ປະເທດຫວຽດນາມ ກໍາລັງປະເຊີນໜ້າກັບພະຍາດໂຄວິດ-19-ສັດຕູບໍ່ມີຕົນຕົວແຕ່ອັນຕະລາຍທີ່ສຸດ, ກໍ່ຄວາມໂສກເສົ້າໃຫ້ມວນມະນຸດ, ໃນນັ້ນມີປະເທດ, ປະຊາຊົນຫວຽດນາມ.

ເປັນໜ້າເສຍດາຍ, ຢູ່ບາງທ້ອງຖິ່ນ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ, ການດໍາລົງຊີວິດຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຕ້ອງຈຳກັດບໍລິເວນ, ຮັກສາໄລຍະຫ່າງທາງສັງຄົມ. ນັບແຕ່ເມື່ອປະເທດມີສັນຕິພາບ, ເອກະພາບ ແລະກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ເຊື່ອມໂຍງ, ນີ້ແມ່ນໄລຍະທີ່ພວກເຮົາຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍເພື່ອຮັກສາສຸຂະພາບ, ຊີວິດອິນຊິ ແລະຊີວິດທີ່ອິ່ມໜຳສຳລານມີຄວາມຜາສຸກໃຫ້ແກ່ປະຊາຊົນ. ພັກ, ລັດຕ້ອງຮຽກຮ້ອງທົ່ວປວງຊົນຕີ “ສັດຕູ” ເພື່ອ “ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບ, ແຕ່ລະບ້ານແມ່ນປ້ອມປືນ, ເຂດຄຸ້ມຖະໜົນແມ່ນສະໜາມຮົບ”, ການໂຈມຕີໃນຄັ້ງນີ້ບໍ່ແມ່ນຕ້ານສັດຕູຕ່າງດ້າວ,  ຫາກແມ່ນຕ້ານ “ສັດຕູໂຄວິດ-19”.

leftcenterrightdel
ພາບປະກອບຄັດຈາກ: vov.vn.

ກໍ່ໃນໄລຍະພະຍາດກໍາລັງແຜ່ລະລາດ, ບົດບາດຂອງພັກກໍາອໍານາດ, ລັດເພື່ອປະຊາຊົນ, ສັງຄົມມະນຸດຊາດໄດ້ສະແດງອອກຢ່າງຈະແຈ້ງ. ນັບແຕ່ເມື່ອພະຍາດຫາກໍ່ລະບາດ, ກົມການເມືອງ, ຄະນະເລຂາ, ລັດຖະບານ, ສະພາແຫ່ງຊາດໄດ້ອອກມະຕິ, ຄໍາສັ່ງ, ບົດສະຫຼຸບຫຼາຍສະບັບທີ່ກ່ຽວຂ້ອງເຖິງການຕ້ານພະຍາດໂຄວິດ-19 ຢ່າງທັນການ. ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ໄດ້ອອກຄຳຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບໃນທົ່ວປະເທດ ແລະພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນສອງເທື່ອ. ການນໍາພັກ, ລັດໄດ້ລົງຮາກຖານ, ບໍ່ຢ້ານຄວາມສ່ຽງໄພ, ເຂົ້າເຂດລະບາດພະຍາດເພື່ອຊີ້ນໍາ, ລະດົມກໍາລັງໃຈພະນັກງານ, ນັກຮົບ, ພາລະກອນການແພດ ແລະປະຊາຊົນ. ລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນສະກັດກັ້ນພະຍາດຕະຫຼອດທັງກາງເວັນ ແລະຄືນ. ດ້ວຍຈິດໃຈເຮັດວຽກບໍ່ຮູ້ອຶດເມື່ອຍ, ເພື່ອປະຊາຊົນໄດ້ສະແດງອອກໃນທຸກກໍາລັງເຂົ້າຮ່ວມການຕ້ານພະຍາດໂຄວິດ-19. ພິເສດແມ່ນກໍາລັງດ່ານໜ້າ. ໄດ້ມີພາລະກອນການແພດ, ພະນັກງານ, ນັກຮົບກໍາລັງປະກອບອາວຸດຫຼາຍຄົນເຮັດວຽກຈົນໝົດກໍາລັງ, ມີຫຼາຍຄົນຕິດເຊື້ອພະຍາດ ແລະມີຫຼາຍຄົນໄດ້ເສຍສະຫຼະຊີວິດໃນຂະນະປະຕິບັດໜ້າທີ່. ພ້ອມກັນນັ້ນ, ໃນສັງຄົມໄດ້ມີຂະບວນການອາສາສະໝັກ, ເສີມຂະຫຍາຍມູນເຊື້ອ “ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ” ທີ່ເຕັມໄປດ້ວຍມະນຸດສະທໍາຂອງຊາດເພື່ອກູ້ຊ່ວຍຜູ້ຖືກເຄາະຮ້າຍຈາກພະຍາດ.

ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງຄືໃນປະຈຸບັນ, ຮູບພາບ, ຄຸນທາດທະຫານລຸງໂຮ່ ຍິ່ງສະຫວ່າງແຈ້ງ. ບັນດາໜ້າທີ່ສັບສົນທີ່ສຸດ, ຫຍຸ້ງຍາກທີ່ສຸດຢູ່ດ່ານໜ້າ, ຢູ່ເຂດລະບາດພະຍາດ, ຄື: ຄວບຄຸມຊາຍແດນ, ຈຳກັດບໍລິເວນ, ສ້າງໂຮງໝໍສະໜາມ, ຮັບປະກັນສະຫວັດດີການສັງຄົມ, ເບິ່ງແຍງດຸແລຊີວິດການເປັນຢູ່ຂອງປະຊາຊົນ... ເຊິ່ງພັກ, ລັດໄດ້ເຊື່ອໝັ້ນມອບໝາຍໜ້າທີ່ໃຫ້ກອງທັບຊ່ວຍເຫຼືອປະຊາຊົນ. ກອງທັບປະຊາຊົນຍາມໃດກໍ່ແມ່ນກໍາລັງທີ່ໄດ້ຮັບຄວາມເຊື່ອໝັ້ນ, ຮັກແພງຈາກປະຊາຊົນ, ຍາມໃດກໍ່ຮັບໃຊ້ປະເທດຊາດ ແລະປະຊາຊົນຢ່າງສຸດໃຈ, “ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູໂຕໃດກໍ່ຕີເອົາຊະນະ”.

ຄວາມໝັ້ນຄົງດ້ານການເມືອງແມ່ນທ່າໄດ້ປຽບໃຫຍ່ຂອງປະເທດເຮົາບົນເສັ້ນທາງພັດທະນາ. ຍ້ອນປະຊາຊົນເຮົາເປັນຈິດໜຶ່ງໃຈດຽວໄປຕາມພັກ. ຍ້ອນປະເທດເຮົາແມ່ນປະເທດໂດຍປະຊາຊົນສ້າງຂຶ້ນ, ຍາມໃດກໍ່ຮັບໃຊ້ປະຊາຊົນ. ນັບແຕ່ຕົ້ນປີມາຮອດປະຈຸບັນ, ບັນດາເຫດການການເມືອງທີ່ສໍາຄັນຂອງປະເທດ, ຄື: ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ລ້ວນແຕ່ໄດ້ຮັບການສະໜັບສະໜູນຮ່ວມຈິດຮ່ວມໃຈ, ຈາກປະຊາຊົນສະນັ້ນຈຶ່ງປະສົບຜົນສຳເລັດຢ່າງຈົບງາມ. ສະພາແຫ່ງຊາດຊຸດໃໝ່ໄດ້ເລືອກຕັ້ງຕຳແໜ່ງການນໍາຫຼັກແຫຼ່ງຂອງລັດ, ບັນດາບຸກຄະລາກອນຫຼັກແຫຼ່ງຂອງສະພາແຫ່ງຊາດ, ລັດຖະບານ, ເລື່ອງຮັບປະກັນການຈັດຕັ້ງ, ບຸກຄະລາກອນເປັນປົກກະຕິ, ພ້ອມກັນນັ້ນການຜັນຂະຫຍາຍບັນດາມະຕິສະບັບຕ່າງໆ, ແຜນນະໂຍບາຍທີ່ຖືກຕ້ອງຂອງພັກເຂົ້າຊີວິດການເປັນຢູ່ຢ່າງແຮງ, ຈະແມ່ນປະຖົມປັດໄຈຊຸກຍູ້ການພັດທະນາຂອງປະເທດໃນໄລຍະຈະມາເຖິງ.

ເຖິງວ່າພະຍາດໂຄວິດ-19 ກໍາລັງແມ່ນສິ່ງທ້າທາຍອັນໃຫຍ່, ແຕ່ພວກເຮົາມີຄວາມເຊື່ອໝັ້ນວ່າດ້ວຍຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຂອງທົ່ວລະບົບການເມືອງ, ທົ່ວກອງທັບ, ທົ່ວປວງຊົນ, ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກ, ພະຍາດໂຄວິດ-19 ຈະຖືກຍູ້ຖອຍໄປຢ່າງໄວ, ເສດຖະກິດປະເທດຈະຮັບການຟື້ນຟູຢ່າງໄວ, ຊີວິດການເປັນຢູ່ຂອງປະຊາຊົນຈະເປັນປົກກະຕິຄືນໃໝ່ ແລະຈະນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ເພື່ອຕ້ອນຮັບອະນາຄົດທີ່ສົດໃສນັ້ນ, ພວກເຮົາແຕ່ລະຄົນຍາມໃດກໍ່ຕ້ອງຮັກສາຄວາມເຊື່ອໝັ້ນ, ອອກແຮງແຂ່ງຂັນປະຕິບັດບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ, ພ້ອມທັງມານະພະຍາຍາມອຸທິດຄວາມສາມາດ, ພູມປັນຍາ, ຄວາມສຸດຈິດສຸດໃຈໃນທຸກຖານະ, ຕໍາແໜ່ງວຽກງານ, ໃນການອອກແຮງງານທຳການຜະລິດເພື່ອສ້າງສາປະເທດ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງ.

ໂດຍ: ໄຊນີດາ