“ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຈີນ (1-7-1921 / 1-7-2021), ໃນນາມພັກກອມມູນິດຫວຽດນາມ, ລັດ ແລະປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນຈິງໃຈ ພອນໄຊອັນປະເສີດທີ່ສຸດເຖິງພັກກອມມູນິດຈີນ, ລັດ ແລະປະຊາຊົນຈີນ.

ພັກກອມມູນິດຈີນ ໄດ້ກຳເນີດແມ່ນຂີດໝາຍປະຫວັດສາດທີ່ມີຄວາມໝາຍສຳຄັນໃນພາລະກິດປະຕິວັດຂອງປະຊາຊົນຈີນ. ໃນ 100 ປີຜ່ານມາ, ພັກກອມມູນິດຈີນ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນຳພາປະຊາຊົນຈີນ ຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນພາລະກິດສ້າງສາສັງຄົມນິຍົມ; ບົດບາດ ແລະຖານະທີ່ຕັ້ງຂອງພັກກອມມູນິດຈີນ ໃນເວທີສາກົນໄດ້ຮັບການຍົກສູງຂຶຶ້ນຢ່າງບໍ່ຢຸດຢັ້ງ, ກາຍເປັນພັກການເມືອງໃຫຍ່ທີ່ສຸດໃນໂລກ ນຳພາປະເທດໜຶ່ງທ່ີມີພົນລະເມືອງຫຼາຍທີ່ສຸດໃນໂລກ. ພິເສດ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ມາຮອດປະຈຸບັນ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ໂດຍມີສະຫາຍ ສີຈິ້ນຜິງ ເປັນແກ່ນນໍາ, ປະຊາຊົນຈີນ ໄດ້ສຳເລັດເປົ້າໝາຍ 100 ປີ ຄັ້ງທີ 1 ແມ່ນກໍ່ສ້າງຮອບດ້ານສັງຄົມທີ່ມີຢູ່ມີກິນ, ສ້າງພື້ນຖານໝັ້ນຄົງເຂັ້ມແຂງໃຫ້ແກ່ການປະຕິບັດເປົ້າໝາຍ 100 ປີ ຄັ້ງທີ 2 ແມ່ນກໍ່ສ້າງປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະສວຍງາມໃນກາງສັດຕະວັດທີ XXI.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສຳນັກຂ່າວສານຫວຽດນາມ.

ນັບແຕ່ຊຸມວັນທຳອິດແຫ່ງການສ້າງຕັ້ງ, ໂດຍປະທານໂຮ່ຈິມິນ ແລະປະທານ ມາວເຈີຕົງ ກໍ່ຕັ້ງ ຖະໜຸຖະໜອມ, ການນຳສອງປະເທດຮຸຸ່ນຕ່າງໆເພີ່ມພູນຄູນສ້າງ, ສອງພັກພວກເຮົາຍາມໃດກໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດຕໍ່ສູ້ປະຕິວັດ ແລະປົດປ່ອຍຊາດຂອງແຕ່ລະປະເທດ. ພັກ, ລັດ ແລະປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົມນັບຖື, ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະປະຊາຊົນຈີນ ທີ່ມີຕໍ່ພາລະກິດປະຕິວັດຂອງປະຊາຊົນຫວຽດນາມ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ພວກຂ້າພະເຈົ້າ ມີຄວາມປີຕິຊົມຊື່ມເມື່ອເຫັນວ່າ, ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາສືບຕໍ່ຮັກສາທ່າອ່ຽງພັດທະນາທີ່ຕັ້ງໜ້າ, ໝັ້ນຄົງ. ການນຳຂັ້ນສູງຂອງສອງພັກ, ສອງລັດໄດ້ແລກປ່ຽນ, ພົບປະກັນດ້ວຍຫຼາຍຮູບການຢ່າງມີໄຫວພິບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ບັນລຸຄວາມຮັບຮູ້ລວມທີ່ສຳຄັນຫຼາຍຢ່າງເພື່ອແນໃສ່ກຳນົດທິດພັດທະນາການພົວພັນສອງປະເທດ. ພັກ, ລັດ ແລະປະຊາຊົນຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດ ແລະປະຊາຊົນຈີນ ຢືດໝັ້ນ “ທິດນຳ 16 ຄຳ” ແລະ “ຈິດໃຈ 4 ດີ”, ລົງເລິກເຂົ້າໃນການຮ່ວມມືທີ່ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດ, ຄວບຄຸມ ແລະແກ້ໄຂທຸກຄວາມບໍ່ລົງລອຍກັນໂດຍສັນຕິວິທີ ແລະສົມເຫດສົມຜົນ, ບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ເໝາະສົມກັບກົດໝາຍສາກົນ, ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ, ພັດທະນາຢ່າງບໍ່ຢຸດຢັ້ງ, ໝັ້ນຄົງ, ຕອບສະໜອງຜົນປະໂຫຍດອັນເປັນພື້ນຖານ, ຍາວນານຂອງສອງປະເທດ ແລະປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ອວຍພອນໃຫ້ພັກກອມມູນິດຈີນ ນັບມື້ນັບພັດທະນາເຕີບໃຫຍ່ເຂັ້ມແຂງ, ນຳພາປະຊາຊົນຈີນ ກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ປະສົບຜົນສຳເລັດ.

ອວຍພອນໃຫ້ການພົວພັນສອງພັກ, ສອງລັດ ຫວຽດນາມ-ຈີນ ໃຫ້ພັດທະນາຢ່າງປອດໃສ, ໝັ້ນຄົງ ແລະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ!”.

* ເນື່ອງໃນໂອກາດນີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ໃນສານຊົມເຊີຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊົມເຊີຍຜົນງານອັນໃຫຍ່ຫຼວງ ເຊິ່ງພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນ ບັນລຸໄດ້ໃນຕະຫຼອດ 100 ປີ ຜ່ານມາ, ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ມາຮອດປະຈຸບັນໂດຍມີສະຫາຍ ສີຈິ້ນຜິງ ເປັນແກ່ນນໍາ; ສະແດງຄວາມເຊື່ອໝັ້ນວ່າ ຈີນ ຈະກາຍເປັນປະເທດສັງຄົມນິຍົມທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະສວຍງາມໂດຍໄວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ໃນສະຖານະການຄືປະຈຸບັນ, ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ: ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ພັດທະນາປອດໄສ,  ໝັ້ນຄົງຢ່າງບໍ່ຢຸດຢັ້ງແມ່ນເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ມີຜົນປະໂຫຍດໃຫ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ; ປາດຖະໜາວ່າສອງຝ່າຍຈະເຊື່ອມຊຶມປະຕິບັດຕາມຂໍ້ຕົກລົງ ແລະຄວາມຮັບຮູ້ລວມຂັ້ນສູງ, ນຳການພົວພັນຫວຽດນາມ-ຈີນ ຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຜົນປະໂຫຍດອັນເປັນພື້ນຖານ, ຍາວນານຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ແສງເດືອນ