ຄວາມພ້ອມໃນການເພີ່ມພູນຄູນສ້າງ

ຫວ່າງມໍ່ໆມານີ້, ທີ່ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ ຄັ້ງທີ 26 ໄດ້ຈັດຕັ້ງຜ່ານລະບົບທາງໄກ, ບົດກ່າວປາໄສຂອງທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຮັບຄວາມສົນໃຈ, ຕີລາຄາສູງ, ເຫັນດີເຫັນພ້ອມ ແລະສະໜັບສະໜູນຢ່າງໃຫຍ່ຫຼວງຈາກການນຳສາກົນເມື່ອເນັ້ນໜັກເຖິງການກຳນົດທິດສຳຄັນເພື່ອໃຫ້ອາຊີຟື້ນຟູເສດຖະກິດ, ກຳນົດຖານະບົດບາດ ແລະທີ່ຕັ້ງຂອງຕົນໃນໄລຍະໃໝ່ຂອງໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີ 5 ທິດນຳລວມມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພີ່ມທະວີການປັບປຸງການຮ່ວມມືສາກົນ; ຖືມະນຸດເປັນໃຈກາງ, ຖືຄຸນຄ່າວັດທະນະທຳທີ່ດີງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກເປັນກຳລັງໜູນເພື່ອຮ່ວມມືພ້ອມກັນບືນຕົວ.

leftcenterrightdel
ເວທີປາໄສອາຊຽນ - ຍີ່ປຸ່ນ ຄັ້ງທີ 36 ໄດ້ຈັດຕັ້ງຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະເໜີ 6 ເນື້ອໃນຮ່ວມມືລວມມີ: ພັດທະນາພື້ນຖານໂຄງລ່າງຍຸດທະສາດໃຫ້ມີຄຸນນະພາບສູງເພື່ອກະຕຸ້ນການເຕີບໂຕເສດຖະກິດໃນໄລຍະສັ້ນ, ພ້ອມທັງສ້າງຄວາມບຸກທະລຸຍຸດທະສາດໄລຍະຍາວ; ຊຸກຍູ້ວິວັດການເຊື່ອມໂຍງ ແລະຮ່ວມສຳພັນເສດຖະກິດແບບສະເໝີພາບ. ມີປະສິດທິຜົນເພື່ອຮັບປະກັນກະແສດ້ານການຄ້າ, ການລົງທຶນ ແລະການເຄື່ອນໄຫວຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ; ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຢີ. ນຳເຕັກໂນໂລຢີດີຈີຕອນ, ຫັນປ່ຽນດີຈີຕອນໃຫ້ກາຍເປັນກຳລັງໜູນຊ່ວຍໃຫ້ອາຊີມີການຫັນປ່ຽນໃນໄລຍະຫຼັງພະຍາດໂຄວິດ-19; ຊຸກຍູ້ການເຕີບໂຕສີຂຽວແບບຍືນຍົງ, ມີປະສິດທິຜົນນັບແຕ່ໄລຍະຕົ້ນຂອງການຟື້ນຟູຫຼັງພະຍາດໂຄວິດ-19. ເພີ່ມທະວີການສົມທົບກັນແກ້ໄຂພະຍາດໂຄວິດ-19 ແລະຍົກສູງກຳລັງຄວາມສາມາດຂອງລະບົບການແພດສາທາລະນະ, ກຽມພ້ອມຮັບມືກັບສິ່ງທ້າທາຍດ້ານການແພດໃນອະນາຄົດ; ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາແມ່ນປະຖົມປັດໄຈໃຫ້ແກ່ການຟື້ນຟູ ແລະພັດທະນາຈະເລີນຮຸ່ງເຮືອງຫຼັງພະຍາດໂຄວິດ-19.

