ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະທານລາວ; ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໄດ້ສົ່ງສານອວຍພອນມາຍັງທ່ານ ຫງວຽນຝຸຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນຊວນຝຸກ, ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕິ ແລະທ່ານ  ເວືອງດີ່ງເຫວ້, ປະທານສະພາແຫ່ງຊາດ. ພ້ອມກັບການນໍາບັນດາປະເທດກໍ່ໄດ້ສົ່ງສານອວຍພອນວັນຊາດທີ 2 ກັນຍາຫວຽດນາມ.

leftcenterrightdel
ພາບປະກອບຄັດຈາກ: Zingnews.vn

ໃນສານ, ຈົດໝາຍດັ່ງກ່າວບັນດາການນໍາຂັ້ນສູງພັກ, ລັດລາວ ໄດ້ຊົມເຊີຍຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະມີຄວາມໝາຍປະຫວັດສາດຂອງຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດໃນ 76 ປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນ; ຖືຜົນສໍາເລັດຂອງຫວຽດນາມ ແມ່ນແຫຼ່ງປຸກລະດົມ, ແມ່ນກໍາລັງໜູນຢ່າງແຮງຕໍ່ກັບລາວ. ພັກ, ລັດ ແລະປະຊາຊົນລາວມີຄວາມເອກອ້າງທະນົງໃຈເມື່ອເຫັນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ນັບມື້ນັບມີປະສິດທິຜົນ, ກາຍເປັນຊັບສົມບັດອັນລໍ້າຄ່າ ແລະແມ່ນປັດໄຈຕັດສິນໄຊຊະນະຕໍ່ພາລະກິດປະຕິວັດຂອງສອງປະເທດ; ສະແດງຄວາມຂອບອົບຂອບໃຈຢ່າງເລິກເຊິ່ງຕໍ່ຫວຽດນາມ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະມີປະສິດທິຜົນໃຫ້ແກ່ລາວ; ຢັ້ງຢືນເຖິງວ່າສະພາບພາກພື້ນ ແລະສາກົນມີການຜັນແປຢ່າງສົບສົນຄືແນວໃດ, ພັກ, ລັດ ແລະປະຊາຊົນລາວ ກໍ່ຈະສືບຕໍ່ພ້ອມກັບພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນທີ່ຫາຍາກນີ້ໃຫ້ຍືນຍົງຄົງຕົວພ້ອມກັບສອງຊາດຕະຫຼອດໄປ.

ອວຍພອນພັກ, ລັດ ແລະປະຊາຊົນຫວຽດນາມ ສືບຕໍ່ຍາດໄດ້ໄຊຊະນະອັນໃຫຍ່ຫຼວງກວ່າອີກໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ແລະບັນລຸໄດ້ເປົ້າໝາຍພັດທະນາສໍາຄັນໃນທົດສະວັດຈະມາເຖິງ.

ໂດຍ: ກວຽດເຕີມ