ນັກຂ່າວ: ໂດຍເປັນນັກຊ່ຽວຊານດ້ານການຄົ້ນຄວ້າຜູ້ໜຶ່ງ, ທ່ານຕີລາຄາແນວໃດພາຍຫຼັງທີ່ໄດ້ອ່ານບົດຂຽນດ້ວຍທັດສະນະຕົ້ນຕໍກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ໃນປະຈຸບັນຂອງທ່ານ ສຈ.ປອ ຫງວຽນຝູຈ້ອງ?

ນັກຊ່ຽວຊານ Trofimchuk: ກ່ອນອື່ນ, ຂ້າພະເຈົ້າຕີລາຄາສູງຕໍ່ລັກສະນະພື້ນຖານໃນບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ເພາະວ່າ, ຖ້າວ່າບໍ່ເຂົ້າໃຈກ່ຽວກັບດ້ານທິດສະດີຂອງໄລຍະສືບຕໍ່ກໍ່ສ້າງລັດທິສັງຄົມນິຍົມໃນປະຈຸບັນຢູ່ຫວຽດນາມ ແລ້ວກໍ່ຈະປະສົບກັບຄວາມຫຍຸ້ງຍາກເພື່ອກ້າວໄປໃນຂ້າງໜ້າ. ຄວາມເຂົ້າໃຈນີ້ແມ່ນມີຄວາມສຳຄັນທີ່ສຸດໃນປະຈຸບັນ, ໃນສະພາບການໂລກພວມມີການຜັນແປສັບສົນຫຼາຍຢ່າງ. ຍິ່ງໄປກວ່ານັ້ນ, ຄຸນລັກສະນະສັງຄົມນິຍົມຂອງພື້ນຖານເສດຖະກິດແຫ່ງລັດເອງກໍ່ຈະເອື້ອອຳນວຍໃຫ້ແກ່ການແກ້ໄຂໄດ້ທຸກບັນຫາໃນປະຈຸບັນ.

leftcenterrightdel
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ. ພາບ: dangcongsan.vn.

ຂ້າພະເຈົ້າກໍ່ຕີລາຄາສູງຕໍ່ບົດຮຽນທີ່ໃຫຍ່ຫຼວງຂອງປະຊາຊົນຫວຽດນາມ, ຊ້ຳບໍ່ໜຳຍັງແມ່ນບົດຮຽນທີ່ເຕັມໄປດ້ວຍຄວາມທຸກຍາກລຳບາກຂອງຊາດໜຶ່ງທີ່ເຄີຍຜ່ານສົງຄາມຕ້ານພວກສັດຕູຜູ້ຮຸກຮານເປັນຫຼາຍຄັ້ງ. ສິ່ງນີ້ໄດ້ຊ່ວຍໃຫ້ຫວຽດນາມ ສືບຕໍ່ຢັ້ງຢືນຕົນເອງບົນເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ເພາະສະນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈຶ່ງໄດ້ຂຽນວ່າ “ປະຊາຊົນຫວຽດນາມ ໄດ້ຜ່ານຜ່າຂະບວນການຕໍ່ສູ້ປະຕິວັດທີ່ຍືດເຍື້ອຍາວນານ, ຫຍຸ້ງຍາກ, ເຕັມໄປດ້ວຍຄວາມລຳບາກກາກກໍາ, ເສຍສະຫຼະເພື່ອຕໍ່ສູ້ຕ້ານແອກປົກຄອງ ແລະການຮຸກຮານຂອງລ່າເມືອງຂຶ້ນ, ຈັກກະພັດເພື່ອປົກປັກຮັກສາພື້ນຖານເອກະລາດແຫ່ງຊາດ ແລະອະທິປະໄຕອັນສັກກະລະບູຊາຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະຄວາມຜາສຸກຂອງປະຊາຊົນດ້ວຍຈິດໃຈ "ບໍ່ມີສິ່ງໃດປະເສີດເລີດລໍ້າໄປກວ່າເອກະລາດ ແລະອິດສະຫຼະພາບ".

