ວຽກງານການທູດຂອງຫວຽດນາມ ໃນ 6 ເດືອນຕົ້ນປີ 2021 ໄດ້ຜັນຂະຫຍາຍຢ່າງມີໄຫວພິບ, ປະດິດສ້າງ, ບັນລຸຜົນງານພົ້ນເດັ່ນ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງລັດຖະບານໃນການປະຕິບັດ “ເປົ້າໝາຍຄວບຄູ່”. ພິເສດໃນຜົນງານລວມນັ້ນ, ໃນເງື່ອນໄຂພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດ, ວຽກງານການທູດວັກຊິນຍັງໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ, ປະກອບສ່ວນປະຕິບັດສຳເລັດບາດກ້າວທຳອິດໃນຍຸດທະສາດວັກຊິນເຊິ່ງລັດຖະບານໄດ້ວາງອອກ.

ດ້ວຍເປົ້າໝາຍປະຕິບັດສຳເລັດຍຸດທະສາດວັກຊິນໃນໄລຍະໄວທີ່ສຸດ, ຫວ່າງແລ້ວນີ້, ຫວຽດນາມ ໄດ້ຜັນຂະຫຍາຍການຂົນຂວາຍດ້ານການທູດວັກຊິນຢ່າງຮີບເຮັ່ງ, ຮອບດ້ານ ແລະຂ້ຽວຂາດ. ນອກຈາກນັ້ນຍັງຍູ້ແຮງການຂົນຂວາຍໃນລະດັບສູງສຸດ ແລະຫຼາຍຮູບຫຼາຍແບບຜ່ານການພົບປະສອງຝ່າຍ ແລະຫຼາຍຝ່າຍ.

ຜົນສຳເລັດເບື້ອງຕົ້ນໃນຍຸດທະສາດວັກຊິນ

ໃນສະຖານະການແຫຼ່ງວັກຊິນຂາດແຄນໃນທົ່ວໂລກ ແລະຄວາມບໍ່ສະເໝີພາບລະຫວ່າງບັນດາປະເທດໃນໂລກ, ຫວຽດນາມ ໄດ້ມານະພະຍາຍາມຂົນຂວາຍ, ສະແຫວງຫາການພົວພັນສອງຝ່າຍ ແລະຫຼາຍຝ່າຍ, ການທູດວັກຊິນໄດ້ຜັນຂະຫຍາຍຢ່າງແຮງ ແລະມີປະສິດທິຜົນ.

ທ່ານ  ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ຕາມການສະຖິຕິ, ວັກຊິນກັນພະຍາດໂຄວິດ-19 ຢູ່ບັນດາປະເທດຮັ່ງມີກວມເຖິງ 75% ໃນຂະນະນັ້ນບັນດາປະເທດທຸກຍາກພັດເຂົ້າເຖິງວັກຊິນໃນລະດັບຕ່ຳທີ່ສຸດ, ນີ້ແມ່ນຄວາມຈິ່ງທີ່ໜ້າກ່າວເຕື່ອນ. ສ່ວນພວກເຮົາກໍ່ພວມຢູ່ໃນສະພາບຄືແນວນັ້ນ. ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ສ່ວນຫຼາຍແມ່ນບັນດາປະເທດພວມພັດທະນາ, ຄວາມສາມາດເຂົ້າເຖິງວັກຊິນແມ່ນຍາກທີ່ສຸດ. ອາດເວົ້າໄດ້ວ່າ, ໃນສະພາບການດັ່ງກ່າວ, ຫວຽດນາມ ແມ່ນປະເທດເຂົ້າເຖິງວັກຊິນໄວພໍສົມຄວນເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ແລະມາຮອດປະຈຸບັນ ຫວຽດນາມ ແມ່ນປະເທດອາຊີຕາເວັນອອກສ່ຽງໃຕ້ທີສອງທີ່ໄດ້ຮັບວັກຊິນຈາກໂຄງການ ໂຄແວັກຫຼາຍທີ່ສຸດ”.

ຫວຽດນາມ ບັນລຸໄດ້ໝາກຜົນສຳຄັນໃນເບື້ອງຕົ້ນດ້ວຍວັກຊິນ 9 ລ້ານໂດສ ໄດ້ມາຮອດຫວຽດນາມ, ປະຊາຊົນກວ່າ 4 ລ້ານຄົນໄດ້ສັກວັກຊິນ, ໃນນັ້ນມີປະຊາຊົນປະມານ 300.000 ຄົນໄດ້ສັກເຂັມທີສອງແລ້ວ.

