ນັກຂ່າວ: ຜ່ານຫຼາຍໄລຍະທາງຂອງປະຫວັດສາດ, ຫວຽດນາມ ແລະໄທ ໄດ້ກາຍເປັນ “ຄູ່ຮ່ວມມືຍຸດທະສາດ” ຢ່າງເປັນທາງການໃນປີ 2013. ປີ 2019, ສອງຝ່າຍຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເພີ່ມທະວີ” ເພື່ອຊຸກຍູ້ການຮ່ວມມືຢ່າງແຮງ ແລະຮອບດ້ານກວ່າອີກ. ສອງຝ່າຍໄດ້ຜັນຂະຫຍາຍການພົວພັນດັ່ງກ່າວຄືແນວໃດ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ Nikorndej Balankura: ທຳອິດ, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດທີ່ໄດ້ມາຮັບໜ້າທີ່ເປັນເອກອັກຄະລັດຖະທູດໄທ ປະຈຳ ຫວຽດນາມ ໃນໄລຍະສຳຄັນທີ່ສຸດ, ນັ້ນແມ່ນສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໄທ-ຫວຽດນາມ.

ໄທ ແລະຫວຽດນາມ ແມ່ນສອງປະເທດທຳອິດຢູ່ອາຊຽນ ໄດ້ສ້າງຕັ້ງຄູ່ຮ່ວມມືຍຸດທະສາດໃນປີ 2013. ປີ 2019, ສອງຝ່າຍໄດ້ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ແນ່ນອນວ່າສິ່ງນີ້ໄດ້ພິສູດໃຫ້ເຫັນວ່າສອງຝ່າຍລ້ວນແຕ່ຕີລາຄາຄວາມສຳຄັນຂອງກັນ.

leftcenterrightdel
ທ່ານ Nikorndej Balankura ເອກອັກຄະລັດຖະທູດໄທ ປະຈໍາ ຫວຽດນາມ. ພາບ: vov.vn.

ເປັນຄູ່ຮ່ວມມືຍຸດທະສາດຈະຊ່ວຍໃຫ້ສອງຝ່າຍພ້ອມກັນພັດທະນາ, ສ່ວນຄູ່ຮ່ວມມືຍຸດທະສາດເພີ່ມທະວີຈະຊ່ວຍໃຫ້ມີການພົວພັນຮອບດ້ານໃນທຸກດ້ານ, ນັບແຕ່ເສດຖະກິດ, ການເມືອງ, ສັງຄົມ, ປະຊາຊົນ, ວັດທະນະທຳ, ການສຶກສາ. ເລື່ອງພັດທະນາການພົວພັນທຸກດ້ານແມ່ນປະຖົມປັດໄຈ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ.

ຂ້າພະເຈ້ົາເຊື່ອໝັ້ນວ່າ ສອງປະເທດໄທ ແລະຫວຽດນາມ ມີພ້ືນຖານສຳຄັນ ແລະເຂັ້ມແຂງຈາກລະດັບສຳຄັນທີ່ສຸດແມ່ນປະຊາຊົນ. ເມື່ອປະຊາຊົນເຂົ້າອົກເຂົ້າໃຈ, ຮັກແພງກັນ ແລະໃກ້ຊິດກັນນັບແຕ່ວັດທະນະທຳຈົນເຖິງທີ່ຕັ້ງພູມສາດທາງການເມືອງ... ຈະແມ່ນພື້ນຖານສຳຄັນເພື່ອພັດທະນາໄປເຖິງລະດັບການນຳ.

ເມື່ອທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄປຢ້ຽມຢາມໄທ ໃນປີ 2013, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມື ຍຸດທະສາດ. ຫຼັງຈາກນັ້ນການນຳສອງປະເທດກໍ່ມີການຢ້ຽມຢາມ ແລະພົບປະສອງຝ່າຍໃນເວທີປາໄສສາກົນເປັນປະຈຳ. ຍ້ອນເຫດນັ້ນ, ຂ້າພະເຈົ້າ ຈຶ່ງປະເອີບໃຈ ແລະເຊື່ອໝັ້ນວ່າການພົວພັນສອງປະເທດຈະສືບຕໍ່ພັດທະນາຢ່າງດີງາມ.