ນັກຂ່າວ: ເປົ້າໝາຍ, ເສັ້ນທາງ, ມາດຕະການກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ຄືໃນບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຫຼາຍຈຸດຄ້າຍຄືກັບທັດສະນະຂອງເລນິນ ແລະພັກກອມມູນິດໂຊວຽດ ໃນການກໍ່ສ້າງສັງຄົມນິຍົມ ເປັນຕົ້ນແມ່ນນະໂຍບາຍເສດຖະກິດໃໝ່ (NEP) ຂອງເລນິນ, ໄດ້ຢັ້ງຢືນການປະຕິບັດພື້ນຖານເສດຖະກິດຫຼາຍພາກສ່ວນ, ຍອມຮັບປັດໄຈລັດທິທຶນນິຍົມໃນໄລຍະຂ້າມຜ່ານ... ຕາມທ່ານແລ້ວ, ຈິນຕະນາການນັ້ນເໝາະສົມກັບຕົວຈິງໃນໄລຍະປະຈຸບັນບໍ່?

ນັກຊ່ຽວຊານ Trofimchuk: ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈສະຫາຍ ຫງວຽນຝູຈ້ອງ, ຂອບໃຈພັກກອມມູນິດຫວຽດນາມ ທີ່ບໍ່ຫຼົງລືມທ່ານເລນິນ, ຍັງພັດທະນາ, ໝູນໃຊ້ທິດສະດີຂອງທ່ານເຂົ້າໃນພຶດຕິກຳຕົວຈິງໃນປະຈຸບັນ ແລະອະນາຄົດ. ພັກກອມມູນິດຫວຽດນາມ ສ້າງທັດສະນະທີ່ເປັນຫຼັກການຂອງຕົນໂດຍອີງໃສ່ມໍລະດົກຂອງທ່ານເລນິນ, ສະແດງໃຫ້ເຫັນຄວາມຮັກແພງ, ໃກ້ຊິດຕິດແທດກັບຈິດວິນຍານລະຫວ່າງຊາວຫວຽດນາມ ແລະຊາວລັດເຊຍ, ສອງຊາດມີທັດສະນະຄ້າຍຄືກັນກ່ຽວກັບບັນຫາການເມືອງ-ສັງຄົມ. ຍ້ອນເຫດນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈຶ່ງຂຽນວ່າ “ດ້ວຍປະສົບການຕົວຈິງທີ່ອຸດົມສົມບູນຂອງຕົນສົມທົບໃສ່ກັບທິດສະດີການປະຕິວັດ, ວິທະຍາສາດຂອງລັດທິມາກ-ເລນິນ, ໂຮ່ຈີມິນ ໄດ້ຍົກອອກບົດສະຫຼຸບຢ່າງເລິກເຊິ່ງວ່າ ມີພຽງແຕ່ລັດທິ ສັງຄົມນິຍົມ ແລະລັດທິກອມມູນິດ ຈຶ່ງສາມາດແກ້ໄຂບັນຫາເອກະລາດແຫ່ງຊາດໄດ້ຢ່າງເຖິງຖອງ, ຈຶ່ງສາມາດນຳເອົາອິດສະຫຼະພາບ, ຄວາມອີ່ມໜຳສຳລານ  ແລະຄວາມຜາສຸກທີ່ແທ້ຈິງມາໃຫ້ທຸກຄົນ ແລະທຸກຊົນຊາດຊົນເຜົ່າ”.