 

leftcenterrightdel
ທ່ານ Dan Tehan ລັດຖະມົນຕີຮັບຜິດຊອບດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວອົດສະຕາລີ ໃຫ້ຮູ້ວ່າ ລັດຖະບານອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Astra Zeneca 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ. ພາບ: baochinhphu.vn.

ມາຮອດປະຈຸບັນ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ແລະເຊັນສັນຍາຊື້ວັກຊິນປະມານ 124 ລ້ານໂດສ; ໃນນັ້ນມີ 38,9 ລ້ານໂດສ ໂດຍໂຄງການໂຄແວັກ ອຸປະຖຳ, ວັກຊິນ Astra Zeneca 30 ລ້ານໂດສ ເຊິ່ງໄດ້ລົງນາມກັບບໍລິສັດຫຸ້ນສ່ວນວັກຊິນຫວຽດນາມ, ວັກຊິນ Pfizer 31 ລ້ານໂດສ ເຊິ່ງໄດ້ລົງນາມກັບລັດຖະບານ, ວັກຊິນ Moderna 5 ລ້ານໂດສ ມອບສິດໃຫ້ບໍລິສັດ Zuellig Pharma Vietnam. ພ້ອມກັນນັ້ນ, ກຸ່ມບໍລິສັດ T&T ພວມດຳເນີນການເຈລະຈາຊື້ວັກຊິນ Sputnik-V 40 ລ້ານໂດສ ຈາກກອງທຶນລົງທຶນໂດຍກົງລັດເຊຍ. ລັດເຊຍ ກໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Sputnik-V 20 ລ້ານໂດສໂດຍບໍ່ເກັບຄ່າໃຫ້ກະຊວງສາທາລະນະສຸກຫວຽດນາມ; ທີ່ພວມເຈລະຈາຊື້ວັກຊິນ Covaxin 15 ລ້ານໂດສຂອງອິນເດຍ, ຈີນ ໜູນຊ່ວຍວັກຊິນ Vero Cell ຂອງ Sinorpharm 500.000 ລ້ານໂດສ.

ຫວ່າງມໍ່ໆມານີ້, ວັນທີ 14 ກໍລະກົດ, ໃນການສົນທະນາທາງໂທລະສັບກັບທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ Klaus Iohannis ປະທານາທິບໍດີຣູມານີ ໄດ້ຕົກລົງມອບວັກຊິນ Astra Zeneca ຈຳນວນ 100.000 ໂດສ ໃຫ້ແກ່ຫວຽດນາມ. ກ່ອນໜ້ານັ້ນ, ວັນທີ 13 ກໍລະກົດ, ທ່ານ Dan Tehan ລັດຖະມົນຕີຮັບຜິດຊອບດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວອົດສະຕາລີ ໃຫ້ຮູ້ວ່າ ລັດຖະບານອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນ Astra Zeneca ຈຳນວນ 1,5 ລ້ານໂດສ ໃຫ້ແກ່ຫວຽດນາມ ພ້ອມກັບບ້ວງເງິນໜູນຊ່ວຍ 40 ລ້ານ AUD ຂອງປະເທດນີ້ທີ່ສະຫງວນໃຫ້ແກ່ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ. ລັດຖະບານຍີ່ປຸ່ນ ກໍ່ປະກາດວ່າ ຈະອຸປະຖຳວັກຊິນ Astra Zeneca ຕື່ມອີກ 1 ລ້ານໂດສ ໃຫ້ແກ່ຫວຽດນາມ, ພ້ອມທັງກຽມພ້ອມຮ່ວມມືກັບບັນດາວິສາຫະກິດຫວຽດນາມ ໃນການທົດລອງ, ຖ່າຍຖອດ ແລະຊື້ເຕັກໂນໂລຢີຜະລິດວັກຊິນ.

