ໃນການໂອ້ລົມ, ທ່ານບຸ່ຍແທັງເຊີນ ຢັ້ງຢືນວ່າ ໃນການຜັນຂະຫຍາຍນະໂຍບາຍພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນຕໍ່ການຊຸກຍູ້ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ ເລິກເຊິ່ງກວ່າອີກ. ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ ແລະນັບມື້ນັບຮອບດ້ານ, ມີປະສິດທິຜົນຂອງການພົວພັນສອງຝ່າຍພາຍຫຼັງ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2011-2021), ເຫັນດີເປັນເອກະພາບຕໍ່ມາດຕະການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ພະລັງງານຜະລິດຄືນໃໝ່, ບໍາລຸງສ້າງອາຊີບ, ສາທາລະນະສຸກ... ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນສ້າງແຜນດຳເນີນງານດ້ານຍຸດທະສາດຫວຽດນາມ-ເຢຍລະມັນ ໄລຍະ 2022-2023 ໂດຍໄວ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Heiko Maas ລັດຖະມົນຕີການຕ່າງປະເທດເຢຍລະມັນ. ພາບ: ແມັງຮຸ່ງ.

ທ່ານ ບຸ່ຍແທັງເຊີນ ຊົມເຊີຍເຢຍລະມັນ ທີ່ບັນລຸໄດ້ຜົນງານສໍາຄັນໃນໂຄງການສັກວັກຊິນ ແລະຄວບຄຸມພະຍາດໂຄວິດ-19; ຂອບໃຈເຢຍລະມັນ ແລະອີຢູ ທີ່ໄດ້ໜູນຊ່ວຍວັກຊິນ ໃຫ້ຫວຽດນາມ ຜ່ານໂຄງການໂຄແວັກ; ທ່ານກໍ່ສະເໜີໃຫ້ ເຢຍລະມັນ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ໄດ້ສໍາຜັດກັບແຫຼ່ງວັກຊິນ ກໍ່ຄືເຕັກໂນໂລຢີຜະລິດວັກຊິນຂອງເຢຍລະມັນ ໃນສະພາບການທີ່ຫວຽດນາມ ກໍາລັງເປີດກວ້າງໂຄງການສັກວັກຊິນເພື່ອປະຕິບັດເປົ້າໝາຍຄວບຄູ່ທັງຕ້ານພະຍາດ, ທັງຟື້ນຟູເສດຖະກິດໃຫ້ມີໝາກຜົນ. ທ່ານ ບຸ່ຍແທັງເຊີນ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດທີ່ຕັ້ງໜ້າ ແລະສ້າງສັນຂອງເຢຍລະມັນ ຢູ່ພາກພື້ນ, ຂອບໃຈເຢຍລະມັນ ທີ່ໄດ້ຕັ້ງໜ້າສະໜັບສະໜູນການພົວພັນຄູ່ຮ່ວມມືຫວຽດນາມ-ອີຢູ, ໂດຍສະເພາະແມ່ນຊຸກຍູ້ການເຊັນສັນຍາ ແລະໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ-ອີຢູ(EVFTA), ທ່ານສະເໜີໃຫ້ລັດຖະບານ ແລະສະພາແຫ່ງຊາດເຢຍລະມັນ ຍູ້ໄວວິວັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVFTA).

ໂດຍ: ດັ້ງເກື່ອງ