ໜຶ່ງໃນບັນດາເນື້ອໃນສຳຄັນທີ່ທ່ານນາຍົກລັດຖະມົນຕີຫວຽດນາມ ຍົກອອກແມ່ນບັນຫາທະເລຕາເວັນອອກ. ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ປະຖົມປັດໄຈໃຫ້ແກ່ການຟື້ນຟູ ແລະພັດທະນາຈະເລີນຮຸ່ງເຮືອງຫຼັງພະຍາດໂຄວິດ-19 ແມ່ນຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ. ໃນສະພາບການພາກພື້ນ ແລະສາກົນພວມສຸມໃສ່ແຫຼ່ງກຳລັງເພື່ອແກ້ໄຂບັນຫາຮີບດ່ວນທີ່ບໍ່ເຄີຍມີມາກ່ອນຄືພະຍາດໂຄວິດ-19, ກ່ອນອື່ນໝົດປະເທດຕ່າງໆຕ້ອງປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ເຄົາລົບເຊິ່ງກັນ ແລະກັນ, ຮ່ວມມືແບບສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ “ຫວຽດນາມ ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ແລະກຽມຄວາມພ້ອມກັບປະເທດຕ່າງໆເພື່ອເພີ່ມພູນຄູນສ້າງໃຫ້ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະຄວາມສາມັກຄີ; ເພື່ອຜົນປະໂຫຍດລວມ ແລະການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ ແລະໃນພາກພ້ືນ; ເພື່ອຄວາມອີ່ມໜຳສຳລານ ແລະຄວາມຜາສຸກຂອງປະຊາຊົນໃນທົ່ວໂລກ”.

ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ

ໃນອາທິດກ່ອນ, ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສໃນອາຊຽນ ຂອງຫວຽດນາມ ແລະທ່ານ Mori Takeo ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ເປັນປະທ່ານຮ່ວມເວທີປາໄສອາຊຽນ-ຍີ່ປຸ່ນ ຄັ້ງທີ 36. ໜຶ່ງໃນບັນດາເນື້ອໃນສຳຄັນທີ່ເວທີປາໄສ, ບັນດາປະເທດລ້ວນແຕ່ເຫັນດີເປັນເອກະພາບຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ - ເສັ້ນທາງທະເລສໍາຄັນຂອງໂລກ.

ທ່ານ Mori Takeo ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເນັ້ນໜັກເຖິງການສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງອາຊຽນ, ຊົມເຊີຍອາຊຽນ ທີ່ໄດ້ເສີມຂະຫຍາຍບົດບາດໃນການຊຸກຍູ້ການຮ່ວມມື, ການເຈລະຈາ, ການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ຮັບປະກັນການປະຕິບັດຕາມ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ສ້າງ COC ໃຫ້ມີປະສິດທິພາບ ແລະປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, UNCLOS...

leftcenterrightdel
ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ ຄັ້ງທີ 26 ຢູ່ຈຸດເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍ. ພາບ: ສຳນັກຂ່າວສານຫວຽດນາມ.

ຕາມທ່ານ ຫງວຽນກ໊ວກຢູງ ແລ້ວ, ອາຊຽນ ແລະຍີ່ປຸ່ນ ຄວນເພີ່ມທະວີການສົມທົບກັນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນຢູ່ພາກພື້ນຜ່ານບັນດາກົນໄກໂດຍອາຊຽນ ຮັບຜິດຊອບ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນອີງໃສ່ລະບຽບກົດໝາຍ, ເຊີດຊູກົດໝາຍສາກົນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ. ທ່ານ ຫງວຽນກ໊ວກຢູງ ໄດ້ຢັ້ງຢືນເຖິງຫຼັກໝັ້ນ, ຫຼັກການຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ພ້ອມທັງຫວັງວ່າ ຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ  ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ມິດຕະພາບ ແລະຮ່ວມມື.

ເຫັນດີກັບຫວຽດນາມ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງບົດບາດ, ຄຸນຄ່າຂອງ UNCLOS, ພິເສດແມ່ນສະໜັບສະໜູນທັດສະນະທີ່ວ່າທຸກການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ລວມມີ UNCLOS 1982. ກອງປະຊຸມສໍາມະນາ ກໍ່ຢັ້ງຢືນວ່າ ການຮ່ວມມືດ້ວຍເຈດຕະນາດີ, ບົນພື້ນຖານສົນທິສັນຍາ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາຝ່າຍ, ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະວັດ ທະນາຖາວອນຂອງພາກພື້ນ.

ໂດຍ: ແສງເດືອນ