ປະຕິບັດຢ່າງຂ້ຽວຂາດເພື່ອບັນລຸຜົນສຳເລັດ

ໝາກຜົນນີ້ແມ່ນມີຄວາມໝາຍທີ່ສຸດໃນສະພາບແຫຼ່ງວັກຊິນໃນໂລກພວມຂາດແຄນ, ປະຈຸບັນດ້ວຍສະພາບພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນຍ້ອນບັນດາສາຍພັນໃໝ່ນັ້ນຍິງເຮັດໃຫ້ແຫຼ່ງວັກຊິນຂາດແຄນກວ່າ. ເພື່ອໄດ້ຮັບແຫຼ່ງຊັກວິນອັນລ້ຳຄ່າຄືດັ່ງກ່າວ, ດ້ວຍບົດບາດເປັນຜູ້ຕາງໜ້າລັດຫວຽດນາມ ປະຈຳ ຕ່າງປະເທດ,  90 ກວ່າອົງການຕາງໜ້າຫວຽດນາມ ປະຈຳ ປະເທດຕ່າງໆໄດ້ເປັນເຈົ້າການຊອກຫາກາລະໂອກາດຮ່ວມມື, ເຮັດວຽກ, ຂົນຂວາຍ, ສົນທະນາທາງໂທລະສັບຂອງການນຳຂັ້ນສູງ, ການນຳກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ກັບບັນດາຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນຕ່າງໆ. ທ່ານນາງ ຫງວຽນມິງຮັ່ງ ຫົວໜ້າກົມເສດຖະກິດຫຼາຍຝ່າຍ, ກະຊວງການຕ່າງປະເທດຫວຽດນາມ, ຢັ້ງຢືນວ່າ: “ພວກເຮົາໄດ້ເປັນເຈົ້າການໃນການເຈລະຈາເພື່ອເຂົ້າເຖິງວັກຊິນ. ແຕ່ສຳລັບວັກຊິນກໍ່ແມ່ນກໍລະນີພິເສດ. ເມື່ອບັນລຸໄດ້ຄຳໝັ້ນສັນຍາ ແລະຂໍ້ຕົກລົງກໍ່ບໍ່ໝາຍຄວາມວ່າບັນດາບໍລິສັດຜະລິດວັກຊິນຈະມອບສົ່ງຖືກກັບເວລາຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາ. ສະນັ້ນ, ພວກຂ້າພະເຈົ້າຕ້ອງສືບຕໍ່ຂົນຂວາຍ, ອົງການຜູ້ຕາງໜ້າການທູດຫວຽດນາມ ກວ່າ 90 ອົງການຕ້ອງສືບຕໍ່ໃກ້ຊິດຕິດແທດກັບສະພາບການ”.

ອົງການອະນາໄມໂລກ ຄາດຄະເນວ່າ ຮອດເດືອນກັນຍາ 2021, ແຫຼ່ງວັກຊິນຍັງຂາດແຄນຢ່າງຮ້າຍແຮງ. ລັດຖະບານ ແລະນາຍົກລັດຖະມົນຕີ ໄດ້ວາງເປົ້າໝາຍຍູ້ແຮງການຜັນຂະຫຍາຍ “ການທູດວັກຊິນ” ໃຫ້ມີປະສິດທິຜົນ ແລະຂ້ຽວຂາດກວ່າອີກ,  ພ້ອມກັນນັ້ນສືບຕໍ່ຂົນຂວາຍບັນດາຄູ່ຮ່ວມມືສອງຝ່າຍ ແລະບັນດາອົງການຈັດຕັ້ງສາກົນສະໜອງແຫຼ່ງວັກຊິນໃຫ້ຫວຽດນາມ; ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະຜະລິດວັກຊິນເພື່ອຮັບໃຊ້ການຜະລິດໃນໄລຍະຍາວ.

ຜົນງານເບື້ອງຕົ້ນໃນປາຍແຫຼມ “ການທູດວັກຊິນ” ແມ່ນແຫຼ່ງກຳລັງໜູນເພີ່ມກຳລັງແຮງຕື່ມອີກໃຫ້ຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19,  ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງຕື່ມອີກເພື່ອໃຫ້ປະຊາຊົນທຸກຄົນມີຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນບັນດາລັດຖະນະໂຍບາຍຂອງພັກ, ລັດ, ກ້າວໄປເຖິງເປົ້າໝາຍຜາບແພ້ໂລກລະບາດ, ຟື້ນຟູພື້ນຖານເສດຖະກິດຫວຽດນາມ ເທື່ອລະກ້າວ.

ໂດຍ: ແສງເດືອນ