ທ່ານລັດຖະມົນຕີ Vivian Balakrishnan ເນັ້ນໜັກວ່າ, ສິງກະໂປ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອໃຫ້ສອງປະເທດບືນຕົນຂຶ້ນຢ່າງແຮງກວ່າຫຼັງພະຍາດໂຄວິດ-19. ສິງກະໂປ ພວມກະກຽມການເປີດດ່ານຊາຍແດນຄືນໃໝ່ ແລະອາດຈະພິຈາລະນາວິທີການເພື່ອຄ່ອຍໆເຊື່ອມຕໍ່ການໄປມາລະຫວ່າງຫວຽດນາມ ແລະສິງກະໂປ ຢ່າງປອດໄພ ແລະມີປະສິດທິຜົນ. ສິ່ງດັ່ງກ່າວຈະສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການຟື້ນຟູເສດຖະກິດຂອງສອງປະເທດ.

leftcenterrightdel
ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານລັດຖະມົນຕີ Vivian Balakrishnan ແລ້ວ, ໃນໄລຍະຍາວ, ສອງປະເທດຈະພ້ອມກັນຊອກຫາມາດຕະການເພື່ອເພີ່ມທະວີຄວາມສາມາດເຄື່ອນໄຫວຂອງລະບົບການສະໜອງ ແລະຄວາມສາມາດຮັບມືຂອງພາກພື້ນຕໍ່ໂລກລະບາດທີ່ຈະເກີດຂຶ້ນໃນອະນາຄົດ. ສອງປະເທດມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດຮ່ວມມືໃໝ່ກວ່າອີກ, ຕົວຢ່າງ ຄື: ພະລັງງານສະອາດ, ການປ່ຽນແປງໃໝ່ເຕັກໂນໂລຢີ ແລະເສດຖະກິດດີຈີຕອນ.

ໂດຍ: ທະນາພອນ