ນັກຂ່າວ: ການຮ່ວມມືດ້ານເສດຖະກິດການຄ້າຍາມໃດກໍ່ຖືວ່າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການພົວພັນສອງປະເທດ. ສິ່ງດັ່ງກ່າວສະແດງໃຫ້ເຫັນໃນເລື່ອງ ໄທ ສືບຕໍ່ແມ່ນໜຶ່ງໃນ 10 ປະເທດມີເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ຫຼາຍທີ່ສຸດ ແລະສອງຝ່າຍລ້ວນແຕ່ພວມສູ້ຊົນມຸ່ງໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 25 ຕື້ໂດລາສະຫະລັດ ໃນປີ 2025. ທ່ານສາມາດຕີລາຄາຄວາມສາມາດບົ່ມຊ້ອນແນວໃດເພື່ອສອງໃຫ້ຝ່າຍບັນລຸໄດ້ເປົ້າໝາຍນີ້?

ທ່ານເອກອັກຄະລັດຖະທູດ Nikorndej Balankura: ເປົ້າໝາຍນີ້ແມ່ນສິ່ງທ້າທາຍ, ໂດຍສະເພາະແມ່ນເມື່ອໄທ ແລະຫວຽດນາມ ພວມປະເຊີນໜ້າກັບພະຍາດໂຄວິດ-19. ພວກເຮົາມີການລົງທຶນເປັນຫຼາຍຮູບຫຼາຍແບບ, ບໍ່ພຽງແຕ່ແມ່ນອຸດສາຫະກຳທີ່ເປັນມູນເຊື້ອເທົ່ານັ້ນຫາກຍັງມີອຸດສາຫະກຳໃໝ່, ພື້ນຖານໃໝ່ໄດ້ນຳມາໝູນໃຊ້. ປະຈຸບັນ, ການແລກປ່ຽນດ້ານການຄ້າເອເລັກໂຕນິກກໍ່ພັດທະນາທີ່ສຸດ.

ແລະສິ່ງສຳຄັນທີ່ສຸດແມ່ນເພື່ອບັນລຸໄດ້ເປົ້າໝາຍນີ້, ນັ້ນແມ່ນການສ້າງຕ່ອງໂສ້ສະໜອງ, ເຊື່ອມຕໍ່ລະຫວ່າງບັນດານັກສະໜອງ, ຮ່ວມສຳພັນໃນການຜະລິດ. ໄທ ແລະຫວຽດນາມ ສາມາດໜູນຊ່ວຍກັນໃນຂະແໜງທີ່ຕ່າງຝ່າຍຕ່າງມີທ່າແຮງ. ຍ້ອນເຫດນັ້ນ, ສອງຝ່າຍສາມາດໜູນຊ່ວຍໃຫ້ກັນກ່ຽວກັບຕ່ອງໂສ້ສະໜອງ, ສ້າງກຳລັງໜູນພັດທະນາເສດຖະກິດ. ຂ້າພະເຈົ້າຄິດວ່າ ແນ່ນອນພວກເຮົາຈະບັນລຸໄດ້ເປົ້າໝາຍ 25 ຕື້ໂດລາສະຫະລັດ ຫຼື ອາດຈະຫຼາຍກວ່າອີກ. ເຖິງຢ່າງໃດກໍ່ຕາມ, ໄລຍະນີ້ອາດຈະຊ້າແດ່ໜ້ອຍໜຶ່ງຍ້ອນພະຍາດໂຄວິດ-19.

ນັກຂ່າວ: ປີ 2021, ສະພາບພະຍາດໂຄວິດ-19 ໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງທຸກດ້ານຂອງຊີວິດສັງຄົມກໍ່ຄືການເຄື່ອນໄຫວພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງປະເທດ. ເຖິງຢ່າງໃດກໍ່ຕາມ, ໃນຄວາມຫຍຸ້ງຍາກຍິ່ງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນ້ຳໃຈ, ການແບ່ງປັນຊ່ວຍເຫຼືອກັນຂອງປະຊາຊົນ, ລັດຖະບານສອງປະເທດສະຫງວນໃຫ້ກັນ. ບົດບາດຂອງການທູດປະຊາຊົນຕໍ່ກັບການເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບລະຫວ່າງຫວຽດນາມ-ໄທ ມີຄວາມສຳຄັນຄືແນວໃດ, ຂໍຮຽນທ່ານ?

ທ່ານເອກອັກຄະລັດຖະທູດ Nikorndej Balankura: ຄົນແມ່ນພື້ນຖານສຳຄັນທີ່ສຸດ. ຍ້ອນເຫດນັ້ນ, ຫວຽດນາມ ແລະໄທ ຖືເປັນສຳຄັນທີ່ສຸດຕໍ່ຄວາມສະໜິດຕິດພັນ ແລະໃກ້ຊິດລະຫວ່າງປະຊາຊົນສອງປະເທດ. ເມື່ອພະຍາດໂຄວິດ-19 ຫາກໍ່ເກີດຂຶ້ນໃໝ່ໆ, ໄທ ໄດ້ປະກາດຮ່ວມມືກັບຫວຽດນາມ ຈົນສຸດຄວາມສາມາດຂອງຕົນ.

leftcenterrightdel
ທ່ານ Nikorndej Balankura ເອກອັກຄະລັດຖະທູດໄທ ປະຈໍາ ຫວຽດນາມ ຕອບສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ. ພາບ: vov.vn.

