ຄຽງຂ້າງກັນນັ້ນ, ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ວັກຊິນໃນຊຸມປີຕໍ່ໄປ, ກະຊວງສາທາລະນະສຸກ ໄດ້ກໍານົດການຮ່ວມມືໃນການຜະລິດ, ຖ່າຍທອດເຕັກໂນໂລຢີໃນການຜະລິດແມ່ນຈໍາເປັນທີ່ສຸດ. ຍ້ອນເຫດນັ້ນ, ກະຊວງສາທາລະນະສຸກຈຶ່ງມອບໃຫ້ອົງການທີ່ກ່ຽວຂ້ອງດຳເນີນການເຈລະຈາຢ່າງຮີບດ່ວນ, ເຫັນດີເປັນເອກະພາບກັບຄູ່ຮ່ວມມືກ່ຽວກັບບັນຫານີ້.

leftcenterrightdel
ທ່ານ ຫງວຽນແທັ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຮັດວຽກກັບກອງທຶນໂດຍກົງແຫ່ງ ສ. ລັດເຊຍ ກ່ຽວກັບວັກຊິນໂຄວິດ-19. ພາບ: ກະຊວງສາທາລະນະສຸກ.

ບໍລິສັດ Vabiotech ແມ່ນອົງການທໍາອິດຂອງກະຊວງສາທາລະນະສຸກ ໄດ້ມີການຮ່ວມມືກັບຝ່າຍລັດເຊຍ, ຄາດວ່າຮອດເດືອນ ກໍລະກົດ ຈະດໍາເນີນການຜະລິດວັກຊິນປ້ອງກັນໂຄວິດ-19 ຂອງລັດເຊຍ ຢູ່ ຫວຽດນາມ ດ້ວຍສະມັດຕະພາບຄາດວ່າ ຈະບັນລຸ 5 ລ້ານໂດສ/ເດືອນ. ນີ້ແມ່ນໝາກຜົນສໍາຄັນເພື່ອໃຫ້ຝ່າຍລັດເຊຍ ສາມາດດໍາເນີນການຖ່າຍທອດເຕັກໂນໂລຢີຜະລິດວັກຊິນໃຫ້ຫວຽດນາມ ໃນໄລຍະຈະມາເຖິງ.

ໂດຍ: ເກື່ອງດັ້ງ