“ຫວຽດນາມ ຊົມເຊີຍຂໍ້ຕົກລົງຂອງອົງການຜູ້ຕາງໜ້າການຄ້າອາເມລິກາ ກ່ຽວກັບກໍລະນີສືບສວນນະໂຍບາຍເງິນຕາຂອງຫວຽດນາມ ຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າອາເມລິກາ 1974, ຕາມນັ້ນແລ້ວ ອົງການຜູ້ຕາງໜ້າການຄ້າອາເມລິກາ ຈະບໍ່ນໍາໃຊ້ມາດຕະການດັດປັບດ້ານການຄ້າຕໍ່ກັບຫວຽດນາມ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຈູວັນ.

ນີ້ແມ່ນບາດກ້າວທີ່ຕັ້ງໜ້າຖັດຈາກຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 19 ກໍລະກົດ ລະຫວ່າງທະນາຄານແຫ່ງລັດຫວຽດນາມ ແລະກະຊວງການເງິນອາເມລິກາ. ນີ້ກໍ່ແມ່ນຜົນແຫ່ງການເຈລະຈາທີ່ມີລັກສະນະສ້າງສັນ ແລະເຈດຕະນາດີຂອງທັງສອງຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນການພົວພັນດ້ານເສດຖະກິດສອງຝ່າຍ, ມຸ່ງໄປເຖິງກໍ່ສ້າງການພົວພັນເປັນປົກກະຕິ ແລະໝັ້ນຄົງ, ມີຜົນປະໂຫຍດໃຫ້ທັງສອງປະເທດບົນຈິດໃຈຄູ່ຮ່ວມມືຮອບດ້ານ”.

ໂດຍ: ເກື່ອງດັ້ງ