ໃນການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາການພົວພັນຫວຽດນາມ-ໂຄສຕາ ຣິກາ ໃນເກືອບເຄິ່ງສະຕະວັດຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນຕ່າງໆກໍ່ຄືຮັກສາໄວ້ຢ່າງເປັນປະຈໍາ ແລະມີກົນໄກຢ່າງໄຫວພິບກ່ຽວກັບການທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດສອງປະເທດ. ລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບຄວາມສາມາດເຈລະຈາບັນດາຂໍ້ຕົກລົງຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Rodolfo Solano Quiros ຊົມເຊີຍຫວຽດນາມ ທີ່ມີບັນດາມາດຕະການຮັບມືກັບພະຍາດໂຄວິດ-19 ມີປະສິດທິຜົນ, ຮັກສາໄດ້ທ່າເຕີບໂຕດ້ານເສດຖະກິດ. ລັດຖະມົນຕີສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແບ່ງປັນຂໍ້ມູນ, ອັບເດດກ່ຽວກັບສະພາບການຮັບມືກັບພະຍາດໂຄວິດ-19 ຢູ່ແຕ່ລະປະເທດ; ສົມທົບກັນຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມມືສາກົນ, ໃນນັ້ນມີການຜະລິດ ແລະຈໍາໜ່າຍວັກຊິນຢ່າງມີປະສິດທິຜົນ.

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບສືບຕໍ່ສົມທົບທັດສະນະ ແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ ສປຊ ກໍ່ຄືຢູ່ເວທີປາໄສຫຼາຍຝ່າຍ ແລະລະຫວ່າງພາກພື້ນ, ໃນນັ້ນມີເວທີປາໄສຮ່ວມມືອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC). ຫວຽດນາມ ຕີລາຄາສູງ ແລະຊົມເຊີຍ ໂຄສຕາ ຣິກາ ຕໍ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າກັບພາກພື້ນຜ່ານອາຊຽນ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ໂດຍ: ດັ້ງເກື່ອງ