ຫວນຄືນການພົວພັນລະຫວ່າງປະຊາຊົນໄທ ແລະຫວຽດນາມ ນັບແຕ່ຮ້ອຍປີກ່ອນ, ພວກເຮົາມີຄວາມໃກ້ຊິດຄືອ້າຍນ້ອງ. ຊາວຫວຽດນາມ ອາໄສຢູ່ເຂດຕາເວັນອອກສ່ຽງເໜືອ ໄທ ກັບຄົນໄທ ບໍ່ມີຫຍັງແຕກຕ່າງກັນ. ເຂົາເຈົ້າດຳລົງຊີວິດນຳກັນຄືອ້າຍນ້ອງ ແລະຫ່າງຈາກນີ້ບໍ່ດົນ, ພວກເຮົາຫາກໍ່ຈັດຕັ້ງການສະເຫຼີມສະຫຼອງ 131 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.

ພວກເຮົາມີສະມາຄົມມິດຕະພາບໄທ-ຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ໄທ. ທຸກປີສອງຝ່າຍລ້ວນແຕ່ມີລາຍການແລກປ່ຽນ, ພົບປະແລກປ່ຽນຊາວໜຸ່ມ. ຂ້າພະເຈົ້າເຫັນວ່າລາຍການນີ້ສ້າງຄວາມສະໜິດຕິດພັນດ້ານວັດທະນະທຳ, ການສຶກສາ, ພາສາ ແລະຫຼາຍຂົງເຂດ.

ນັກຂ່າວ: ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານມີທິດບູລິມະສິດໃດແດ່ເພື່ອນຳການພົວພັນສອງປະເທດໃຫ້ນັບມື້ນັບແໜ້ນແຟ້ນ ແລະພັດທະນາ?

ທ່ານເອກອັກຄະລັດຖະທູດ Nikorndej Balankura: ຂ້າພະເຈົ້າຖືເປັນສຳຄັນໃນທຸກຂົງເຂດ, ທຸກແງ່ມູມລ້ວນແຕ່ຄືກັນ ແລະສຸມໃສ່ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ເມື່ອວາງເປົ້າໝາຍນີ້ຢູ່ແຖວໜ້າ, ພວກເຮົາຕ້ອງພັດທະນາ ແລະຖືເປັນສຳຄັນທຸກດ້ານ. ສຳລັບດ້ານການເມືອງ, ຂ້າພະເຈົ້າຕັດສິນໃຈນຳບັນດາກົນໄກປຶກສາຫາລືຢູ່ລະດັບຫ້ອງການກະຊວງ, ລະດັບລັດຖະມົນຕີຕ່າງປະເທດ, ຮອງນາຍົກລັດຖະມົນຕີ, ນາຍົກລັດຖະມົນຕີ ດຳເນີນໃຫ້ຖືກຕາມການຄາດຄະເນ. ສຳລັບດ້ານການຄ້າ, ແມ່ນຕັດສິນໃຈປະຕິບັດໃຫ້ບັນລຸເປົ້າໝາຍທີ່ພວກເຮົາໄດ້ວາງອອກແມ່ນ 25 ຕື້ໂດລາສະຫະລັດ ໃນປີ 2025.

ຂ້າພະເຈົ້າຢາກເວົ້າວ່າ ປີນີ້ກໍ່ແມ່ນປີສຳຄັນ, ພວກເຮົາຮ່ວມມືກັບພາກເອກະຊົນ. ສຳລັບພາກເອກະຊົນໄທ ແມ່ນໄດ້ສ້າງຕັ້ງສະພາການຄ້າ, ການລົງທຶນໄທ-ຫວຽດນາມ. ນີ້ແມ່ນຂີດໝາຍສຳຄັນໃນການພົວພັນດ້ານເສດຖະກິດ. ຂ້າພະເຈົ້າສວມບົດບາດແມ່ນຝ່າຍລັດ, ຈະສຸມໃສ່ຮ່ວມມືໃນລະດັບພາກລັດ ແລະພາກເອກະຊົນ, ນຳການພົວພັນສອງຝ່າຍໃຫ້ສົມດູນ ຮອບດ້ານໃນທຸກຂົງເຂດ.

ນັກຂ່າວ: ຂໍຂອບໃຈ

ໂດຍ: ແສງເດືອນ