ນັກຂ່າວ: ສະເໜີທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບເປົ້າໝາຍ, ຄວາມໝາຍຂອງການຢ້ຽມຢາມກູບາ ຢ່າງເປັນທາງການ ແລະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ສປຊ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ:  ການຢ້ຽມຢາມຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ມີເປົ້າໝາຍລວມແມ່ນຜັນຂະຫຍາຍຢູ່ຂັ້ນສູງກ່ຽວກັບແນວທາງພົວພັນຕ່າງປະເທດ “ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບແບບ ແລະຫຼາຍຝ່າຍ” ທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ນີ້ຍັງແມ່ນການຢ້ຽມຢາມຫຼາຍເປົ້າໝາຍ, ດ້ວຍຄວາມໝາຍສຳຄັນຫຼາຍຢ່າງ. ກ່ອນອື່ນໝົດ, ການຢ້ຽມຢາມ ກູບາ ຢ່າງເປັນທາງການໄດ້ສະແດງໃຫ້ເຫັນແຜນນະໂຍບາຍຊຸກຍູ້ການພົວພັນຂອງຫວຽດນາມ ກັບຄູ່ຮ່ວມມືບູລິມະສິດ, ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ; ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນນ້ຳໃຈສາມັກຄີ,  ການສະໜັບສະໜູນທີ່ມີຕໍ່ກູບາ ໃນໄລຍະປະສົບກັບສິ່ງທ້າທາຍຫຼາຍຢ່າງ; ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສີສັນການທູດທີ່ຈິງໃຈ, ບໍລິສຸດຜຸດຜ່ອງຂອງຫວຽດນາມ ຕໍ່ກັບບັນດາປະເທດເພື່ອນມິດ, ອ້າຍນ້ອງ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ ຕອບສຳພາດຕໍ່ສື່ມວນຊົນ. ພາບ:  ຮົ່ງງວຽນ.

ທີສອງແມ່ນການເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະແລກປ່ຽນກັບການນຳຂັ້ນສູງສຸດຂອງ ສປຊ ແມ່ນກາລະໂອກາດ ເພື່ອໃຫ້ຫວຽດນາມ ສົ່ງສານໃຫ້ປະຊາຄົມສາກົນກ່ຽວກັບປະເທດຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມຄາດຫວັງ ແລະວິໄສທັດພັດທະນາ, ມີແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແລະເປີດກວ້າງ, ໄດ້, ພວມ ແລະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງປະຊາຄົມສາກົນ.

ທີສາມ, ຄາດຄະເນວ່າຈະມີປະມຸກລັດ, ການນຳຂັ້ນສູງປະເທດຕ່າງໆເຂົ້າຮ່ວມໂດຍກົງກວ່າ 100 ທ່ານ, ສະມັດຊາໃຫຍ່ ສປຊ ສະໄໝທີ 76 ຈະແມ່ນກາລະໂອກາດທີ່ດີເພື່ອດຳເນີນການພົບປະສອງຝ່າຍ, ສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບປະເທດຕ່າງໆກວ່າອີກ, ໂດຍສະເພາະແມ່ນບັນດາປະເທດໃຫຍ່, ຄູ່ຮ່ວມມືສຳຄັນ ແລະເພື່ອນມິດມູນເຊື້ອໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ. ສິ່ງນີ້ຍິ່ງມີຄວາມໝາຍພິເສດເມື່ອພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຕໍ່ການເຄື່ອນໄຫວແລກປ່ຽນຂັ້ນສູງໂດຍກົງຖືກຂາດວັກຂາດຕອນ ໃນເກືອບສອງປີຜ່ານມາ.

ທີສີ່, ການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ຈະປະກອບສ່ວນສຳຄັນໃນການເພີ່ມທະວີການຮ່ວມມືຂອງພວກເຮົາກັບອຳນາດການປົກຄອງຊຸດໃໝ່ຂອງອາເມລິກາ; ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານທີ່ພວມພັດທະນາດີງາມ; ເໝາະສົມກັບເປົ້າໝາຍ, ຜົນປະໂຫຍດລວມຂອງສອງປະເທດຫວຽດນາມ-ອາເມລິກາ.

