ທ່ານ ເລຮວ່າຍຈູງ ແຈ້ງໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ; ບັນດາເນື້ອໃນຫຼັກຂອງເອກະສານກອງປະຊຸມໃຫຍ່ກ່ຽວກັບການພັດທະນາດ້ານເສດຖະກິດ, ວັດທະນະທໍາ, ສັງຄົມ, ກ່ຽວກັບການກໍ່ສ້າງພັກ ແລະລະບົບການເມືອງ, ກ່ຽວກັບແນວທາງນະໂຍບາຍການຕ່າງປະເທດ; ບັນດາຜົນງານກໍ່ຄືບັນດາຄວາມຫຍຸ້ງຍາກ, ສິ່ງຈໍາກັດ, ບັນດາເປົ້າໝາຍ, ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ; ເປົ້າໝາຍພັດທະນາປະເທດຮອດປີ 2030 ແລະວິໄສທັດຮອດປີ 2045 ຕິດພັນກັບສອງຂີດໝາຍສໍາຄັນຍິ່ງແມ່ນ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດ. ທ່ານ ເລຮວ່າຍຈູງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ ແລະລະຫວ່າງພັກກອມມູນິດຫວຽດນາມ ກັບພັກປະເທດລັດເຊຍເອກະພາບເລິ່ກເຊິ່ງກວ່າອີກ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ພັກກອມມູນິດກູບາ ແລະພັກປະເທດລັດເຊຍເອກະພາບ ຊົມເຊີຍພັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກສໍາເລັດຜົນ; ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາຂອງພັກກອມມູນິດຫວຽດນາມ ປະຊາຊົນຫວຽດນາມ ຈະປະຕິບັດແນວທາງໂດຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງອອກຢ່າງມີໄຊ, ສືບຕໍ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ພັກກອມມູນິດກູບາ ແລະພັກປະເທດລັດເຊຍເອກະພາບ ຢືນຢັນຍາມໃດກໍ່ຖືການພົວພັນຮ່ວມມືກັບພັກກອມມູນິດຫວຽດນາມ ເປັນສຳຄັນ,  ຖືວ່ານັ້ນແມ່ນພື້ນຖານການເມືອງທີ່ສໍາຄັນເພື່ອຊຸກຍູ້, ເຮັດໃຫ້ການພົວພັນມິດຕະພາບແບບພິເສດຫວຽດນາມ-ກູບາ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ສະຫະພັນລັດເຊຍເລິກເຊິ່ງກວ່າອີກ.

ໂດຍ: ໄຊນີດາ