມາດບົ່ມຊ້ອນເພື່ອເປີດກວ້າງການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ, ຄື: ພະລັງງານ, ທ່ອງທ່ຽວ, ການບໍລິການການແພດ, ກະສິກຳ...

ນັກຂ່າວ: ເນື່ອງໃນໂອກາດນີ້, ສະຫາຍຢາກສົ່ງສານໃດແດ່ເຖິງປະຊາຊົນຫວຽດນາມ?

ສະຫາຍ Miguel Diaz-Canel Bermudez: ຜູ້ນຳ Fidel Castro ເຄີຍເວົ້າວ່າ, ກູບາ ພ້ອມແລ້ວທີ່ຈະອຸທິດເລືອດເນື້ອຂອງຕົນເພື່ອຫວຽດນາມ, ປະຈຸບັນພວກຂ້າພະເຈົ້າກໍ່ພ້ອມແລ້ວທີ່ສະໜອງ ແລະຖ່າຍທອດເຕັກໂນໂລຢີວັກຊິນກັນໂຄວິດ-19 ຂອງຕົນໃຫ້ແກ່ປະຊາຊົນຫວຽດນາມ. ຕໍ່ໜ້າສິ່ງທ້າທາຍຕ່າງໆໃນທົ່ວໂລກ, ກູບາ ແລະຫວຽດນາມ ສາມັກຄີກັນຈະຍາດໄດ້ໄຊຊະນະຢ່າງແນ່ນອນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