ທີຫ້າ, ການໄປປະຕິບັດງານຍັງເພື່ອແນໃສ່ຜັນຂະຫຍາຍຍຸດທະສາດການທູດວັກຊິນ, ຂົນຂວາຍບັນດາປະເທດ, ອົງການຈັດຕັ້ງສາກົນໜູນຊ່ວຍວັກຊິນ, ວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການຮ່ວມມືຟື້ນຟູຫຼັງພະຍາດໂຄວິດ-19.

ທີຫົກ, ການໄປປະຕິບັດງານແມ່ນກາລະໂອກາດທີ່ດີເພື່ອຜັນຂະຫຍາຍວຽກງານການທູດຊ່ອງທາງພັກ, ການທູດປະຊາຊົນໃຫ້ມີປະສິດທິຜົນ, ຊຸກຍູ້ການພົວພັນຮ່ວມມືຢ່າງແໜ້ນແຟ້ນກັບພັກກອມມູນິດກູບາ, ພັກກອມມູນິດປະເທດຕ່າງໆ ແລະເພື່ອນມິດຝ່າຍຊ້າຍຢູ່ອາເມລິກາ, ໃນນັ້ນມີເພື່ອນມິດທີ່ມີການປະກອບສ່ວນສຳຄັນໃນຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໂດຍສະເພາະແມ່ນທາດພິດສີສົ້ມດີໂອຊິນ ເນື່ອງໃນໂອກາດຈາລຶກວັນເກີດໄພພິບັດທາດພິດສີສົ້ມດີໂອຊິນຢູ່ຫວຽດນາມ ຄົບຮອບ 60 ປີ (1961-2021).

ສຸດທ້າຍ, ແມ່ນປະຕິບັດວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ມີປະສິດທິຜົນ ແລະຜັນຂະຫຍາຍບົດສະຫຼຸບສະບັບເລກທີ 12-KL/TW ຂອງກົມການເມືອງວ່າດ້ວຍວຽກງານຊາວຫວຽນນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່ຢ່າງທັນການ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາແນວໃດກ່ຽວກັບການພົວພັນຂອງສອງປະເທດຫວຽດນາມ ແລະກູບາ ກໍ່ຄືສະພາບການຢ້ຽມຢາມກູບາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຄ້ັງນີ້? ເລື່ອງສອງປະເທດໜູນຊ່ວຍກັນກ່ຽວກັບວັກຊິນ ແລະສະບຽງອາຫານນັ້ນມີຄວາມໝາຍຄືແນວໃດໃນສະພາບການພະຍາດໂຄວິດ-19 ໃນປະຈຸບັນ?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ:  ການຢ້ຽມຢາມ ກູບາ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ມີຄວາມໝາຍພິເສດທີ່ສຸດ, ແມ່ນການຢ້ຽມຢາມຂອງປະຫວັດສາດ ແລະສາຍຈິດມິດໃຈ. ດ້ວຍຂອບຂະໜາດການພົວພັນ ແລະຄວາມໝາຍຕ່າງໆດັ່ງກ່າວ, ການສະໜັບສະໜູນເຊິ່ງກັນ ແລະກັນກ່ຽວກັບວັກຊິນ, ການແພດ, ສະບຽງອາຫານ ຫຼືບໍ່ວ່າສິນຄ້າປະເພດໃດ, ຂົງເຂດໃດລະຫວ່າງຫວຽດນາມ ແລະກູບາ ລ້ວນແຕ່ມີຄວາມໝາຍຢ່າງໃຫຍ່ຫຼວງ. ໃນຊຸມປີຜ່ານມາ ພັກ, ລັດ ແລະປະຊາຊົນ ຫວຽດນາມ ໄດ້ຕັ້ງໜ້າໜູນຊ່ວຍ ກູບາ ໃນບັນຫາສະບຽງອາຫານເພາະວ່ານີ້ແມ່ນຂົງເຂດທີ່ ກູບາ ຍັງປະສົບຄວາມຫຍຸ້ງຍາກຢູ່. ກົງກັນຂ້າມ, ໃນຂະນະ ຫວຽດນາມ ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງໃໝ່, ເມື່ອ ຫວຽດນາມ ສະເໜີ, ການນຳຂັ້ນສູງສຸດຂອງກູບາ ໄດ້ຊີ້ນຳການສະໜອງວັກຊິນ ກໍ່ຄືການຖ່າຍທອດເຕັກໂນໂລຢີຜະລິດວັກຊິນໃຫ້ຫວຽດນາມ ໂດຍໄວ. ໃນການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ, ການນຳສອງປະເທດຈະແລກປ່ຽນເພື່ອສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເຮັດໃຫ້ນ້ຳໃຈສາມັກຄີຫວຽດນາມ - ກູບາ ໃນໄລຍະໃໝ່ເລິກເຊິ່ງກວ່າອີກ.

