ອັດຖິໄດ້ມອບໃຫ້ໃນຄັ້ງນີ້ໂດຍທີມປະສົມຂຸດຄົ້ນໃນຄັ້ງຊອກຫາລວມທີ 143 ໄດ້ດໍາເນີນແຕ່ເດືອນ ເມສາ ຮອດເດືອນ ກໍລະກົດ 2021. ອັດຖິໄດ້ເຈົ້າໜ້າທີ່ສັນລະສູດທີ່ມີຜົນວ່າກ່ຽວຂ້ອງເຖິງກໍລະນີທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ແລະສະເໜີຝ່າຍອາເມລິກາ ສົ່ງກັບ Hawaii, ອາເມລິກາເພື່ອກວດກາຕື່ມອີກ.

leftcenterrightdel
ພິທີມອບ-ຮັບອັດຖິທະຫານອາເມລິກາ. ພາບ:​ ຮົ່ງຝາ.

ກ່າວຄໍາເຫັນທີ່ພິທີ, ທ່ານ Christopher Klein ອຸປະທູດຊົ່ວຄາວສະຖານທູດອາເມລິກາ ປະຈໍາ ຫວຽດນາມ ຂອບໃຈຄໍາໝັ້ນສັນຍາໄລຍະຍາວຈາກ ລັດຖະບານ ແລະປະຊາຊົນຫວຽດນາມ ໃນການເຄື່ອນໄຫວດ້ານມະນຸດສະທໍາ MIA, ພ້ອມທັງຕີລາຄາສູງການສົມທົບລະຫວ່າງສອງຝ່າຍເພື່ອແນໃສ່ຮັບປະກັນໃຫ້ການເຄື່ອນໄຫວ MIA ຢູ່ຫວຽດນາມ ບໍ່ຖືກຕັດຕອນຍ້ອນພະຍາດໂຄວິດ-19. ທ່ານ Christopher Klein ກໍ່ສະແດງຄວາມປິຕິຊົມຊື່ນຍ້ອນການຮ່ວມມື MIA ໄດ້ສ້າງພື້ນຖານໃຫ້ແກ່ການເປີດກວ້າງການຮ່ວມມືແກ້ໄຂບັນຫາມະນຸດສະທໍາລະຫວ່າງສອງປະເທດ, ໃນນັ້ນມີເລື່ອງ ອາເມລິກາ ໜູນຊ່ວຍຊອກຫາທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ.

ສ່ວນທ່ານ ເລຈີ໋ຢຸງ ຜູ້ອໍານວຍການ VNOSMP ຕີລາຄາສູງການໜູນຊ່ວຍຂອງຝ່າຍອາເມລິກາໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກໍ່ຄືໜູນຊ່ວຍວັດຖຸອຸປະກອນ ແລະວັກຊິນປ້ອງກັນພະຍາດໂຄວິດ-19, ພ້ອມທັງຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຈາກລັດຖະບານຫວຽດນາມ ແມ່ນສືບຕໍ່ຮ່ວມມືພ້ອມກັບກັບລັດຖະບານ ອາເມລິກາ ໃນຂົງເຂດຮ່ວມມືມະນຸດສະທໍານີ້.

ໂດຍ: ເກື່ອງດັ້ງ