leftcenterrightdel
ທ່ານນາງ ຫງວຽນເຟືອງງາ ປະທານ VUFO. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ໄດ້ຢັ້ງຢືນວ່າ ເປັນຄັ້ງທໍາອິດທີ່ສອງຝ່າຍໄດ້ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືສະບັບຕ່າງໆ, ນີ້ແມ່ນໜຶ່ງໃນບັນດາຜົນງານທີ່ດີທີ່ສຸດຂອງການພົວພັນມິດຕະພາບລະຫວ່າງອົງການຈັດຕັ້ງ ແລະສະມາຄົມມິດຕະພາບສອງປະເທດ, ສ້າງຂອບກົດໝາຍທີ່ໝັ້ນຄົງ ແລະຮອບດ້ານໃຫ້ແກ່ການຮ່ວມມືລະຫວ່າງປະຊາຊົນສອງປະເທດໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ໂຄສະນາວັດທະນະທໍາ, ການທ່ອງທ່ຽວ, ຈັດກອງປະຊຸມສໍາມະນາ ແລະໂອ້ລົມສົນທະນາກ່ຽວກັບບັນຫາຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊ່ວຍປະຊາຊົນສອງປະເທດຫວຽດນາມ ແລະອຸຊະເບັກກິດສະຖານ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ, ຜູ້ຄົນ, ປະຫວັດສາດ, ວັດທະນະທໍາຂອງກັນ ແລະກັນຕື່ມອີກ, ປະກອບສ່ວນພັດທະນາການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະອຸຊະເບັກກິດສະຖານ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ໄຊນີດາ