ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຊົມເຊີຍຄວາມກ້າວໜ້າໃນການພົວພັນລະຫວ່າງຊູດັງໃຕ້ ແລະຊູດັງ ແລະຄວາມກ້າວໜ້າໃນການພົວພັນສອງປະເທດນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ແລະຮຽກຮ້ອງໃຫ້ລັດຖະບານຊູດັງ ແລະຊູດັງໃຕ້ ກໍາແໜ້ນທ່າຕັ້ງໜ້າໃນການພົວພັນສອງປະເທດເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງ Abyei ໂດຍໄວດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະກົດບັດ ສປຊ.

leftcenterrightdel
ສະພາຄວາມໝັ້ນຄົງປຶກສາຫາລືກ່ຽວກັບສະພາບການຢູ່ Abyei. ພາບ: vov.vn.

ທ່ານ ດັ້ງດິ່ງກຸ໊ຍ ກໍ່ແບ່ງປັນຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງ, ມະນຸດສະທໍາຢູ່ Abyei ແລະການບຸກໂຈມຕີເຂົ້າ UNISFA ຄັ້ງຕ່າງໆ, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ກໍາລັງຂອງ UNISFA ແລະຮຽກຮ້ອງລັດຖະບານຊູດັງ ແລະຊູດັງໃຕ້ ສ້າງເງື່ອນໄຂເພື່ອໃຫ້ຄະນະປະຕິບັດງານສາມາດປະຕິບັດໜ້າທີ່ຢ່າງຄົບຖ້ວນ ກໍ່ຄືສ້າງກົນໄກລວມໃຫ້ເໝາະສົມກັບບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ.

ທ່ານ ດັ້ງດິ່ງກຸ໊ຍ ກໍ່ຕີລາຄາສູງຄວາມມານະພະຍາຍາມຂອງ ສປຊ, ອົງການຈັດຕັ້ງຕ່າງໆ ແລະບັນດາປະເທດຢູ່ພາກພື້ນໃນການໜູນຊ່ວຍຊູດັງ ແລະຊູດັງໃຕ້ ແກ້ໄຂບັນຫາຢູ່ Abyei ໂດຍສັນຕິວິທີ, ພ້ອມທັງ ຊົມເຊີຍຄວາມມານະພະຍາຍາມຂອງ  UNISFA ແລະອົງການ ສປຊ ກ່ຽວກັບການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກ (UNMAS) ໃນການແກ້ໄຂສິ່ງທ້າທາຍທາງດ້ານມະນຸດສະທໍາ, ໃນນັ້ນ ມີສິ່ງທ້າທາຍທີ່ກ່ຽວຂ້ອງເຖິງລະເບີດບໍ່ທັນແຕກຢູ່ Abyei.

ໂດຍ: ທູຈາງ