ທ່ານ ບຸ່ຍແທັງເຊີນ ຊົມເຊີນທ່ານ Antony Blinken ກ່ຽວກັບຜົນງານມໍ່ໆມານີ້ຂອງ ອາເມລິກາ ໃນການສະກັດກັ້ນ ແລະມຸ່ງເຖິງການຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປ, ເລີ່ມຟື້ນຟູພື້ນຖານເສດຖະກິດ; ພ້ອມທັງຂອບໃຈລັດຖະບານອາເມລິກາ ໄດ້ມີບັນດາຮູບການທີ່ແທດຈິງ ເພື່ອໜູນຊ່ວຍຫວຽດນາມ ຕ້ານພະຍາດ, ພິເສດແມ່ນສໍາຜັດກັບວັກຊິນປ້ອງກັນພະຍາດໂຄວິດ-19. ທ່່ານ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບທ່ານ Antony Blinken ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ກວ່າອີກ; ຢັ້ງຢືນ ຫວຽດນາມ ຈະສືບຕໍ່ມານະພະຍາຍາມປະຕິບັດບັນດາມາດຕະການມຸ່ງໄປເຖິງຊຸກຍູ້ການພົວພັນດ້ານການຄ້າໃຫ້ເປັນປົກກະຕິ, ກົມກຽວກັນ ອາເມລິກາ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Antony Blinken ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19; ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍປະເທດຕ່າງໆ ແລະຫວຽດນາມ ສໍາຜັດກັບວັກຊິນປ້ອງກັນພະຍາດໂຄວິດ-19 ຜ່ານໂຄງການ Covax ແລະບັນດາປະເທດຄູ່ຮ່ວມມື, ໃນນັ້ນມີວັນຊິນ 80 ລ້ານໂດຣເຊິ່ງ ອາເມລິກາ ຈະສະໜອງໃຫ້ໂລກໃນໄລຍະຈະມາເຖິງ. ທ່ານ ກໍ່ຊົມເຊີຍ ຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ສໍາເລັດຜົນ, ໃຫ້ຄໍາໝັ້ນສັນຍາສືບຕໍ່ສະໜັບສະໜູນຫວຽດນາມ ປະຕິບັດສໍາເລັດຕໍາແໜ່ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ຢັ້ງຢືນ ວ່າອາເມລິກາ ຖືເປັນສໍາຄັນ, ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ ໃນພາກພື້ນ, ການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ; ປາດຖະໜາວ່າສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢູ່ພາກພື້ນ ແລະສາກົນ, ປະກອບສ່ວນປັບປຸ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ແລະຢູ່ໃນໂລກ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືເພື່ອປະກອບສ່ວນເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ແກ້ໄຂຜົນຮ້າຍຈາກສົງຄາມ, ຍົກສູງຄວາມສາມາດໃນການເດີນທະເລ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ການປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປົກປັກຮັກສາສິ່ງແວດລ້ອມ.

ໂດຍ: ເກື່ອງດັ້ງ