ແນວຄິດຂອງເລນິນ ແລະປະທານໂຮ່ຈີມິນ ບໍ່ພຽງແຕ່ເໝາະສົມກັບພຶດຕິກຳຕົວຈິງໃນໄລຍະປະຈຸບັນເທົ່ານັ້ນ ຫາກຍັງຍົກໃຫ້ເຫັນວ່າ ເຮັດແນວໃດເພື່ອຜ່ານຜ່າທຸກຄວາມຫຍຸ້ງຍາກໃນຂົງເຂດເສດຖະກິດ-ການເມືອງ ແລະສັງຄົມ. ສາມາດເວົ້າໄດ້ວ່າ ໂຊວຽດ ລົ້ມລະລາຍບໍ່ແມ່ນວ່າບໍ່ມີທິດສະດີແນວຄິດທີ່ຈຳເປັນ, ແຕ່ກົງກັນຂ້າມທິດສະດີຂອງໂຊວຽດ ເຄີຍເປັນທິດສະດີທີ່ດີທີ່ສຸດໃນໂລກ. ປະເທດນີ້ຖືກລົ້ມລະລາຍຍ້ອນປັດໄຈມະນຸດ, ເມື່ອຢູ່ໃນຕ່ຳແໜ່ງການນຳສູງສຸດຈະປະກົດມີຜູ້ສວຍໂອກາດ, ບໍ່ເໝາະສົມກັບໜ້າທີ່ຂອງສະຖານະການ ແລະກໍ່ບໍ່ສາມາດແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນໃຫ້ແກ່ປະເທດໄດ້. ຖ້າບໍ່ດັ່ງນັ້ນ, ປະຈຸບັນໂຊວຽດ ໄດ້ກ້າວໄປໄກກວ່າຫຼາຍປະເທດແລ້ວ. ເພາະສະນັ້ນ, ຂ້າພະເຈົ້າຫວັງວ່າ ພັກກອມມູນິດຫວຽດນາມ ແລະສະຫາຍ ຫງວຽນຝູຈ້ອງ ຈະເອົາໃຈໃສ່ວຽກງານບຸກຄະລາກອນໃຫ້ຫຼາຍກວ່ານີ້ອີກ, ໃຫ້ຢູ່ລະດັບສູງສຸດເພາະວ່າ ຖັນແຖວພະນັກງານໃນປະຈຸບັນອາດຈະ ຫຼືມີຄວາມສາມາດນຳພາປະເທດໄປໄກກວ່າ, ຫຼືອາດຈະກີດກັ້ນການພັດທະນາຂອງປະເທດ.

ນັກຂ່າວ: ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກໃຫ້ເຫັນດ້ານກົງກັນຂ້າມຂອງລັດທິທຶນນິຍົມ. ຕາມທ່ານແລ້ວ, ການສືບຕໍ່ຢຶດໝັ້ນຕໍ່ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ຕ້ອງເຮັດຫຍັງແດ່ເພື່ອໃຫ້ສຳເລັດ?

ນັກຊ່ຽວຊານ Trofimchuk: ເພື່ອປະສົບຜົນສຳເລັດນັ້ນຕ້ອງຮັບຮູ້ໄດ້ຢ່າງເລິກເຊິ່ງ ແລະຊັດເຈນກ່ຽວກັບສະຖານະການໃນປະຈຸບັນ. ຂ້າພະເຈົ້າຂໍເວົ້າຄືນໃໝ່ກ່ຽວກັບແນວຄິດທີ່ມີພິບໄຫວຂອງເລນິນ ໃນການນຳໃຊ້ເຄື່ອງມື, ເປັນຕົ້ນແມ່ນນະໂຍບາຍເສດຖະກິດໃໝ່ (NEP). ໝາຍຄວາມວ່າ ບໍ່ພຽງແຕ່ຮັບຮູ້ໄດ້ສະຖານະການດ້ານການເມືອງຢ່າງເປັນປະຈຳເທົ່ານັ້ນ, ຫາກຍັງໄດ້ເລືອກເອົາລັດຖະນະໂຍບາຍທີ່ມີຄວາມຊັດເຈນ ແລະເໝາະສົມກັບແຕ່ລະໄລຍະອີກດ້ວຍ, ຖ້າບໍ່ເຮັດຄືແນວນັ້ນ, ຈະໄດ້ຮັບໝາກຜົນຄືນະໂຍບາຍ “ປະຕິຮູບ” ຂອງ Gorbachev. ຈຸດອ່ອນເຫຼົ່ານັ້ນຂອງລັດທິທຶນນິຍົມມີກຳລັງແຮງດັບສູນຫຼາຍທີ່ສຸດ, ຖ້າວ່າມັນໄດ້ໝູນໃຊ້ຜິດເຂົ້າໃນໂຄງປະກອບຂອງລັດທິສັງຄົມນິຍົມ.

ຫວຽດນາມ ຈະບໍ່ຊ້ຳຮອຍຄວາມຜິດພາດທີ່ໂຊວຽດ ເຄີຍປະສົບຜ່ານມາ. ຫວຽດນາມ ກໍ່ພວມຮັບປະກັນເພື່ອໃຫ້ບໍ່ໃຫ້ເກີດສິ່ງນີ້ຂຶ້ນ. ຫວຽດນາມ ພວມມີອະນາຄົດທີ່ກວ້າງໄກ, ມີຄວາມຜາສຸກ ແລະມີຄວາມຍອດຢ້ຽມທ່ີສຸດ!

ນັກຂ່າວ: ຂໍຂອບໃຈ

ໂດຍ: ແສງເດືອນ