ນັກຂ່າວ: ໜຶ່ງໃນບັນດາຈຸດສຸມໃນການໄປປະຕິບັດງານຄັ້ງນ້ີຂອງທ່ານປະທານປະເທດຫວຽດນາມ ແມ່ນການຮ່ວມມືດ້ານການແພດ, ວັກຊິນ. ໃນສະພາບການທີ່ຫວຽດນາມ ແລະປະເທດຕ່າງໆ ພວມປະເຊີນໜ້າກັບພະຍາດໂຄວິດ-19, ທ່ານຮອງລັດຖະມົນຕີ ອາດຈະເວົ້າຢ່າງຈະແຈ້ງກວ່າກ່ຽວກັບເນື້ອໃນນີ້ໄດ້ບໍ່?

ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ:   ສາມາດເວົ້າໄດ້ວ່າ ວາລະປືກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ດຳເນີນໃນທຸກປີແມ່ນເຫດການຫຼາຍຝ່າຍໃຫຍ່ທ່ີສຸດໃນໂລກ, ເປັນການເຕົ້າໂຮມເອົາການນຳ, ປະມຸກລັດປະເທດຕ່າງໆມາເຂົ້າຮ່ວມເພື່ອພ້ອມກັນແບ່ງປັນທັດສະນະ, ສະແດງໃຫ້ເຫັນຄວາມມານະພະຍາຍາມລວມໃນການແກ້ໄຂບັນຫາຕ່າງໆໃນທົ່ວໂລກ. ວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ປີນີ້ກໍ່ດຶງດູດການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ, ການນຳອົງການຈັດຕັ້ງສາກົນ, ອົງການການເມືອງສາກົນ, ອົງການບໍ່ຂຶ້ນກັບລັດຖະບານຫຼາຍທ່ານ ເພື່ອພ້ອມກັນແລກປ່ຽນ, ຊອກຫາມາດຕະການເພື່ອແກ້ໄຂບັນຫາດັ່ງກ່າວ ແລະໂດຍສະເພາະແມ່ນມາດຕະການປ້ອງກັນ, ຕ້ານ, ຜ່ານຜ່າພະຍາດໂຄວິດ-19.

ຄືທີ່ໄດ້ເຕື້ອງເຖິງມານັ້ນ, ຢູ່ເວທີປາໄສ ສປຊ, ພວກເຮົາໄດ້ສົ່ງສານໃຫ້ເພື່ອນມິດສາກົນ ແລະຮູບພາບປະເທດຫວຽດນາມ ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ຄາດຫວັງພັດທະນາ, ຮັກຫອມສັນຕິພາບ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງ ສປຊ ແລະປະຊາຄົມສາກົນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາສະແດງຄວາມຂອບອົກຂອບໃຈຕໍ່ຄວາມໄວ້ເນື່ອເຊື່ອໃຈ, ໄວ້ວາງໃຈສູງຂອງບັນດາປະເທດສະມາຊິກທີ່ມີຕໍ່ຫວຽດນາມ ໃນຖານະຕຳແໜ່ງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ພ້ອມທັງເປັນການຢັ້ງຢືນຄໍາໝັ້ນສັນຍາ, ຄວາມມານະພະຍາຍາມຂອງຫວຽດນາມ ເພື່ອໃຫ້ບັນລຸໝາກຜົນຕັ້ງໜ້າຢູ່ ສປຊ, ສະພາຄວາມໝັ້ນຄົງ ແລະກົນໄກ, ອົງການຕ່າງໆຂອງ ສປຊ ໃນໄລຍະຈະມາເຖິງຕື່ມອີກ, ໃນນັ້ນມີການອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດອາຍຸການ 2023-2025.

ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ ການໄປປະຕິບັດງານຢູ່ນິວຢອກຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ເຂົ້າຮ່ວມສະມັດຊາໃຫຍ່ ສປຊ ສະໄໝທີ 76 ກໍ່ຄືຢ້ຽມຢາມກູບາ ຢ່າງເປັນທາງການຕໍ່ຈາກນັ້ນຈະນໍາມາເຊິ່ງໝາກຜົນທີ່ຕັ້ງໜ້າ ແລະແທດຈິງ.

ໂດຍ: ແສງເດືອນ